ການກະເສດໃນລາວ ພັທນາບໍ່ທົ່ວເຖີງ

ການພັທນາ ດ້ານກະເສດ ໃນລາວ ຍັງບໍ່ສາມາດ ເຂົ້າໄປເຖິງ ເຂດ ຫ່າງໄກ ສອກຫລີກ ໄດ້ເທື່ອ.
ສິດນີ
2012.09.27

ເຈົ້າຫນ້າທີ່ ກະສີກັມ ທີ່ແຂວງ ສວັນນະເຂດ ທ່ານນື່ງເວົ້າວ່າ ການພັທນາ ທາງດ້່ານກະສີກັມ ໃນລາວ ເວລານີ້ ຖ້າທຽບໃສ່ ຫລາຍປີ ທີ່ຜ່ານມາ ປາກົດວ່າ ມີຄວາມຄືບຫນ້າ ຫລາຍ ແຕ່ການປະຕິຮູບ ດັ່ງກ່າວ ຍັງໄປບໍ່ເຖີງ ເຂດຫ່າງໄກ ສອກຫລີກເທື່ອ ເນື່ອງຈາກມີ ບັນຫາ ຫລາຍຢ່າງ ທີ່ຍັງບໍ່ທັນ ມີການດັດແປງ ແກ້ໄຂ.

ຈື່ງເຮັດໃຫ້ ຊາວກະສີກອນ ຢູ່ໃນເຂດ ຫ່າງໄກສອກຫລີກ ຜູ້ທີ່ບໍ່ໄດ້ຮັບ ການພັທນາ ເທົ່າທີ່ຄວນ ຫັນໄປຊອກຫາ ອາຊີພໃຫມ່ ເພື່ອລ້ຽງຄອບຄົວ. ທ່ານກ່າວວ່າ:

"ບາງອັນຍົກ ໂຕຢ່າງວ່າ ຄືສັນເຊື່ອ ເຣື້ອງທືນເຣື້ອງປຸ້ຍ ເວົ້າເຣື້ອງທືນ ໄປບຸກເບີກພື້ນທີ່ ຫລືວ່າຊື້ໂກງຈັກ ຫຍັງເຂົ້າມາ ແຕ່ວ່າເຮົາເຮັດໄດ້ ກໍໃນເຂດທົ່ງພຽງ ໃນເຂດທີ່ມີ ການຂຍາຍໃຫຍ່ ເຂດທີ່ ດ້ານເສຖກິດ ຄອບຄົວ ມີເງື່ອນໄຂ ເປັນລັກສນະນັ້ນ".

ທ່ານກ່າວ ຕໍ່ໄປວ່າ ການປະຕິຮູບ ດ້ານການກະເສດ ທີ່ຕ້ອງການຫລາຍ ໃນລາວ ເຊັ່່ນ ດ້ານເທກນິກ ດ້ານຣະບົບການ ສົ່ງເສີມ ການຖ່າຍທອດ ຄວາມຮູ້ເພື່ອໃຫ້ ຊາວ ກະສີກອນ ເຂົ້າເຖິງເງີນ ສີນເຊື່ອ ຣະບົບຊົລປະທານ ການສນອງດ້ານ ປັດໃຈ ແລະ ການຊ່ອຍເຫລືອຕ່າງໆ. ສີ່ງເຫລົ່ານີ້ ໃນເຂດຊົນນະບົດ ຫ່າງໄກສອກຫລີກ ບໍ່ສາມາດ ເລີ້ມ ປະຕິບັດໄດ້ ຍ້ອນການພັທນາ ໄປບໍ່ເຖິງ. ເຈົ້າຫນ້າທີ່ ກະສີກັມ ທີ່ແຂວງເຊກອງ ເວົ້າວ່າ:

"ແຂວງເຊກອງ ເປັນແຂວງທີ່ມີ ສອງໂຕເມືອງ ເປັນເມືອງພູດອຍ ສະພາບດີນ ມັນກໍບໍ່ຮາບພຽງ ເພື່ອວ່າເນື້ອທີ່ ທຳການຜລິດມີ ແຕ່ມີນອ້ຍ ຄືການຜລິດເຂົ້າ ມັນຈະມີການ ຈຳກັດສູງ ສະນັ້ນ ຣະບົບນ້ຳທີ່ວ່າ ຕອບສນອງ ຕໍ່ການຜລິດເຂົ້າ ມັນຈະມີນ້ອຍ ສ່ວນຫລາຍ ເຂົາຈະພັທນາເຂດ ຄຸ້ມຄອງ ເມືອງຊຸມຊົນ ລັກສນະແບບນັ້ນ.

ເຈົ້າຫນ້າທີ່ທ່ານນີ້ ກ່າວມ້ວນທ້າຍວ່າ ເຖີງແມ່ນວ່າ ການພັທນາ ດ້ານການກະສີກັມ ໃນລາວ ຈະມີຄວາມຄືບຫນ້າ ໃນບາງເຂດແລ້ວ ກໍຕາມ ແຕ່ຍັງມີຫລາຍ ເຂດທີ່ຍັງ ບໍ່ໄດ້ຮັບການພັທນາ ເລີຍ ໂດຍສເພາະໃນເຂດ ຫ່າງໄກສອກຫລີກ ໃນຫລາຍແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.