ລາວພັທນາໄປຫລາຍແຕ່ ປະຊາຊົນຍັງທຸກຍາກ
2010.11.17

ກົດຟັງສຽງ
ສປປລາວ ໄດ້ພັທນາ ທາງເສຖກິດ ໄປຢ່າງວ່ອງໄວ ຊາວຕ່າງປະເທດ ທີ່ເຄີຍຢູ່ ແລະ ເຄີຍກັບຄືນ ເມືອຢ້ຽມຢາມ ລາວເລື້ອຍໆ ມີຄວາມຄິດເຫັນ ທີ່ແຕກຕ່າງ ໄປຈາກຄົນລາວ ທີ່ຢູ່ໃນ ລາວ ຢ່າງຖາວອນ.
ທ່ານ Allan Passmore ຄົນອັງກິດ ທີ່ເຄີຍ ອາສັຍຢູ່ ລາວ ເປັນເວລາ ຫລາຍປີ ແລະ ໄດ້ກັບຄືນ ໄປຢ້ຽມຢາມ ລາວ ເລື້ອຍໆ ເວົ້າກ່ຽວກັບ ການພັທນາ ໃນລາວວ່າ:
"ຂ້າພະເຈົ້າ ເວົ້າໄດ້ວ່າ ມີການພັທນາ ຫລາຍຢ່າງ ໂດຍສະເພາະ ໂຄງຮ່າງພື້ນຖານ ດ້ານ ຖນົນຫົນທາງ ຕົວຢ່າງ ເມື່ອ ຂ້າພະເຈົ້າ ຍັງຢູ່ວຽງຈັນ ຖນົນຈາກ ວຽງຈັນ ຫາເຂດພາກໃຕ້ ປາກເຊ, ສວັນນະເຂດ ແລະ ທ່າແຂກ ມີແຕ່ທາງ ຂີ້ຝຸ່ນ ແລະ ບາດນີ້ປູຢາງ ໝົດແລ້ວ ຖນົນຂຶ້ນໄປ ຫລວງພຣະບາງ ກໍເຊັ່ນດຽວກັນ ເມື່ອ ຂ້າພະເຈົ້າ ໄດ້ຂັບຣົດໄປ ຕົ້ນປີນີ້ ມີຄວາມ ສະດວກຫລາຍ ແລະ ຂ້າພະເຈົ້າ ເຂົ້າໃຈວ່າ ຖນົນດີຂຶ້ນ ຕື່ມອີກ ຫລາຍແລ້ວ ຮອດເຂດຊາຍ ແດນຈີນ ແລະວຽດນາມ".
ເຖິງຢ່າງໃດ ກໍຕາມ ສໍາລັບຄົນ ຕ່າງປະເທດ ທີ່ບໍ່ໄດ້ ອາສັຍຢູ່ ລາວ ຢ່າງຖາວອນ ຄົງຈະບໍ່ໄດ້ ສຳພັດກັບ ຄວາມທຸກຍາກ ຂາດເຂີນ ທີ່ຄົນລາວ ຢູ່ລາວ ຢ່າງຖາວອນ ກໍາລັງ ປະເຊີນຢູ່. ດັ່ງຍິງລາວ ຜູ້ນຶ່ງຈາກ ເມືອງອາສພອນ ແຂວງ ສວັນນະເຂດ ໄດ້ເວົ້າກັບ ຜູ້ສື່ຂ່າວ ເອເຊັຍເສຣີວ່າ:
"ປົກກະຕິ ເຮົາມາຢູ່ ດອກໄຟ ໃນທາງ ກະບໍ່ມີເນ໋າະ ຫົນທາງ ກໍບໍ່ສອາດ ແມ່ນຫຍັງດຽວນີ້ ກະມີທາງ ປູຢາງ ກະພັທນາ ຢູ່ແຕ່ວ່າບໍ່ ຫລາຍຫັ້ນໜາ ແບບນັ້ນ, ໂຮງຮຽນ ແຖວບ້ານນອກ, ນອກໆນັ້ນ ກະຊິບໍ່ໂອເຄ ປານໃດ, ໂຮງໝໍ ກະຄືກັນ ໃນເມືອງ ກະຊິໂອເຄ ຢູ່ ແຕ່ວ່າບ້ານນອກ ຕ້ອງເຂົ້າມາ ໃນເມືອງເນ໋າະ".
ຮອດປັດຈຸບັນ ນີ້ ລາວ ມີການພັທນາ ຈະເຣີນກ້າວໜ້າ ພໍສົມຄວນ ດ້ານເສຖກິດ ແລະອື່ນໆ ແຕ່ການພັທນາ ກໍຍັງບໍ່ໄດ້ ຕົກຮອດຊາວບ້ານ ປະຊາຊົນ ຕາມບ້ານນອກ ຂອກຄາເມ, ຊີວິດການ ເປັນຢູ່ຂອງ ພວກຂະເຈົ້າ ຍັງບໍ່ໄດ້ ຮັບຜົນປໂຍດ ຈາກການພັທນາ ເທົ່າທີ່ຄວນ. ອີງຕາມຄວາມ ຄິດເຫັນ ຂອງຄົນລາວ ທັມມະດາ ສາມັນ.