ໂຮງງານຕັດຫຍິບລາວ ຕ້ອງການແຮງງານ

ທຸຣະກິຈ ຕັດຫຍິບ ຢູ່ລາວ ມີທ່າທີ ດີຂື້ນ ແຕ່ກໍຍັງ ມີບັນຫາ ເຣື່ອງຂາດ ແຮງງານ ຢູ່ຕາມເຄີຍ.
ຈໍາປາທອງ
2012.10.30
F-Lao-Garment ບໍຣິສັດຕັດຫຍິບ ທີ່ນະຄອນຫລວງວຽງຈັນ
Visionlao

ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ທຸຣະກິດ ຕັດຫຍິບລາວ ຂຍາຍຕົວ ໂດຍສະເພາະ ໃນຊ່ວງ 6 ເດືອນ ຂອງຕົ້ນປີ 2012 ນີ້ ສາມາດຜລິດ ສິນຄ້າ ສົ່ງອອກໄດ້ ເປັນມູນຄ່າ ເຖິງ 85 ລ້ານ ກວ່າ ໂດລາ ສະຫະຣັດ. ແຕ່ກໍຍັງມີບັນຫາ ທີ່ໜ້າເປັນຫ່ວງ ໃນເຣື່ອງແຮງງານ. ຕາມການເປີດເຜີຍ ຂອງຜູ້ກ່ຽວຂ້ອງ ໃນກິຈການ ບໍຣິສັດ ຕັດຫຍິບລາວ:

"ກໍ EU ໄດ້ປ່ຽນແປງ ຣະບຽບຕົ້ນກໍາເນີດ ສິນຄ້າ ໂດຍໃຫ້ນໍາໃຊ້ ແຜ່ນແພ ຈາກທຸກປະເທດໄດ້ ຮວາມທັງ ປະເທດຈີນ ມີແຕ່ວ່າແຜ່ນແພ ມາຕັດ ມາຫຍິບ ມາເຮັດ ສໍາເຣັດຮູບ ຢູ່ລາວ ກໍໄດ້ຍົກເວັ້ນ ພາສີ ນໍາເຂົ້າເລີຽ ສ່ວນຫຼາຍ ກໍຂາຍໄປ ສະຫະພາບ ຢູໂຣບ ອະເມຣິກາ ແລະ ຍີ່ປຸ່ນ 3 ແຫ່ງນີ້ ເປັນລູກຄ້າໃຫຍ່ ຂອງເຮົາ".

ທ່ານວ່າ ຢູ່ປະເທດລາວ ມີໂຮງງານຕັດຫຍິບ ເພີ່ມຂຶ້ນຫລາຍ ປັດຈຸບັນ ມີຫລາຍກວ່າ 110 ແຫ່ງແລ້ວ ແຕ່ບັນຫາທີ່ຈະຕ້ອງ ໄດ້ແກ້ໄຂ ແມ່ນແຮງງານ ຍ້ອນວ່າແຮງງານ ຕັດຫຍິບສ່ວນຫລາຍ ແມ່ນແຮງງານ ຣະດູການ. ເມື່ອເຖິງຣະດູ ເພາະປູກ ພວກເຂົາເຈົ້າ ກໍກັບຄືນບ້ານ ເວລາເພາະປູກແລ້ວ ກໍກັບມາ ເຮັດວຽກໃໝ່ ແລະ ຕ້ອງໄດ້ຝຶກ ວຽກໃຫ້ໃໝ່ ພ້ອມກັນນັ້ນ ກໍຍັງມີບັນຫາ ການຍາດແຍ່ງ ແຮງງານ ທີ່ມີສີມືກັນ ໂດຍໃຫ້ຄ່າຈ້າງ ຫລາຍກວ່າກັນ.

ທ່ານເວົ້າຕື່ມວ່າ ການບໍຣິຫານ ທຸຣະກິດ ຕັດຫຍິບ ເພື່ອສົ່ງອອກນັ້ນ ສະມາຄົມ ອຸດສາຫະກັມ ຕັດຫຍິບລາວ ຕັ້ງເປົ້າໝາຍວ່າ ພາຍໃນປີ 2015 ຕັດຫຍິບລາວ ຈະສາມາດ ສ້າງຣາຍໄດ້ ຈາກການສົ່ງອອກເຖິງ 500 ລ້ານ ໂດລາ ສະຫະຣັດ ແລະວ່າ ຖ້າແກ້ໄຂບັນຫາ ແຮງງານບໍ່ໄດ້ ກໍຍັງຈະມີ ສິ່ງທີ່ທ້າທາຍ ຢູ່ບໍ່ໜ້ອຍ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.