ເຍົາວະຊົນລາວຢາກເຫັນ ການປ່ຽນແປງຣະບອບ

ເຍົາວະຊົນລາວ ຈໍານວນນື່ງ ຢາກໃຫ້ມີ ການປ່ຽນແປງ ຣະບົບ ການເມືອງ ການປົກຄອງ ໃນ ສປປ ລາວ ເພາະຢາກເຫັນ ປະເທດຊາດ ແລະ ປະຊາຊົນ ພັທນາ ກ້າວໜ້າໄປ ຢ່າງແທ້ຈິງ.
ມະນີຈັນ
2012.12.10
F-Lao-youths ເຍົາວະຊົນ ລາວ ທຸກມື້ນີ້ ມີກິຈກັມ ທີ່ຊ່ອຍພັທນາ ແນວຄິດ ໃນລັກສນະ ຈະເປັນຜູ້ນໍາ ທີ່ດີ ໃນອະນາຄົດ
unfpa.org

ເຍົາວະຊົນ ລາວ ໃນ ນະຄອນຫລວງ ວຽງຈັນ ຈໍານວນນຶ່ງ ໃຫ້ຄວາມຄິດວ່າ ຢາກໃຫ້ ການເມືອງລາວ ມີການປ່ຽນແປງ ເພາະຢາກເຫັນ ປະເທດຊາດ ມີການພັທນາ ຢ່າງ ແທ້ຈິງ ບໍ່ເປັນການພັທນາ ພຽງເພື່ອຜົນ ປະໂຫຍດ ຂອງຄົນກຸ່ມໃດ ກຸ່ມນຶ່ງ ໃນຂະນະທີ່ ປະຊາຊົນ ຍັງມີຊີວິດ ການເປັນຢູ່ ແບບຂາດໆເຂີນໆ ຢູ່ນັ້ນ. ແລະວ່າ ຢາກໃຫ້ມີ ການປ່ຽນແປງ ການປົກຄອງ ແບບທີ່ເປັນຢູ່ ໃນປັດຈຸບັນ ທີ່ມີພັກດຽວ ກໍາອໍານາດ ເຮັດໃຫ້ ປະຊາຊົນ ບໍ່ກ້າຄັດຄ້ານ ຕໍ່ພັກ-ຣັຖ:

"ສໍາລັບຄົນ ລຸ້ນໃໝ່ ຄິດວ່າ ຫລາຍເປີເຊັນ ຢາກໃຫ້ປ່ຽນ ເພາະວ່າມັນ ຈະດີກວ່າ ເພາະວ່າມັນຈະໄດ້ ແຂ່ງຂັນກັນ ສູ້ຊົນພັທນາ ກໍເທົ່າທີ່ເຫັນ ຫລາຍໆປະເທດ ຂະເຈົ້າ ມີຫລາຍພັກ ຂະເຈົ້າ ແຂ່ງຂັນກັນ ຕໍ່ສູຸ້ກັນ ຍາດກັນວ່າ ຜູ້ໃດຈະໄດ້ ເປັນຣັຖບານ ເພື່ອຈະໄດ້ເຮັດ ໜ້າທີ່ວຽກງານ ໃຫ້ໄດ້ດີ ປະຊາຊົນ ຍອມຮັບ ກໍຣະນີ ທີ່ມີພັກດຽວ ຂຶ້ນນໍາ ຄົນຜູ້ດຽວ ເຮັດບໍ່ເຮັດ ກໍຢູ່ນໍາຂ້ອຍ ປະຊາຊົນ ບໍ່ມີສິດ ເວົ້າວ່າຫຍັງ".

ນາງເວົ້າ ຕໍ່ໄປວ່າ ເຣື່ອງນີ້ ຈະເປັນແບບວ່າ ໄດ້ຢ່າງເສັຽຢ່າງ ການປົກຄອງ ແບບພັກດຽວ ກໍມີຂໍ້ດີ ເຣື່ອງຄວາມສງົບ ໃນສັງຄົມ ແລະ ການເມືອງ ພາຍໃນ ປະເທດ ແຕ່ ປະຊາຊົນ ມີສິດ ໃນຂອບເຂດ ທີ່ຈໍາກັດ. ສ່ວນແບບຫລາຍພັກ ປະຊາຊົນ ຈະມີສິດ ເສຣີພາບ ປະຊາທິປະໄຕ ຫລາຍຂຶ້ນ ໂດຍສະເພາະ ຈະມີສິດ ເລືອກເອົາ ຜູ້ຕາງໜ້າ ຈາກ ພັກການເມືອງ ທີ່ຕົນມັກ ເຂົ້າມາ ບໍຣິຫານ ປະເທດ.

ໃນຂະນະ ດຽວກັນ ກໍມີຄົນລາວ ອີກຜູ້ນຶ່ງ ກໍເຫັນວ່າ ການປົກຄອງ ປະເທດ ແບບມີ ພັກດຽວນັ້ນ ດີຢູ່ແລ້ວ ເພາະບໍ່ຕ້ອງການ ໃຫ້ສັງຄົມ ມີຄວາມວຸ້ນວາຍ:

"ການປົກຄອງ ກໍບໍ່ປ່ຽນ ກໍໄດ້ ເພາະວ່າມັນ ຈະມີພັກດຽວ ກໍພໍແລ້ວ ຖ້າໄປປ່ຽນເປັນ ແບບໄທ ມັນກໍຈະ ສັບສົນ ວຸ້ນວາຍອີກ ຂັດແຍ່ງ ກັນ ພັກດຽວ ເວົ້າຢ່າງດຽວ ກໍດີແລ້ວ ເພາະກົດຣະບຽບ ກໍເຄັ່ງຄັດ ໄປຕາມນັ້ນ".

ເລົາເວົ້າຕື່ມ ອີກວ່າ ເຖິງຈະມີ ຫລາຍກຸ່ມ ທີ່ຕ້ອງການ ປ່ຽນແປງ ການປົກຄອງ ໃນລາວ ແຕ່ຄວາມເປັນຈິງ ກໍຍັງ ບໍ່ມີຜູ້ໃດ ກ້າສເນີ ແນວຄິດນັ້ນ ມີພຽງການ ວິພາກວິຈານ ເທົ່ານັ້ນ ຊຶ່ງໃນ ອະນາຄົດ ຫາກມີການ ປ່ຽນແປງ ເກີດຂຶ້ນແທ້ ຕົນກໍຈະ ຍອມຮັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.