ຊາວບ້ານລາວີຕ້ອງ ຍ້າຍຈາກບ່ອນດິນເຈື່ອນ
2010.11.17
ກົດຟັງສຽງ
ປະຊາຊົນ ທີ່ ບ້ານລາວີ ເມືອງລະມ່າມ ແຂວງເຊກອງ ຈໍາເປັນຕ້ອງຍ້າຍ ບ່ອນຢູ່ອາສັຍ ອອກຈາກ ບໍຣິເວນ ນໍ້າປາກເຊ ໃນຕົ້ນ ປີໜ້ານີ້ ເນື່ອງຈາກວ່າ ບໍຣິເວນ ດັ່ງກ່າວ ເກີດດິນເຈື່ອນ ທີ່ໄດ້ຮັບ ຜົນກະທົບ ຈາກພັຍນໍ້າຖ້ວມ ເມື່ອປີກາຍນີ້. ນອກຈາກນັ້ນ, ຍັງເຮັດໃຫ້ ພື້ນທີ່ປູກຝັງ ຂອງ ປະຊາຊົນ ໄດ້ຮັບຄວາມ ເສັຍຫາຍ. ໃນຂນະດຽວກັນ, ທາງເຈົ້າໜ້າທີ່ ເກັບກູ້ລະເບີດ ປະຈໍາແຂວງ ເຊກອງ ໄດ້ເຣີ້ມທໍາການ ເກັບກູ້ ລະເບີດທີ່ຍັງ ບໍ່ທັນແຕກ ເພື່ອບຸກເບີກ ພື້ນທີ່ ໃຫ້ກັບ ປະຊາຊົນ ແລ້ວ. ເຈົ້າໜ້າທີ່ ເກັບກູ້ລະເບີດ ປະຈໍາແຂວງ ເຊກອງ ກ່າວວ່າ:
“ເພາະວ່າ ປີທີ່ຜ່ານມາ ເຂົາເອີ້ນ ຊິນາມິ, ມັນຢູ່ແຄມເຊ ແຄມນໍ້າເຊກອງ, ຈັ໋ງຊັ້ນ ທາງແຂວງ, ເມືອງ ຫລືວ່າ ທາງຣັຖບານ ຮຽກຮ້ອງ ໃຫ້ປະຊາຊົນ ຂຶ້ນມາຢູ່ສູງ ດິນມັນເຈື່ອນ ປີທີ່ແລ້ວ ແຄມເຊຮັ້ນ ມີຜົນເສັຍຫາຍ.”
ທ່ານ ກ່າວຕື່ມວ່າ ເຖິງແມ່ນວ່າ ຣັຖບານ ມີໂຄງການຕ່າງໆ ໃນການຊ່ອຍເຫລືອ ຜູ້ປະສົບພັຍ ແຕ່ການຊ່ອຍເຫລືອ ກໍບໍ່ທົ່ວເຖິງ ຍອ້ນ ສປປລາວ ຍັງມີຄົນ ທຸກຍາກຢູ່ ອີກຫລາຍ, ຊຶ່ງບັນຫາ ດັ່ງກ່າວ ທາງຣັຖບານ ຈໍາເປັນຕ້ອງ ໄດ້ຊ່ອຍເຫລືອ, ແຕ່ ໃນເຣື້ອງຂອງ ເວລາ ຈະຊ້າຫລືໄວ ນັ້ນ, ປະຊາຊົນ ບໍ່ສາມາດ ຮູ້ລ່ວງໜ້າ ກ່ຽວກັບການ ປະຕິບັດງານ ຂອງຣັຖບານ.
ໃນຂນະດຽວກັນ ໃນການຍ້າຍ ປະຊາຊົນ ຈາກເຂດນຶ່ງ ໄປຍັງ ເຂດນຶ່ງນັ້ນ, ເຈົ້າໜ້າທີ່ ເກັບກູ້ລະເບີດ ຈໍາເປັນຕ້ອງ ໄດ້ໄປກວດສອບ ພື້ນທີ່ ໃຫ້ແກ່ ປະຊາຊົນ ເພື່ອຄວາມປອດພັຍ ໃນການ ປະກອບອາຊີບ ແລະ ບ່ອນຢູ່ອາສັຍ. ເນື່ອງຈາກວ່າ ເປັນ ບຸຣິມະສິດ ທີ່ທາງ ຣັຖບານ ໄດ້ກໍານົດ ເອົາໄວ້ ໃຫ້ເປັນພື້ນທີ່ ຂອງການ ພັທນາ.
“ຕົວນີ້ ມັນເປັນເຂດ. ໝາຍຄວາມວ່າ ຖ້າວ່າ ເຮົາເຮັດໄປໝົດ ເຮົາກໍບໍ່ສາມາດ ເຫັນໄດ້ ເພາະວ່າ ໃນການເກັບກູ້ ຈະມີບ່ອນ ທີ່ວ່າ ຜູ້ຈັດທໍາການ ຜລິດກ່ອນ. ພາຍຫລັງ ທີ່ວ່າເຮົາ ຈະໄປກວດ ທົ່ວໆໄປ, ເຮົາຈະເອົາ ບ່ອນທີ່ວ່າ ກິຈກັມ ບ່ອນທີ່ວ່າ ເຂົາຈະເຮັດກ່ອນ. ຕົວນັ້ນ ເຮົາຈຶ່ງໄປ ເຮັດຕາມຫລັງ ແຕ່ວ່າແກ້ໄຂ ລະເບີດຫັ້ນ ອອກກ່ອນ ບ່ອນທີ່ວ່າ ເຫັນ ຕ້ອງທໍາລາຍ ກ່ອນ ໂດຍດ່ວນ.”
ອີກຢ່າງນຶ່ງ, ປະຊາຊົນ ທີ່ຢູ່ໃນບ້ານ ລາວີ ເມືອງລະມ່າມ ແຂວງເຊກອງ ນັ້ນ, ສ່ວນຫລາຍແລ້ວ ຈະມີອາຊີບ ເຮັດໄຮ່, ເຮັດສວນ, ຊຶ່ງປະຊາຊົນ ສ່ວນຫລາຍ ຈະເປັນ ປະຊາຊົນ ບັນດາເຜົ່າ, ເຮັດໃຫ້ມີ ປະຊາຊົນ ຈໍານວນນຶ່ງ ບໍ່ສາມາດ ເວົ້າ ຫລື ສື່ສານ ເປັນ ພາສາລາວ ໄດ້.