ການໂອ້ລົມເຣື່ອງທີ່ດິນ ທາງວິທຍຸຖືກສັ່ງປິດ
2012.08.21

ທ່ານ ອຸ່ນແກ້ວ ສຸກສວັນ ເປັນຜູ້ລິເລີ່ມ ຣາຍການ ສົນທະນາ ທາງວິທຍຸ ກ່ຽວກັບບັນຫາ ຕ່າງໆ ທີ່ປະຊາຊົນ ກັງວົນ ແລະເປັນຫ່ວງ ຊື່ງອອກອາກາດ ຢູ່ລາວ ຕັ້ງແຕ່ ປີ 2007. ໃນລາຍການນັ້ນ ເມື່ອພາກ ສົນທະນາ ຖົກຖຽງກັນ ຜ່ານໄປແລ້ວ ຈື່ງເປັນຊ່ວງ ເປີດໂອກາດ ໃຫ້ຜູ້ຟັງທາງບ້ານ ໂທຣະສັບ ເຂົ້າໄປອອກ ຄວາມຄິດ ຄວາມເຫັນ ສ່ວນໂຕ ຊື່ງບໍ່ຄ່ອຍ ຈະມີໃນ ສປປລາວ.
ທ່ານກ່າວວ່າ ຜູ້ຟັງທີ່ ໂທຣະສັບ ມາຮ່ວມ ໃນຣາຍການນັ້ນ ເຂົາເຈົ້າ ໄດ້ຍົກບັນຫາ ຂື້ນມາເວົ້າ ນັບແຕ່ ພະນັກງານຣັຖ ໄປການຊ້າ ບັນຫາ ຍຶດທີ່ດິນ ຕລອດໄດ້ເຊື້ອເຊີນ ຊາວບ້ານ ຢູ່ເມືອງປາກຊ່ອງ ແຂວງ ຈໍາປາສັກ ທີ່ຖືກຍຶດທີ່ດິນ ໄປສັມປະທານ ໃຫ້ບໍຣິສັດ ລົງທືນ ມາຮ່ວມຣາຍການ. ທ່ານອຸ່ນແກ້ວ ກ່າວວ່າ ອາດເປັນສາເຫດນື່ງ ທີ່ເຮັດໃຫ້ ຣາຍການນັ້ນ ຖືກສັ່ງປິດ. ໃນການໃຫ້ ສັມພາດ ນັກຂ່າວໄດ້ຖາມວ່າ "ມີຄໍາອະທິບາຍ ຈາກທາງການລາວ ຫລືບໍ່ ວ່າເປັນຫຍັງຈື່ງ ຖືກສັ່ງໃຫ້ປິດ? ທ່ານຕອບວ່າ:
"ບໍ່ມີເລີຽ ບໍ່ມີການ ອະທິບາຍ ເປັນທາງການ ອັນໃດໝົດ ທາງສະຖານີ ວິທຍຸໄດ້ອ້າງ ເຖິງຄໍາສັ່ງ ຂອງກະຊວງ ຖະແຫລງຂ່າວ ແລະ ວັທນະທັມ ແຕ່ບໍ່ມີການ ອະທິບາຍ ເປັນ ລາຍລັກອັກສອນ ຂອງທາງການ ແຕ່ຢ່າງໃດ".
ທ່ານກ່າວວ່າ ໄດ້ພຍາຍາມ ໃຫ້ລາຍການນີ້ ອອກອາກາດຄືນໃໝ່ ແຕ່ທາງ ສະຖານີ ວິທຍຸ ບອກວ່າ ຕ້ອງປ່ຽນຊື່ ແລະ ປ່ຽນຫົວເຣື່ອງ ການສົນທະນາ ແລະ ບໍ່ປ່ອຍໃຫ້ຜູ້ຟັງ ໂທເຂົ້າມາ ອອກຄວາມເຫັນ. ທ່ານ ອຸ່ນແກ້ວ ສຸກສວັນ ກ່າວວ່າ ຣາຍການຂອງທ່ານ ຖືກສັ່ງປິດ ໂດຍທີ່ບໍ່ໄດ້ ເຮັດ ຜິດຫັຍງ.