ລາວ-ຈີນຮ່ວມມືຮັກສາ ຄວາມປອດພັຍ
2012.07.20

ເມື່ອຕົ້ນເດືອນ ນີ້ ທ່ານ ທອງບັນ ແສງອາພອນ ຣັຖມົນຕຣີ ວ່າການ ກະຊວງ ປ້ອງກັນ ຄວາມສງົບ ຂອງ ສປປລາວ ໄດ້ພົບປະ ຫາລື ກັບ ທ່ານ ເມິ່ງຈ່ຽນຈູ່ ທີ່ປຶກສາ ແຫ່ງຣັດ ຣັຖມົນຕຣີ ວ່າການ ກະຊວງ ສັນຕິບານ ຂອງຈີນ ທີ່ນະຄອນຫລວງ ວຽງຈັນ.
ໃນໂອກາດນີ້ ຣັຖມົນຕຣີ ທັງສອງໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ ກ່ຽວກັບ ການຮ່ວມມື ດ້ານຮັກສາ ຄວາມສງົບ ຊຶ່ງຮວມທັງ ການຮ່ວມມື ໃນການປາບປາມ ຢາເສພຕິດ ແລະ ການ ຄ້າມະນຸດ ຣະຫວ່າງ ສອງ ປະເທດ.
ທ່ານ ເມິ່ງຈ່ຽນຈູ່ ໄດ້ກ່າວຂອບໃຈ ກະຊວງ ປ້ອງກັນ ຄວາມສງົບ ຂອງລາວ ທີ່ໄດ້ໃຫ້ ການຮ່ວມມື ເປັນຢ່າງດີ ກັບຈີນ ໃນການປາບປາມ ຢາເສພຕິດ ເປັນຕົ້ນ ຂໍຂອບໃຈ ທີ່ທາງການ ລາວ ສາມາດຈັບ ນາຍ ຫນໍ່ຄຳ ຫົວໜ້້າ ກຸ່ມ ຄ້າຢາເສພຕິດ ຣາຍໃຫຍ່ ໃນເຂດ ສາມຫລ່ຽມຄຳ. ການຈັບ ແລະ ການຮ່ວມມືນັ້ນ ໄດ້ເຮັດໃຫ້ ແມ່ນ້ຳ ສາຍລຳລຽງ ຂົນສົ່ງ ສິນຄ້າ ຂອງຈີນ ມີຄວາມປອດໄພ ຂື້ນ.
ສປປລາວ ແລະຈີນ ມີຄວາມສຳພັນ ກັນໃກ້ຊິດ ຂື້ນ ແລະ ມີການຮ່ວມມື ກັນໃນຮອບດ້ານ ທາງດ້ານ ການເມືອງ ຄນະຜູ້ນຳລາວ ແລະຈີນ ກໍພົບປະ ຫາລືກັນ ເລື້ອຍໆ ໃນດ້ານ ເສຖກິດ ຈີນ ກຳລັງ ຊ່ວຍສ້າງ ສູນປະຊຸມ ນາໆຊາດ ໂຮງແຮມ ແລະ ເຮືອນພັກ ໃຫ້ແກ່ລາວ ເພື່ອຕຣຽມ ເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ເອເຊັຍ-ຢູໂຣບ ໃນທ້າຍປີນີ້ ທີ່ນະຄອນຫລວງ ວຽງຈັນ; ໃນດ້ານ ການທະຫານ ສອງປະເທດ ລາວແລະຈີນ ກໍໄດ້ ລົງນາມ ໃນຂໍ້ຕົກລົງ ກ່ຽວກັບ ການຮ່ວມມື ຣະຫວ່າງກັນ ເມື່ອສອງປີກ່ອນ.
ເມື່ອປີກາຍ ຮອງຫົວໜ້າ ກອງບັນຊາການ ກອງທັບ ປົດປ່ອຍ ປະຊາຊົນຈີນ ກໍມາຢ້ຽມຢາມ ສປປລາວ.