ການປາບໄມ້ເຖື່ອນໃນລາວ

ສປປລາວ ມີຄວາມຄືບໜ້າ ໃນການ ປາບປາມ ການຕັດໄມ້ເຖື່ອນ ແລະ ການ ສໍ້ຣາສບັງຫລວງ ໃນພາກປ່າໄມ້.
ໂພໄຊສວັດ
2011.03.29

ກົດຟັງສຽງ

ໃນຕົ້ນເດືອນ ມີນາ 2011 ເຈົ້າໜ້າທີ່ຄຸ້ມຄອງ ກວດກາປ່າໄມ້ ສາມາດຍຶດ ຣົດບັນທຸກ ໄມ້ເຖື່ອນໄດ້ ຈໍານວນ 33 ຄັນ ທີ່ຂົນໄມ້ເຖື່ອນ ແລະ ຜລິຕພັນໄມ້ ປະມານ 660 ແມັດກ້ອນ. ໄມ້ເຖື່ອນ ແລະຜລິຕ ພັນໄມ້ ຄາດວ່າມີ ມູນຄ່າ 250,000 ໂດລາ ສະຫະຣັຖ ຫາກຖືກສົ່ງ ເຖິງປາຍທາງ.

ປ່າໄມ້ ມີຄວາມສຳຄັນ ຢ່າງໃຫຍ່ຫລວງຕໍ່ ສປປລາວ, ປະຊາຊົນ ພົລເມືອງ ຮອດ 80 ສ່ວນຮ້ອຍ ຕ້ອງໄດ້ເພິ່ງພາ ອາສັຍປ່າໄມ້ ເພື່ອຫາລາຍຮັບ ໃຫ້ກັບຄອບຄົວ, ເປັນທັງແຫລ່ງ ອາຫານການກິນ, ເປັນບ່ອນຢູ່ອາສັຍ, ເປັນແຫລ່ງຫວ້ານຢາ ພື້ນເມືອງ ຮວມແລ້ວຄືເປັນບ່ອນ ຊຸບລ້ຽງຊີວິດ.

ຫລາຍປະເທດ ໃນພູມີພາກ ເອເຊັຍຕາເວັນອອກ ສ່ຽງໃຕ້ ກຳລັງປະເຊີນ ກັບການທ້າທາຍ ຈາກການຕັດໄມ້ ທຳລາຍປ່າ ການຕັດໄມ້ເຖື່ອນ ຍ້ອນວ່າໄມ້ແປຮູບ ມີຄ່າຢ່າງ ມະຫາສານ. ທະນາຄານໂລກ ຄາດວ່າ ໃນແຕ່ລະປີ ຄວາມເສັຍຫາຍ ຈາກການ ຕັດໄມ້ທຳລາຍປ່າ ແບບຜິດກົດໝາຍ ໃນທົ່ວໂລກ ຕົກເປັນເງິນ ປະມານ 10 ຕື້ໂດລາ ສະຫະຣັຖ, ຍ້ອນວ່າການຕັດໄມ້ ທຳລາຍປ່າ ເຮັດໃຫ້ປ່າໄມ້ ເສັຍຫາຍວອດວາຍ ທັງຍັງທຳລາຍ ຝູງສັດທີ່ອາສັຍ ປ່າໄມ້ເປັນ ບ່ອນຢູ່ອາສັຍ ຈໍາຕ້ອງສູນພັນໄປ ເປັນຈຳນວນຫລວງຫລາຍ. 

ຣັຖບານ ສປປລາວ ໄດ້ມີນະໂຍບາຍ ອອກກົດໝາຍຕໍ່ຕ້ານ ປາບປາມ ການຕັດໄມ້ທຳລາຍປ່າ ແລະ ເຮັດໃຫ້ມີການ ບໍຣິຫານປ່າ ມີຄວາມຍືນຍົງ ໂດຍການສ້າງ ຈິດສຳນຶກ ໃນຊຸມຊົນ ແລະ ສົ່ງເສີມລະບົບ ການກວດກາສິ້ງຊອມ.

ທະນາຄານໂລກ ຮ່ວມກັບ ຣັຖບານລາວ ພາຍໃນ 10 ປີຜ່ານມາ ໄດ້ພຍາຍາມ ສົ່ງເສີມ ການບໍຣິຫານ ແລະ ປົກປັກຮັກສາປ່າໄມ້, ນອກຈາກນີ້ ທະນາຄານໂລກ ກັບ ຣັຖບານຟິນແລນ ຍັງໄດ້ຮ່ວມກັນ ຈັດຕັ້ງໂຄງການ ປ່າໄມ້ຍືນຍົງ ເພື່ອການພັທນາ ເຂດຊົນນະບົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.