ລາວ-ຈີນ ເພີ້ມຮ່ວມມືດ້ານທະຫານ
2012.10.22
ຮອງຫົວໜ້າ ກິຈການທົ່ວໄປ ຂອງກອງທັບ ປະຊາຊົນຈີນ ທ່ານ ມາຊຽວຕິນ ກ່າວຕໍ່ ຄນະຜູ້ແທນ ວິທຍາຄານ ກອງທັບ ປະຊາຊົນລາວ ທີ່ນໍາໂດຍ ທ່ານ ພົນຈັດຕະວາ ທອງຫລອຍ ຢູ່ກຸງປັກກິ່ງ ເມື່ອວັນທີ່ 17 ຕຸລາ ຜ່ານມາວ່າ ກອງທັບ ປະຊາຊົນຈີນ ປາຖນາຮ່ວມມື ກັບສປປ ລາວ ໃນຫລາຍດ້ານ ຮ່ວມທັງການ ແລກປ່ຽນ ດ້ານການສືກສາ ຝ່າຍທະຫານ ເພື່ອສົ່ງເສີມ ຄວາມສັມພັນ ຣະຫ່ວາງ ສອງກອງທັບ ໃຫ້ຢູ່ໃນ ຣະດັບສູງຂື້ນ. ທ່ານວ່າ ຄວາມສັມພັນ ດ້ານການທະຫານ ຣະຫ່ວາງ ຈີນກັບລາວ ໃນຫລາຍປີມານີ້ ເປັນໄປດ້ວຍດີ ຍ້ອນໝາກຜົນ ຂອງ ຄວາມສັມພັນ ການຮ່ວມມືກັນ ໃນຫລາຍດ້ານ.
ທ່ານ ທອງຫລອຍ ກໍສະແດງຄວາມ ຮູ້ບຸນຄຸນ ຕໍ່ຈີນ ທີ່ຈີນໃຫ້ການ ສນັບສນູນ ແລະ ຊ່ວຍເຫລືອ ສປປລາວ ໃນລະຍະຍາວ ດ້ານການພັທນາ ກອງທັບ ປະຊາຊົນລາວ. ໃນລະຍະບໍ່ເຖີງ 10 ປີມານີ້ ຄວາມສັມພັນ ຣະຫ່ວາງ ລາວກັບຈີນ ເພີ້ມຂື້ນຢ່າງໄວວາ ມີການແລກປ່ຽນ ການຢ້ຽມຢາມ ຣະຫວ່າງ ເຈົ້າໜ້າທີ່ຂັ້ນສູງ ເປັນປະຈໍາ ແລະ ຖີ່ຂື້ນເລື້ອຍໆ ນັບແຕ່ຂັ້ນ ປະທານ ປະເທດລົງມາຮອດ ຣະດັບຕໍ່າ ອັນເຮັດໃຫ້ການ ລົງທຶນຂອງຈີນ ໃນລາວ ຫລາຍຂື້ນນັບມື້. ຈີນ ແລະ ລາວ ຖືວ່າເປັນເພື່ອນມິດ ບ້ານໃກ້ເຮືອນຄຽງ ທີ່ໃກ້ຊິດ.
ທ່ານ ມາຊຽວຕິນ ໄດ້ກ່າວ ຢໍ້າຕໍ່ຄນະຜູ້ແທນ ທະຫານ ກອງທັບ ປະຊາຊົນລາວ ວ່າ: ຈີນ ຖືວ່າຄວາມສັມພັນ ຣະຫ່ວາງ ສອງປະເທດ ມີຄວາມສໍາຄັນ ເປັນຢ່າງຍິ່ງ.