ສ່ວນແບ່ງທີ່ຣັຖບານ ໄດ້ຈາກນັກລົງທຶນ

ຣັຖບານລາວ ໄດ້ຄ່າຕອບແທນ ຫນ້ອຍກວ່າ ນັກລົງທຶນ ໃນໂຄງການ ສັມປະທານ ຊັພຍາກອນ ທັມມະຊາດ.
ສິດນີ
2012.08.20

ເຈົ້າຫນ້າທີ່ ບໍ່ແຮ່ ແຂວງ ຊຽງຂວາງເວົ້າວ່າ ຣັຖບານລາວ ບໍ່ໄດ້ຮັບ ຜົລຕອບແທນ ເທົ່າກັບນັກລົງທືນ ໃນໂຄງການ ສັມປະທານ ຕ່າງໆໃນລາວ ເຊັ່ນ:ການຂຸດຄົ້ນ ແຮ່ທາຕ ແລະອື່ນໆ ເພາະວ່າບໍ່ໄດ້ ລົງທືນເອງ ຍ້ອນບໍ່ມີຄວາມພ້ອມ ດ້ານເງິນທືນ ບຸຄຣາກອນ ຜູ້ທີ່ມີຄວາມຮູ້ ຄວາມຊຳນານ. ຣາຍໄດ້ຈຶ່ງຕົກເປັນ ຂອງ ນັກລົງທືນ ຫລາຍກວ່າ. ທ່ານກ່າວວ່າ:

"ມີລາວຖືຫຸ້ນບໍ່ ເກີນ 20% ຖືຫຸ້ນນຳຊື່ໆ ແຕ່ເປັນຂອງ ບໍຣິສັດເດ ເງີນບໍ່ມີ ເງິນສ້າງໂຮງງານ ຫລືວ່າ ເຮັດເຫມືອງ ຕ່າງໆ ຫລືວ່າ ຂຸດຄົ້ນຕ່າງໆ ບໍ່ມີເງິນເຖິງ".

ທ່ານກ່າວ ຕໍ່ໄປວ່າ ນັກວິຊາການ ລາວ ຕ້ອງໄດ້ຮຽນຮູ້ ຫລາຍກວ່ານີ້ ຈາກ ນັກລົງທືນ ໃນໂຄງການຕ່າງໆ ຖ້າຈະລົງທືນເອງ ຈື່ງຈະສ້າງ ລາຍໄດ້ໃຫ້ແກ່ ຣັຖບານ ແຕ່ຍັງບໍ່ແນ່ ວ່າໃນອະນາຄົດ ສປປລາວ ຈະສາມາດ ຂຸດຄົ້ນແຮ່ທາດ ດ້ວຍໂຕເອງ ໄດ້ຫລືບໍ່. ກ່ອນຈະຮອດ ວັນນັ້ນ ຣັຖບານ ກໍຍັງຈະໄດ້ ອາສັຍລາຍໄດ້ ຈາກການໃຫ້ ສັມປະທານ ແລະ ຖືຫຸ້ນບາງສ່ວນ ໃນໂຄງການຕ່າງໆ ໃນລາວ ຢູ່ຕໍ່ໄປ. ເຈົ້າຫນ້າທີ່ລາວ ອີກທ່ານນື່ງເວົ້າວ່າ:

"ມັນກໍຕ້ອງແມ່ນ ຢ່າງນ້ອຍ ຜູ້ລົງທືນ ກໍຕ້ອງໄດ້ຮັບ ຫລາຍກວ່າ ແລ້ວເຮົາ ກໍຕີມູນຄ່າວ່າ ມູນຄ່າຂອງດີນ ແລະ ຣະຍະລົງທືນ ອາດຈະເອົາ ຢູ່ໃນຊ່ວງຈັກ 10 ປີ ບໍ? ຫລືຈັກປີ?"

ນອກນັ້ນຣາຍໄດ້ ຂອງຣັຖບານ ຍັງຂື້ນຢູ່ກັບ ຄວາມສຳເຣັດ ຂອງໂຄງການນຳອີກ ຖ້າຫາກໂຄງການ ຫລົ້ມເຫລວ ຣັຖບານລາວ ກໍຈະບໍ່ໄດ້ຫຍັງ ຈາກໂຄງການ ສັມປະທານ ເຫຼົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.