ຈີນໄດ້ສໍາປະທານ ພັທນາບຶງທາຕຫລວງ
2011.12.30

ກົດຟັງສຽງ
ຄນະກັມມະການ ຄຸ້ມຄອງ ເຂດເສຖກິດ ພິເສດ ແລະ ເຂດເສຖກິດ ສະເພາະ ໄດ້ເຊັນ ສັນຍາ ກັບບໍຣິສັດ ອະສັງຫາ ຣິມມະຊັພ ຫວ່ານເພີ້ງ ຊຽງໄຮ້ ສປຈີນ ໃນມື້ວັນພຸດ ວັນທີ 28 ທັນວາ 2011 ພາຍໃຕ້ ຂໍ້ຕົກລົງ ບໍຣິສັດ ຫວ່ານເພີ້ງ ຈະພັທນາ ພື້ນທີ່ດິນ 365 ເຮັກຕາ ກວມເອົາ 6 ບ້ານ ຂອງເມືອງ ໄຊເສດຖາ ແລະ ເມືອງ ສີສັດຕະນາກ ຈະໃຊ້ທຶນ 12,000 ຕື້ກີບ ຫລືປະມານ 1 ຕື້ 500 ລ້ານ ໂດລາ ສະຫະຣັຖ ໂຄງການກໍ່ສ້າງ ຈະເລີ້ມໃນ ເດືອນກຸມພາ 2012 ຊຶ່ງຄາດວ່າ ຈະແລ້ວພາຍໃນ 15-20 ປີ.
ໂຄງການ ເຂດ ບຶງທາຕຫລວງ ແມ່ນກໍານົດ ໃຫ້ເປັນເຂດ ເສຖກິດ ສະເພາະ ເພື່ອພັທນາ ໃຫ້ເປັນ ເຂດໂຕເມືອງ ເພື່ອດຶງດູດ ການທ່ອງທ່ຽວ ແລະ ສູນວັທນະທັມ ຊຶ່ງຈະປະກອບ ດ້ວຍໜອງນໍ້າ ທັມມະຊາດ ແລະ ເປັນເຂດສວນ ທັມມະຊາດ ເຂດສີຂຽວ ມີສວນ ສາທາຣະນະ ເປັນບ່ອນ ພັກຜ່ອນ ມີຣະບົບ ລະບາຍ ນໍ້າ.
ນອກນັ້ນ ໃນເຂດດັ່ງກ່າວ ກໍຍັງມີແຜນ ການສ້າງ ຖນົນຫຼາຍສາຍ ທາງປະຕູຂົງ ເຂົ້າອອກ ຈະມີສູນກາງກິລາ ສູນການຄ້າ ພ້ອມທັງ ໂຮງແຮມ 5 ດາວ ຮ້ານຊັພສິນຄ້າ ແລະ ສະຖານທີ່ ບັນເທີງ ຈະສ້າງ ບ້ານເຮືອນ ແບບທັນສໄມ ທຸກສິ່ງ ທຸກຢ່າງ ທີ່ສ້າງຈະ ໃຫ້ເປັນໄປ ຕາມຮ່ອງຮອຍ ປະຫວັດສາຕ ວັທນະທັມຂອງຊາດ.