ຊາວລາວເມືອບ້ານ ສລອງປີໃໝ່

ຊາວລາວ ທີ່ເຮັດວຽກ ຢູ່ໄທຽ ຢ່າງຫລວງຫລາຍ ພາກັນ ກັບບ້ານ ເພື່ອສລອງ ບຸນປີໃໝ່.
ຫວາດ ສີມູນ
2012.04.13
F-Lao-girls-new-year ເດັກນ້ອຍຍິງລາວ ແຕ່ງໂຕທ່ຽວຫລີ້ນ ບຸນປີໃໝ່ ໃນເຂດ ທາຕຫຼວງວຽງຈັນ
the-nation

ກົດຟັງສຽງ

ຊາວລາວ ທີ່ເຮັດວຽກ ກາຣງານ ຢູ່ ປະເທສໄທຽ ສ່ວນຫລາຍ ຈະພາກັນ ກັບບ້ານ ໃນຍາມເທສກາລ ຕ່າງໆ ເຊັ່ນຍາມບຸນ ປີໃໝ່ ພ.ສ. 2555 ຫລື ຄ.ສ. 2012 ນີ້ ທີ່ດ່ານຊາຍແດນ ລາວ-ໄທຽ ເກືອບທຸກດ່ານ ກໍຈະເຫັນ ມີຊາວລາວ ພາກັນກັບ ເມືອບ້ານ ເພື່ອສລອງ ປີໃໝ່ ຮ່ວມກັບ ຄອບຄົວ ຍາຕພີ່ນ້ອງ.

ໜັງສືພີມ ຜູ້ຈັດກາຣ ອອນໄລນ໌ ໄດ້ຣາຍງານ ໃນມື້ວັນທີ່ 11 ເມສາ ນີ້ວ່າ ນັບແຕ່ທ້າຍ ສັປດາ ຜ່ານມາ ຢູ່ທ່າເຮືອ ເມືອງ ມຸກດາຫາຣ ໃນແຕ່ລະມື້ ກໍມີ ຊາຍໜຸ່ມ ຍິງສາວ ຊາວລາວ ບໍ່ຕໍ່າກວ່າ 500 ຄົນ ພາກັນ ເດີນທາງ ຈາກບາງກອກ ແລະ ຈາກເຂຕອື່ນໆ ພາກັນລໍຖ້າ ເຮືອຂ້າມ ໄປແຂວງ ສວັນນະເຂຕ ຈົນທາງກາຣ ເທສບາລ ເມືອງ ມຸກດາຫາຣ ຕ້ອງໄດ້ ຈັດຫາເຮືອ ເຂົ້າມາເສີມຕື່ມ ຫລາຍສິບລໍາ ເພື່ອລໍາລຽງ ເອົາ ຊາວລາວ ກັບບ້ານ.

ພ້ອມດຽວກັນນັ້ນ ຫ້າງຮ້ານ ຄ້າຂາຍຕ່າງໆ ໃນແຂວງ ມຸກດາຫາຣ ກໍປາກົດວ່າ ຄຶກຄັກ ໄປຕາມໆກັນ ຍ້ອນຫລາຍໆຄົນ ພາກັນແວ່ ຊື້ເຄື່ອງໃຊ້ ຂອງສອຍຕ່າງໆ ຮວມທັງ ອາຫາຣກາຣກິນ ທັງຂອງສົດ ຂອງແຫ້ງ ພ້ອມກັບເຄື່ອງໃຊ້ ໄຟຟ້າ ນາໆຊນິດ ເພື່ອເປັນຂອງຝາກ ພີ່ນ້ອງ ທາງບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 13, 2012 11:56 AM

ເປັນການດີ,ຮັກສາຮີດບໍ່ໃຫ້ໝອງ ຄອງບໍ່ໃຫ້ເສົ້າ ຂໍໃຫ້ລາວເຮົາທຸກຄົນຈົ່ງ ມີຄວາມສຸກ ຄວາມຈະເລີນ ທາງກາຍ ແລະໃຈ ອັນປະກອບດ້ວຍ ລາບ,ຍົດ,ສັລເສີນ ຍໍໆຍິ່ງ ຕໍ່ໆໄປເທີ່ນ.

Anonymous
Apr 15, 2012 10:53 PM

ກັບຄືນບ້ານເກີດເມືອງນອນດີແລ້ວ,ພາສາບົ່ງບອກ ເຖິງຊາຕມາລະຍາດ ຊີ້ໃຫ້ຮູ້ເຖິງຕະກູນ,ຮັກສາຮີດບໍ່ໃຫ້ໝອງ ຄອງບໍ່ໃຫ້ເສົ້າ ແມ່ນປະເສີດເລີດລ້ຳ ທັງໄນປັດຈຸບັນແລະອານາຄົດ ຕໍ່ໄປ.

Anonymous
Apr 13, 2012 04:44 PM

Becareful of christian church in Laos may has a cold war...please watch out.

Anonymous
Apr 13, 2012 04:52 PM

All Laotians people in Lao shoul believe in buddhist..