ປະມວນກົດໝາຍແພ່ງ ສະບັບທໍາອິດ

ກະຊວງ ຍຸຕິທັມ ສປປລາວ ໄດ້ເລີ້ມຮ່າງ ປະມວນ ກົດໝາຍແພ່ງ ຊຶ່ງຈະເປັນ ສະບັບທໍາອິດ ທີ່ຈະຮວບຮວມ ເອົາປະມວນ ກົດໝາຍແພ່ງ ກ່ຽວກັບ ເຣື່ອງຕ່າງໆ ເຂົ້າມາຢູ່ ຮວມກັນ.
ໂພໄຊສວັດ
2012.06.12
f-Justice Department ກະຊວງຍຸຕິທັມ ສປປລ
LPDR

ໃນເວລາ ດຽວກັນ ກໍຈະຈັດໃຫ້ ບັນຍັດ ກົດໝາຍແພ່ງ ເປັນຣະບົບ ຫລາຍຂຶ້ນ ທັງຈະມີການ ຈັດສັນ ໃຫ້ເປັນໝວດໝູ່ ຢ່າງຮຽບຮ້ອຍ ແລະ ໃຫ້ຂໍ້ຄວາມ ຕໍ່ເນື່ອງ ພົວພັນກັນ ເພື່ອຄວາມ ແຈ່ມແຈ້ງ ເປັນການງ່າຍ ສະດວກ ໃນການຄົ້ນຄວ້າ ແລະ ປະກອບ ຄໍາຕັດສິນ. ເຈົ້າໜ້າທີ່ ກະຊວງຍຸຕິທັມ ໄດ້ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ພວກເຮົາກໍາລັງ ຊິສ້າງເປັນ ປະມວນ ເປັນປະມວນ ກົດໝາຍແພ່ງ ກໍມີເປັນ ອັນສະເພາະ ຂອງແຕ່ລະ ກົດໝາຍ ເປັນກົດໝາຍ ໄປຫັ້ນ ຢາກສັງຮວມ ເຮັດເປັນ ປະມວນ ເປັນກົດໝາຍແພ່ງ ກໍາລັງ ຮວບຮວມ ແລະ ກໍຄົ້ນຄວ້າ ແລະ ກໍໃຫ້ຄນະຜູ້ແຕ່ງ ຄນະໃນການ ຄົ້ນຄວ້າ ຕອນນີ້".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ສໍາລັບ ການຮ່າງ ປະມວນ ກົດໝາຍແພ່ງ ນັ້ນ ຈະໃຫ້ແລ້ວ ພາຍໃນ ປີ 2015 ແຕ່ຈະຊ້າ ຫລືໄວນັ້ນ ຂຶ້ນຢູ່ກັບ ການຄົ້ນຄວ້າ ແລະ ອຸບປະສັກ ໃນບັນຫາ ຕ່າງໆ. ສ່ວນຣາຍ ຣະອຽດຕ່າງໆ ໃນຕົວປະມວນ ກົດໝາຍ ນັ້ນຍັງບໍ່ທັນ ເປັນທີ່ແຈ່ມແຈ້ງ ເທື່ອ ເພາະວ່າຫາ ກໍເລີ້ມຕົ້ນ.

ຈຸດປະສົງ ໃນການ ເລີ້ມຮ່າງ ປະມວນ ກົດໝາຍແພ່ງ ນັ້ນຍ້ອນວ່າ ມີຄະດີທາງແພ່ງ ເກີດຂຶ້ນຫລາຍ ໃນເມືອງລາວ ແລ ະຜູ້ທີ່ຕັດສິນ ຄະດີ ກໍຈະມີ ບົດອ້າງອີງ ທີ່ແຈ່ມແຈ້ງ ແລະ ຖືກຕ້ອງກວ່າເກົ່າ. ເຈົ້າໜ້າທີ່ ເວົ້າວ່າ:

"ເພາະວ່າດຽວນີ້ ພວກເຮົາ ກໍຄືເວົ້າ ຫລາຍໆປະເທດ ເພິ່ນກໍເຮັດເປັນ ປະມວນ ກໍເພື່ອວ່າມັນ ຊີ່ສະດວກສະບາຍ ໃຫ້ແກ່ຜູ້ທີ່ ຄົ້ນຄວ້າ ໃນການເຮັດ ຫລັງຈາກທີ່ ພວກເຮົາເຮັດ ກົດໝາຍ ປະມວນແພ່ງ ແລ້ວ".

ທີ່ຜ່ານມາ ສປປລາວ ບໍ່ເຄີຍມີ ປະມວນ ກົດໝາຍ ມາກ່ອນເລີຍ ປະມວນກົດໝາຍແພ່ງ ສະບັບນີ້ ຈະເປັນ ສະບັບທໍາອິດ ຂອງ ປະມວນກົດໝາຍ ຂອງລາວ ຫາກວ່າ ປະມວນ ກົດໝາຍແພ່ງ ສະບັບນີ້ ໄດ້ຜົນດີ ທາງໜ່ວຍງານ ກ່ຽວຂ້ອງ ກໍຈະສືບຕໍ່ເຮັດ ປະມວນກົດໝາຍ ສະບັບອື່ນໆ ຕໍ່ໄປ ເພື່ອໃຫ້ກົດໝາຍ ມີມາຕຖານ ຕາມຫລັກສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.