ຄົນລາວເຮັດວຽກບໍ່ມີ ອະນຸຍາດໃນຕ່າງແດນ

ຄົນງານລາວ ທີ່ ລັກເຮັດວຽກ ບໍ່ມີໃບ ອະນຸຍາດ ໃນປະເທດ ເພື່ອນບ້ານ ມີຄວາມສ່ຽງ ຫລາຍ.
ໂພໄຊສວັດ
2010.11.17

ກົດຟັງສຽງ

ອີງຕາມ ໂຕເລກຂອງ ກົມແຮງງານ ລາວ ແລະ ຫ້ອງການ ຈັດສົ່ງ ຄົນງານລາວ ໄປເຮັດວຽກ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ປະເທດໄທ ເຫັນວ່າມີ ຄົນງານລາວ ທີ່ລັກ ເຂົ້າມາເຮັດ ວຽກໃນໄທ ປະມານ 3 ແສນຄົນ. ຄົນງານລາວ ສ່ວນຫລາຍ ຈະຊອກຫາ ຊ່ອງທາງໄປເອງ, ມີໝູ່ເພື່ອນ ທີ່ເຄີຍໄປ ຊັກຊວນ ຫລືມີນາຍໜ້າ ຂະບວນການ ຫາວຽກ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຈັດຫາ ວຽກໃຫ້.

ຄົນງານລາວ ທີ່ລັກເຮັດວຽກ ແບບຜິດກົດໝາຍ ດັ່ງກ່າວ ຈະມີຄວາມສ່ຽງ ເຊັ່ນການ ບໍ່ມີວຽກເຮັດ ເມື່ອມາເຖິງໄທ, ມີວຽກແຕ່ ບໍ່ສອດຄ່ອງ ກັບຄວາມສາມາດ, ຫລືອາດ ຖືກບັງຄັບ ໃຊ້ແຮງງານ ແບບຜິດກົດໝາຍ ແລະ ບໍ່ຍຸຕິທັມ. ນອກຈາກນີ້ ພວກຂະເຈົ້າ ຍັງມີຄວາມສ່ຽງ ເມື່ອຢາກກັບ ເມືອລາວ ຫລັງຈາກ ເຮັດວຽກ ໃນໄທແລ້ວ ຍ້ອນວ່າ ບໍ່ມີໜັງ ສືເດີນທາງ ເມື່ອເຂົ້າມາ ຕອນທຳອິດ ແລະ ຫລາຍຄົນມີ ໜັງສືເດີນທາງ ທີ່ໝົດອາຍຸ. ດັ່ງທ້າວ ບອຍ ທີ່ໄດ້ໄປ ຂໍໜັງສື ເດີນທາງຊົ່ວຄາວ ຈາກ ສະຖານທູດລາວ ປະຈຳ ບາງກອກ ເລົ່າສູ່ຜູ້ສື່ຂ່າວ ເອເຊັຍເສຣີ ຟັງວ່າ:

"ເຣັດການຢູ່ ຮ້ານອາຫານ ມາຈາກບ້ານໂພນ ຢານາງ, ເຊໂນແຂວງ ສວັນນະເຂດ, ເຮັດປັສປໍມາ ແຕ່ປັສປໍ ໝົດອາຍຸ ບໍ່ໄດ້ໄປຕໍ່ ສ່ວນຫລາຍບໍ່ໄດ້ ຮິບໂຮມເງິນ ຄິດຮອດແມ່ ຢາກເມືອຢາມແມ່ ເມືອຫາແມ່ ຢູ່ບ້ານ".

ທຸກໆມື້ຈະມີ ຄົນງານລາວ ນັບຮ້ອຍຄົນ ທີ່ມາຂໍ ໜັງສືຜ່ານແດນ ຊົ່ວຄາວຈາກ ສະຖານທູດລາວ ປະຈຳບາງກອກ ປະເທດໄທ. ຖ້າຫາກບໍ່ມີ ໜັງສື ກໍມີຄວາມສ່ຽງ ທີ່ຈະຖືກ ທາງການໄທຈັບ ໃນຂໍ້ຫາ ເຂົ້າເມືອງ ຜິດກົດໝາຍ ແລະ ຈະຖືກປັບໃໝ ເປັນຈຳນວນ ເງິນຫລາຍເທົ່າ ຈົນວ່າການ ລັກເຂົ້າມາ ເຮັດວຽກໃນໄທ ບໍ່ຄຸ້ມຄ່າ ກັບຄວາມສ່ຽງ. ຜູ້ຈັດການ ບໍຣິສັດ ຫາວຽກໃຫ້ຄົນ ໄປເຮັດການ ຕ່າງປະເທດ ຢືນຢັນ ຈຳນວນຄົນ ໄປເຣັດວຽກ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ໃນປະເທດໄທ ວ່າ:

"ເອີພວກໄປເຖື່ອນ ຄົນປະມານ 3 ແສນຄົນ ເອີໄປເຖື່ອນ ບໍ່ແມ່ນໄປ ທາງການໃດ ເອີເຮົາ ບໍ່ຮູ້ວິທີ ເຂົາໄປເຂົາມາ ຄືເຫັນຫັ້ນແລ້ວ ບາດຊິມາ ມັນກ໋ະໄປ ຫາທູດລາວ ແລ້ວກ໋າມາ".

ເຖິງຢ່າງໃດ ກໍຕາມ ພວກຄົນງານລາວ ເຫລົ່ານີ້ອາດ ຈະໂຊກດີທີ່ ມາເຖິງ ແລະໄດ້ຮັບ ການຊ່ວຍເຫລືອ ຈາກ ສະຖານທູດລາວ ແຕ່ຫລາຍຄົນ ອາດຈະຕົກ ເປັນເຫຍື່ອຂອງ ຂະບວນການ ຄ້າມະນຸດ, ຄ້າແຮງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.