ປ່າໄມ້ໃນລາວໜ້ອຍລົງ

ພື້ນທີ່ປ່າໄມ້ ປົກຄຸມ ໃນລາວ ຫລຸດເຫລືອ ໜ້ອຍລົງເລື້ອຍໆ.
ໂພໄຊສວັດ
2011.03.29
F-forest ຕົວຢ່າງຂອງປ່າໄມ້ໃນແຂວງພາກເໜືອຂອງລາວຢູ່ຕາມເທິງພູປ່າໄມ້ ຖືກຕັດລົງຈົນກາຍເປັນພູຫົວໂຫລ້ນ
RFA

ກົດຟັງສຽງ

ໂຄງການພັທນາ ຫລາຍຢ່າງ ໃນລາວ ເຮັດໃຫ້ພື້ນທີ່ ປ່າໄມ້ປົກຄຸມ ໃນສປປລາວ ມີຈຳນວນ ຫລຸດໜ້ອຍລົງ ກວ່າປີ ທີ່ຜ່ານມາ. ອີກສາເຫດນຶ່ງ ກໍແມ່ນຍ້ອນ ປະຊາຊົນ ຈຳນວນນຶ່ງທີ່ຍັງ ຝ່າຝືນກົດໝາຍ ວ່າດ້ວຍການ ປົກປັກຮັກສາ ປ່າໄມ້.

ສະຖິຕິ ຂອງປ່າໄມ້ ປີ 2011 ສລຸບວ່າ ຈຳນວນພື້ນທີ່ ປ່າໄມ້ ມີຈຳນວນຫລຸດລົງ ເຫລືອພຽງແຕ່ ປະມານ 30 ສ່ວນຮ້ອຍ ໃນທົ່ວປະເທດ, ແຕ່ຍັງບໍ່ສາມາດ ປະກາດ ເປັນທາງການ ໄດ້ເທື່ອ ເພາະທາງຣັຖບານ ຍັງບໍ່ທັນໄດ້ ຮັບຮອງເອົາຂໍ້ມູນ ດັ່ງກ່າວນັ້ນເທື່ອ. ດັ່ງເຈົ້າໜ້າທີ່ ຈາກກອງສຳຣວດ ແລະ ວາງແຜນປ່າໄມ້ ກົມປ່າໄມ້ ກະຊວງ ກະສິກັມແລະປ່າໄມ້ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:

"2011 ນີ້ ຂໍ້ມູນອອກມາແລ້ວ ແຕ່ວ່າຍັງບໍ່ທັນ ໄດ້ຮັບຮອງ ເປັນທາງການເທື່ອ ຍັງບໍ່ທັນໄດ້ສເນີຜ່ານ ເປັນທາງການເທື່ອ ແນວໂນ້ມນີ້ ມັນກໍລົດລົງ ເປັນບາງບ່ອນ ແລະ ກໍເພີ້ມຂຶ້ນ ເປັນບາງບ່ອນ ແຕ່ໂດຍຮວມແລ້ວ ປ່າໄມ້ນີ້ ກໍລົດລົງ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ການໂຍກຍ້າຍ ປະຊາຊົນ ຈາກເຂດພູດອຍ ມາຢູ່ເຂດທົ່ງພຽງ ການເຕົ້າໂຮມ ບ້ານນ້ອຍ ເປັນບ້ານໃຫຍ່ ແລະ ນະໂຍບາຍ ການຟື້ນຟູ ປ່າໄມ້ ໃນເຂດ ທີ່ກຳນົດໄວ້ ສາມາດ ແກ້ໄຂບັນຫາ ການຕັດໄມ້ ທຳລາຍປ່າ ແລະ ເຮັດໃຫ້ປ່າໄມ້ ໃນ ສປປລາວ ບໍ່ໄດ້ຖືກທຳລາຍ ໄປຢ່າງໝົດສ້ຽງ.

ສາເຫດຫລັກ ທີ່ຈຳນວນ ພື້ນທີ່ປ່າໄມ້ ຫລຸດລົງນັ້ນແມ່ນ ຢູ່ໃນເຂດທີ່ມີ ການສ້າງສາພັທນາ ແລະ ບ່ອນທີ່ມີ ປະຊາຊົນ ໂຍກຍ້າຍເຂົ້າໄປ ຢູ່ອາສັຍ. ເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ມີຫລາຍສາເຫດ ອັນນຶ່ງກໍມາຈາກ ການກໍ່ສ້າງ ໂຄງຮ່າງພື້ນຖານ ແລະ ກໍຕໍ່ມາເຣື້ອງສ້າງ ໄຟຟ້າ ຫລືວ່າເສັ້ນທາງ ຕິດຕໍ່ ຫາບັນດາເມືອງ ຕ່າງໆນີ້ ບັນຫາສຸດທ້າຍ ນີ້ກໍແມ່ນເຣື້ອງ ການເຮັດໄຮ່ ຂອງປະຊາຊົນ ໃນເຂດພູດອຍ ຍັງມີການເຮັດໄຮ່ຢູ່".

ອີງຕາມສະຖິຕິ ຂອງຈຳນວນ ພື້ນທີ່ປ່າໄມ້ ປົກຄຸມຫລ້າສຸດ ໃນປີ 2002 ມີພື້ນທີ່ປ່າໄມ້ ທັງໝົດ 41 ສ່ວນຮ້ອຍ, ແຕ່ປັດຈຸບັນນີ້ ເນື່ອງຈາກວ່າ ມີການຂຍາຍ ໂຕທາງດ້ານ ເສຖກິດສັງຄົມ ໃນຫລາຍໆ ບ່ອນທົ່ວໄປໃນລາວ ຊຶ່ງໄດ້ເຮັດໃຫ້ ພື້ນທີ່ປ່າໄມ້ ຖືກທຳລາຍ ແລະ ບໍ່ສາມາດຟື້ນຟູ ໄດ້ທັນເວລາ ແລະການປູກຕົ້ນໄມ້ ທົດແທນກໍຍັງ ບໍ່ສາມາດເຮັດໄດ້ ເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.