ໜ່ວຍຊ່ອຍເຫຼືອກູ້ພັຍ ຍັງຂາດຄວາມພ້ອມ

ຄວາມພ້ອມ ໃນການຮັບມື ກັບພັຍ ທັມມະຊາດ ໃນ ສປປລາວ ຍັງບໍ່ພຽບພ້ອມ ແລະຂາດ ມາຕຖານ.
ສິດນີ
2012.08.17
F-xiengngeun-flood2 ຕອນເກີດພັຍນໍ້າຖ້ວມ ໃນອາທິດ ຜ່ານມາ ກໍສ້າງ ຄວາມລໍາບາກ ໃຫ້ຊາວເມືອງ ຊຽງເງີນ ແຂວງຫຼວງພຣະບາງ ຢ່າງຫຼວງຫຼາຍ ທາງການ ກໍໄດ້ຈັດສົ່ງ ການຊ່ວຍເຫຼືອ ໃຫ້ປະຊາຊົນ ຕາມກໍາລັງ ແລະ ຄວາມສາມາດ ທີ່ເຮັດໄດ້.
fb-share

ຄວາມພ້ອມ ຂອງຣັຖບານ ແລະ ພາກສ່ວນຜແນກ ທີ່ກ່ຽວຂ້ອງ ໃນການຮັບມື ກັບພັຍພິບັດ ທັມມະຊາດ ໃນລາວ ຍັງບໍ່ມີ ປະສິດທິພາບ ພຽງພໍ ຍ້ອນຂາດການ ວາງແຜນ ເຄື່ອງມື ແລະ ຂາດບຸຄຣາກອນ ທີ່ຊຳນານ ຈື່ງເຮັດໃຫ້ ການຊ່ອຍເຫລືອ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ໃນຣະຍະທີ່ຜ່ານມາ ບໍ່ໄດ້ຜົລ ເເທົ່າທີ່ຄວນ. ດັ່ງເຈົ້າຫນ້າທີ່ ຜແນກຄຸ້ມຄອງ ພັຍພິບັດ ແຫ່ງຊາດ ທີ່ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ເພາະເຮົາກໍຍັງຂາດ ດ້ານອຸປກອນ ທາງດ້ານ ການຕຽມພ້ອມ ດ້ານພາຫານະ ອຸປກອນ ບາງເທື່ອເຮົາ ແຈກຈ່າຍ ກໍຍັງໄດ້ບາງແຫ່ງ ແຂວງໄດ້ ແຂວງບໍ່ໄດ້ ເຮົາຕ້ອງເບີ່ງແຂວງ ທີ່ມີຄວາມສ່ຽງ".

ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ອຸປກອນ ທີ່ຈຳເປັນໃນການ ຊ່ອຍຊິວິດ ປະຊາຊົນ ປະເພດ ເຄື່ອງຊູຊີບ ເຮືອກູ້ພັຍ ຣົຖບັນທຸກ ຣົຖໂຮງຫມໍແລະອື່ນໆ ບາງບ່ອນກໍບໍ່ມີ ຖ້າມີ ກໍໃນຈຳນວນ ຈຳກັດ ເມື່ອເກີດເຫດການ ດ່ັງລົມພະຍຸ ແລະ ນ້ຳຖ້ວມ ເຊັ່ນວ່າງປີກາຍ ທາງການ ກໍຈະມີຄວາມ ຫຍຸ້ງຍາ ກສັບສົນ ໃນການເຂົ້າໄປ ຊ່ອຍກູ້ພັຍ ໃຫ້ແກ່ ປະຊາຊົນ ຜູ້ທີ່ໄດ້ຮັບຜົລ ກະທົບ. ດີແຕ່ວ່າ ວ່າງຫລັງໆມານີ້ ຣັຖບານຍີ່ປຸ່ນ ໄດ້ໃຫ້ການ ຊອ່ຍເຫລືອ ອຸປກອນດັ່ງກ່າວ ແຕ່ກໍຍັງ ບໍ່ທົ່ວເຖິງ. ທ່ານກ່າວເພີ້ມວ່າ:

"ມີເຮືອ ມີຣັຖບັນທຸກນ້ຳເນາະ ເຣື້ອງການ ນຳໃຊ້ນ້ຳ ສະອາດ ແລະ ກໍມີເສື້ອຊຸຊີບ ມີການເຣື້ອງ ການສື່ສານ ກໍຄິດວ່າຍັງບໍ່ພໍ ຍັງຕ້ອງການຢູ່".

ລາວ ປະເຊີນກັບ ພັຍທັມມະຊາດ ຢ່າງຫລວງຫລາຍ ໃນແຕ່ລະປີ ເປັນຕົ້ນນ້ຳຖ້ວມ ລົມພະຍຸ ແລະ ພັຍແຫ້ງແລ້ງ ແຕ່ຄວາມສາມາດ ຂອງ ຣັຖບານ ໃນການຮັບ ມືກັບບັນຫາ ດັ່ງກ່າວ ຍັງບໍ່ໄດ້ ມາຕຖານພຽງພໍ ຍ້ອນຂາດງົປມານ ແລະ ນັກວິຊາການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.