ລາຍງານ ປະຈໍາປີ ຂອງ ທະນາຄານ ແຫ່ງຊາຕ ລາວ ທີ່ພິມເຜີຽແຜ່ ໃນວັນຈັນ ນີ້ວ່າ ການຂາດດຸນ ການຄ້າ ຂອງລາວ ມີເຖິງ $568 ລ້ານ ສໍາລັບປີ 2011. ມູນຄ່າ ການນໍາເຂົ້າ ສິນຄ້າ ເມື່ອປີ 2011 ມີເຖິງ $2,400 ລ້ານ ເພີ້ມຂື້ນ 17% ເມື່ອປີກາຍນີ້ ສ່ວນມູນຄ່າ ການສົ່ງອອກ ມີເຖິງ $1,800 ລ້ານ ເພີ້ມຂື້ນ 6% ໃນລະຍະ ດຽວກັນ. ເຈົ້າໜ້າທີ່ ກະຊວງ ອຸດສາຫະກັມ ການຄ້າ ວ່າການເພີ້ມຂື້ນ ຂອງ ການຂາດດຸນ ການຄ້າ ບໍ່ເປັນ ເຣື້ອງທີ່ໜ້າ ເປັນຫ່ວງ ເພາະວ່າ ການຂາດດຸນ ນີ້ ສ່ວນຫລາຍ ເປັນການ ຫລັ່ງໄຫລ ເຂົ້າມາ ຂອງສິນຄ້າ ໂຄງການ ການລົງທືນ. ທາງການລາວ ຄາດວ່າ ການລົງທືນ ຂອງ ຕ່າງປະເທດ ຈະເຮັດໃຫ້ ເສຖກິດ ເຕີບໃຫ່ຽ.
ໃນປີກາຍນີ້ ຣັຖບານ ລາວ ອະນຸມັດ ໂຄງການ ການລົງທືນໂດຍກົງ ຈາກ ຕ່າງປະເທດ 288 ໂຄງການ ຄິດເປັນມູນຄ່າ $2,700 ລ້ານ. ໂຄງການ ທັງໝົດນີ້ ສ່ວນຫລາຍແມ່ນ ການລົງທືນ ຈາກ ປະເທດ ຈີນ ແລະ ວຽດນາມ. ການລົງທືນ ແມ່ນສຸມໃສ່ ບໍ່ແຮ່ ໄຟຟ້າ ແລະ ການລົງທືນ ຢູ່ໃນຕລາດ ຫຸ້ນຫລັກຊັພ ຂອງລາວ. ລວມທັງໝົດ ເປັນຈໍານວນ ເງິນ $300 ລ້ານ ທີ່ສົ່ງເຂົ້າ ໃນບັນຊີ ກອງທືນ ການລົງທືນ ຕ່າງປະເທດ ຢູ່ໃນ ທະນາຄານ ແຫ່ງຊາຕລາວ ເພີ້ມຂື້ນ $21 ລ້ານ ຈາກປີ 2010.