ກັມມະກອນໃນລາວ ຍັງຖືກຂູດຮີດ

ກັມມະກອນ ໃນລາວ ຍັງຖືກຂູດຮີດ ແຮງງານຢູ່ ຍ້ອນວ່າ ກຸ່ມນາຍທຶນ ຕ້ອງການ ປະຫຍັດ ຄ່າໃຊ້ຈ່າຍ ເພື່ອຜົນກໍາໄລ ຂອງຕົນເອງ.

ສ່ວນນຶ່ງຂອງ ກັມມະກອນ ທີ່ຫາເຊົ້າກິນຄໍ່າ ໃນລາວ
ສ່ວນນຶ່ງຂອງ ກັມມະກອນ ທີ່ຫາເຊົ້າກິນຄໍ່າ ໃນລາວ (RFA)

0:00 / 0:00

ກົດຟັງສຽງ

ກັມມະກອນ ຜູ້ອອກ ແຮງງານ ໃນ ສປປລາວ ຍັງຖືກຂູດຮີດ ແຮງງານ ຢູ່ ຍ້ອນວ່າ ກຸ່ມນາຍທຶນ ຜູ້ເປັນເຈົ້າຂອງ ໂຮງຈັກ ໂຮງງານ ຕ່າງໆ ຕ້ອງການທີ່ ຈະປະຫຍັດ ຄ່າໃຊ້ຈ່າຍ, ໂດຍສະເພາະ ຄ່າໃຊ້ຈ່າຍ ໃນເຣື້ອງຜົນ ຕອບແທນ ຂອງແຮງງານ ເພື່ອຜົນກໍາໄລ ຂອງຕົນເອງ. ຕໍ່ບັນຫາ ດັ່ງກ່າວ, ທາງສະຫະພັນ ກັມມະບານ ລາວ ຈໍາເປັນຕ້ອງ ໄດ້ໃຫ້ຄວາມ ຊ່ອຍເຫລືອ ແລະ ປົກປ້ອງ ແຮງງານລາວ ເພື່ອຄວາມຖືກຕ້ອງ ຕາມກົດໝາຍ ແລະ ວິຖີຊີວິດ ຂອງ ກັມມະກອນ ລາວ ໃຫ້ມີຊີວິດ ການເປັນຢູ່ ທີ່ດີຂຶ້ນ ກ່ວາເກົ່າ. ເຈົ້າໜ້າທີ່ ຈາກສະຫະພັນ ກັມມະບານ ນະຄອນຫລວງ ວຽງຈັນ ກ່າວວ່າ:

"ການກົດຂີ່ ຂູດຮີດ ແຮງງານ ກໍຍັງມີຢູ່ ເພາະວ່າ ຕ້ອງຮູ້ໄດ້ວ່າ ພວກລົງທຶນ ມັນປະຫຍັດ ໃນການ ໃຊ້ຈ່າຍ ຂອງເຂົາ ກໍເປັນການດີ ໃຫ້ເຂົາ ເພື່ອຜົນກໍາໄລ ຂອງເຂົາ ເປັນຕົ້ນວ່າ ການໃຊ້ແຮງງານ ລ່ວງເກີນ ການໃຊ້ແຮງງານ ທີ່ວ່າ ມັນບໍ່ຊອບ ກົດໝາຍ ຫລືວ່າ ວັນພັກ ກໍບໍ່ໃຫ້ພັກ ໃຫ້ເຊົາ. ອັນນີ້ ກໍເປັນການ ຂູດຮີດ ແຮງງານ."

ທ່ານ ກ່າວຕໍ່ໄປ ອີກວ່າ ໃນປັດຈຸບັນ ນີ້ ຈໍານວນໂຮງງານ ໃນສປປລາວ ທັງຂອງ ພາກຣັຖ ແລະ ຂອງເອກກະຊົນ ກໍມີຈໍານວນ ທີ່ຫລາຍຂຶ້ນ ໃນຂນະທີ່ ເສຖກິດ ມີການ ຂຍາຍຕົວ, ເຮັດໃຫ້ ຈໍານວນ ກັມມະກອນ ຜູ້ອອກແຮງງານ ກໍມີຫລາຍ ເພີ້ມຂຶ້ນ ເຊັ່ນດຽວກັນ, ແລະ ເຮັດໃຫ້ ເຈົ້າຂອງ ໂຮງຈັກໂຮງງານ ບາງແຫ່ງ ໃຊ້ຊ່ອງຫວ່າງ ຂອງ ກົດໝາຍ ໃນການຂູດຮີດ ກັມມະກອນ ຜູ້ອອກແຮງງານ ໂດຍບໍ່ຖືກຕ້ອງ ຕາມກົດໝາຍ. ສ່ວນເຣື້ອງ ການປົກປ້ອງ ແຮງງານ ດັ່ງກ່າວ, ກໍມີຄວາມ ຈໍາເປັນຫລາຍ ເພາະ ຕ້ອງການເຮັດໃຫ້ ມີຊີວິດການ ເປັນຢູ່ ຂອງຊາວ ກັມມະກອນ ໄດ້ຮັບການ ປົກປ້ອງ ຈາກກຸ່ມນາຍທຶນ ຕາມຣະບຽບ ກົດໝາຍ:

“ເວົ້າເຣື້ອງ ບັນຫາການ ປົກປ້ອງ ແຮງງານ ເປັນຄວາມ ຈໍາເປັນຫລາຍ. ຖ້າບໍ່ມີການ ປົກປ້ອງແຮງງານ ຈະເຮັດໃຫ້ການ ຂູດຮີດແຮງງານ ໄດ້ເພີ້ມຂຶ້ນ. ການສນອງ ແຮງງານ ມີບາງບ່ອນ ກໍບໍ່ສນອງ ຕອບຕາມຄວາມ ຮຽກຮ້ອງວຕ້ອງການ, ໂດຍສະເພາະ ຕາມກົດໝາຍ ການຈັດຕັ້ງ ກັມມະບານ ພວກເຮົາ ຕ້ອງໄດ້ຊ່ອຍ”.

ອີກຢ່າງນຶ່ງ, ການປົກປ້ອງ ແລະ ຊ່ອຍເຫລືອ ກັມມະກອນ ຜູ້ອອກແຮງງານ ໃນສປປລາວນີ້, ທາງສະຫະພັນ ກັມມະບານລາວ ຈະຕ້ອງໄດ້ ປະສານງານ ກັບໜ່ວຍງານ ທີກ່ຽວຂ້ອງ ເພື່ອຫາທາງ ແກ້ໄຂ ແລະ ຕັກເຕືອນ ໂຮງງານ ທີ່ລະເມີດ ກົດໝາຍ ແຮງງານ ຫລື ເຖິງຂັ້ນ ດໍາເນີນຄະດີ ຕາມກົດໝາຍ ຖ້າຫາກວ່າ ເຈົ້າຂອງໂຮງງານ ບໍ່ຍອມ ປະຕິບັດ ຕາມກົດໝາຍ ແຮງງານ ພາຍຫລັງ ທີ່ມີການ ຕັດເຕືອນແລ້ວ.