ທາງການລາວຕຣຽມໃສ່ ການເລືອກຕັ້ງທົ່ວປະເທດ
2011.03.10
ກົດຟັງສຽງ
ທ່ານ ບຸນຍັງ ວໍຣະຈິດ ຮອງປະທານ ປະເທດ ແລະ ກໍ່ເປັນຜູ້ເບີ່ງແຍງ ກ່ຽວກັບ ການເລືອກຕັ້ງ ໃນລາວ ໄດ້ຮຽກຮ້ອງໃຫ້ ອຳນາດການ ປົກຄອງທ້ອງຖີ່ນ ໃຫ້ກະຕຽມການ ເລືອກຕັ້ງ ທີ່ຈະມີຂື້ນ ໃນໂອກາດ ອັນໃກ້ໆນີ້.
ທ່ານ ບຸນຍັງ ໄດ້ກ່າວກ່ຽວກັບ ຄວາມສຳຄັນຂອງ ການເລືອກຕັ້ງ ໃນກອງປະຊຸມ ອຳນາດການປົກຄອງ ນະຄອນຫລວງ ວຽງຈັນ ໃນມື້ວານນີ້ວ່າ ການເລືອກຕັ້ງ ເປັນສີ່ງສຳຄັນ ໃນການປົກຄອງ ປະເທດຊາດ ທ່ານໄດ້ຊັກຊວນ ໃຫ້ອຳນາດ ການປົກຄອງທ້ອງຖີ່ນ ປະຕິບັດ ຕາມກົດຣະບຽບ ຂອງຄນະກັມມະການ ການເລືອກຕັ້ງ ຢ່າງເຄັ່ງຄັດ ແລະ ຖີ່ຖ້ວນ ເພື່ອໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈ ແກ່ປະຊາຊົນ ກ່ຽວກັບ ການເລືອກຕັ້ງ ແລະ ການຝຶກອົບຮົມ ເຈົ້າຫນ້າທີ່ ໃນສະຖານທີ່ ເລືອກຕັ້ງ ໃນແຕ່ເຂດ ຕາມແຂວງຕ່າງໆ ໃນທົ່ວປະເທດ.
ອິງຕາມຖແລງການ ຈາກຄນະກັມມະການ ເລືອກຕັ້ງ ຫນ່ວຍເລືອກຕັ້ງ ແຕ່ລະເຂດຕ້ອງໄດ້ ສົ່ງຈຳນວນຜູ້ທີ່ ຈະມາອອກສຽງໃຫ້ ຄນະກັມມະການ ການເລືອກຕັ້ງ 45 ມື້ກ່ອນ ຈະຮອດ ວັນເລືອກຕັ້ງ ເພື່ອຈະໄດ້ ຮູ້ວ່າໃນ ແຕ່ລະບ່ອນ ປ່ອນບັດນັ້ນ ຈະຕ້ອງການບັດ ເລືອກຕັ້ງ ຫລາຍປານໃດ ຮ່ວມດ້ວຍສົ່ງ ເບື້ອງຫລັງປວັດ ຄວາມເປັນມາຂອງ ຜູ້ທີ່ຈະເຂົ້າ ແຂ່ງຂັນການເລືອກຕັ້ງ. ໃນວັນທີ 18 ມີນາ ນີ້ ກໍ່ຈະມີ ກອງປະຊຸມໃຫຍ່ ຂອງພັກ ປະຊາຊົນ ປະຕິວັດລາວ ເພື່ອແຕ່ງຕັ້ງຜູ້ນຳ ພັກແລະຄນະ ກັມມະການພັກ ໃນຫລາຍເຂດ ໃນທົ່ວປະເທດ.
ການເລືອກຕັ້ງ ໃນລາວ ເປັນການເລືອກຕັ້ງ ຂອງພັກດຽວ ບໍ່ມີຜູ້ສມັກ ທີ່ເປັນ ເອກກະຣາຊ ໄດ້ຮັບ ອະນຸຍາດ ໃຫ້ເຂົ້າຮ່ວມ ຈື່ງເປັນການເລືອກຕັ້ງ ທີ່ຂາດມາຕຖານ ແລະ ຂາດຄວາມສົນໃຈ ຂອງປະຊາຊົນ ແລະອົງການ ນານາຊາດ.