ກົດຟັງສຽງ
ການຟ້ອນລໍາວົງ ຖືວ່າເປັນ ສິລປະ ທີ່ມີລັກສະນະ ເປັນເອກລັກ ສະເພາະ ຂອງລາວ ແຕ່ວ່າ ໃນປັຈຈຸບັນ ລີລາການຟ້ອນ ແບບດັ້ງເດີມ ທີ່ ຈົບງາມນັ້ນ ກໍາລັງ ຂາດຫາຍໄປ ເທື່ອລະໜ້ອຍ ຍານາງສົມຈັນ ຖານະວົງ ຮອງຫົວໜ້າກົມ ໂຄສະນາ ອົບຮົມ ແລະ ວັທນະທັມ ສູນກາງ ສະຫະພັນ ແມ່ຍິງລາວ ໄດ້ກ່າວເມື່ອ ບໍ່ດົນມາ ນີ້ວ່າ ການຟ້ອນ ລໍາວົງລາວ ໃນທຸກມື້ນີ້ ສ່ວນຫລາຍ ບໍ່ຖືກ ລັກສນະ ແທ້ຈິງ ຂອງ ລໍາວົງລາວ.
ການຟ້ອນ ລໍາວົງ ແມ່ນ ສິລປະ ທີ່ມີຄຸນຄ່າ ຂອງລາວ ມີເອກກະລັກ ແລະ ຄວາມສວຍງາມ ໃຫ້ຄວາມມ່ວນຊື່ນ ໃນຍາມ ພົບປະສັງສັນ ສະແດງເຖີງ ຄວາມສາມັກຄີ ມິຕພາບ ໃຫ້ກຽດຕ້ອນຮັບ ແຂກບ້ານ ແຂກເມືອງ.
ການຟ້ອນ ລໍາວົງລາວ ຖ້າເບິ່ງແບບ ບໍ່ເລິກ ກໍຄືວ່າ ບໍ່ມີຫຍັງ ຫຍູ້ງຍາກ ໃນການອອກ ໄປສະແດງ ລີລາໃນເວທີ ແຕ່ຄວາມຈິງແລ້ວ ການຟ້ອນລໍາວົງ ແມ່ນມີຫລາຍ ອັນທີ່ເປັນ ທໍານຽມ ຫລື ກະຕິກາ ກໍວ່າໄດ້ ເຊັ່ນ: ຕ້ອງຟ້ອນ ເປັນຄູ່ຍິງຊາຍ ກ່ອນຈະຟ້ອນ ທັງຄູ່ຕ້ອງນົບ ເພື່ອສະແດງ ການຄໍານັບ ເຄື່ອນຍ້າຍເປັນວົງ ເລີ່ມຈາກ ເບື້ອງຂວາ ໄປຫາເບື້ອງຊາຍ ຜູ້ຊາຍ ຢູ່ດ້ານໃນ ແມ່ຍິງ ຢູ່ດ້ານນອກ ເມື່ອເພງຈົບ ປິ່ນໜ້າຫາກັນ ເບິ່ງໜ້າກັນ ຍິ້ມໃຫ້ກັນ ແລະ ນົບສະແດງ ຄວາມຂອບໃຈກັນ ຈື່ງສິ້ນສຸດ ລໍາວົງລາວ ທີ່ແທ້ຈິງ. ສິ່ງທີ່ຄວນ ຫລີກເວັ້ນ ແມ່ນບໍ່ຄວນ ອອກໄປ ຕັດໜ້າ ຄູ່ຟ້ອນອື່ນ ຕ້ອງອອກຕໍ່ ຕາມຫລັງ ບໍ່ປ່ຽນຄູ່ຟ້ອນ ກາງຮອບ ບໍ່ຍື່ນຄໍ ຫລືສົ່ງສຽງ ໂອ້ລົມ ກັບຄູ່ ຂອງຄົນອື່ນ ບໍ່ສະແດງ ໜ້າບູດບຶ້ງ ບໍ່ຄວນເຕັ້ນ ໂລດໂຜນ ກວ່າຈັງຫວະ ດົນຕຣີ ບໍ່ປະຕິເສດ ເມື່ອຖືກເຊີນ ຂື້ນຟ້ອນ.
ນີ້ຄືລັກສນະ ການຟ້ອນ ລໍາວົງລາວ ຂອງ ຍານາງ ສົມຈັນ ຖານະວົງ.