ຄະດີອາສຍາກັມ ນໍ້າຂອງດໍາເນີນຕໍ່
2012.09.19
ທາງການ ລາວແລະໄທ ຈະສົ່ງເຈົ້າໜ້າທີ່ ກ່ຽວຂ້ອງ ໄປປະເທດຈີນ ໃນວັນທີ 20 ກັນຍາ 2012 ນີ້ ເພື່ອໄປໃຫ້ການ ໃນຄະດີ ອາສຍາກັມ ໃນແມ່ນໍ້າຂອງ ເມື່ອປີກາຍນີ້ ທີ່ໄດ້ມີ ພະນັກງານ ຂົນສົ່ງ ໃນເຮືອສິນຄ້າຈີນ 13 ຄົນຖືກສັງຫານ. ອີງຕາມ ໜັງສືພິມ ຊິນຫົວ.
ເຈົ້າໜ້າທີ່ ຈາກສອງປະເທດ ຈະໃຫ້ປາກຄໍາ ໃນຄະດີ ອາສຍາກັມ ໃນແມ່ນໍ້າຂອງ ເມື່ອປີກາຍນີ້ ໃນສານ ປະຊາຊົນ ຂັ້ນກາງ ເມືອງຄຸນໝິງ ແຂວງຍຸນນານ ປະເທດຈີນ.
ເຖິງວ່າເຫດການ ໄດ້ເກີດຂຶ້ນ ໃນຕ່າງປະເທດ ແລະ ຜູ້ຕ້ອງສົງໄສ ກໍເປັນຊາວ ຕ່າງຊາດ ແຕ່ຜູ້ເຄາະຮ້າຍ ເປັນຄົນຈີນ ທັງໝົດ ແລະ ອາສຍາກັມ ໄດ້ເກີດຂຶ້ນ ໃນເຮືອຂົນສົ່ງ ສິນຄ້າຈີນ ສະແດງວ່າ ຈີນ ມີອໍານາດ ໃນການ ດໍາເນີນຄະດີ.
ໃນການສືບສວນ ຄະດີຮ່ວມກັນ ຂອງເຈົ້າໜ້າທີ່ ຕໍາຣວດ ລາວ ຈີນ ພະມ້າ ແລະໄທ ພົບວ່າ ນາຍຈາຍໜໍ່ຄໍາ ຜູ້ຕ້ອງສົງໄສ ຄົນສໍາຄັນ ພ້ອມກັບສະມາຊິກ ຂະບວນການ ກໍ່ອາສຍາກັມ ທີ່ມີທະຫານໄທ ຮ່ວມຢູ່ນໍາ ໄດ້ວາງແຜນ ແລະ ໄດ້ລົງມືສັງຫານ ພະນັກງານຂົນສົ່ງ ໃນເຮືອສິນຄ້າຈີນ 2 ລໍາ ຄືເຮືອ ຫົວປິງ ແລະ ເຮືອ ຢູຊິງ 8 ຈໍານວນ ທັງໝົດ 13 ຄົນ ໃນມື້ວັນທີ 5 ຕຸລາ 2011 ໃນແມ່ນໍ້າຂອງ.
ນາຍຈາຍໜໍ່ຄໍາ ຫົວໜ້າຂະບວນ ການຄ້າຢາເສພຕິດ ແລະ ພັກພວກອີກ 5 ຄົນ ເປັນຜູ້ຕ້ອງສົງໄສ ໃນຄະດີ ອາສຍາກັມ ຈະຖືກສານ ປະຊາຊົນ ຂັ້ນກາງ ເມືອງຄຸນໝິງ ແຂວງຍຸນນານ ພິພາກ ສາຄະດີ ຈະເລີ້ມແຕ່ເວລາ 9 ໂມງ 30 ຕອນເຊົ້າ ວັນພຣະຫັດ ວັນທີ 20 ກັນຍາ 2012 ນີ້.