ນັກຮຽນລາວສົນໃຈ ການເລືອກຕັ້ງໃນ USA

ນັກຮຽນລາວ ຮຽນຮູ້ ກ່ຽວກັບ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ອະເມຣິກາ.

ນັກຮຽນລາວ ທີ່ສົນໃຈ ຮຽນຮູ້ກ່ຽວກັບ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ອະເມຣິກາ
ນັກຮຽນລາວ ທີ່ສົນໃຈ ຮຽນຮູ້ກ່ຽວກັບ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ອະເມຣິກາ (US-embassy-Laos)

0:00 / 0:00

ເພື່ອທີ່ຈະສ້າງຄວາມ ເຂົ້າໃຈ ເພີ່ມຕື່ມ ກ່ຽວກັບ ຣະບົບການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ທາງສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາ ສປປ ລາວ ຈື່ງຈັດການເລືອກຕັ້ງ ຕົວຢ່າງ ເພື່ອເປີດໂອກາດ ໃຫ້ນັກຮຽນລາວ ຮຽນຮູ້ ກ່ຽວກັບ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ອະເມຣິກາ.

ໃນການເລືອກ ຕັ້ງຕົວຢ່າງ ຄັ້ງນີ້ ມີນັກຮຽນ ມັທຍົມລາວ ປະມານ 60 ຄົນ ເຂົ້າຮ່ວມ ຊຶ່ງໃນນັ້ນ ສ່ວນຫລາຍກໍແມ່ນ ມາຈາກໂຮງຮຽນ ສໍາລັບນັກຮຽນ ທີ່ມີ ພອນສະຫວັນ ແລະນັກຮຽນ ຊົນເຜົ່າ. ພວກເຂົາເຈົ້າ ເປັນທັງນັກຮຽນ ລົງທະບຽນຮຽນ ໃນໂຄງການຮຽນ ພາສາອັງກິດ ຂອງສະຖານທູດ ສະຫະຣັດ ທີ່ໃຫ້ ພວກເຂົາເຈົ້າ ມີໂອກາດ ໄດ້ຮຽນພາສາອັງກິດ ຕື່ມ 2 ປີ ຢ່າງບໍ່ໄດ້ເສັຍຄ່າ.

ເປັນຄືກັນກັບ ການເລືອກຕັ້ງ ປະທານາທິບໍດີ ສະຫະຣັດ ຕົວຈິງ ເບື້ອງຕົ້ນ ພວກນັກຮຽນ ຄັດເລືອກຜູ້ສະໝັກ ຮັບເລືອກຕັ້ງ ຈາກ ພັກການເມືອງ ຕ່າງໆ ແລ້ວຜູ້ສະໝັກ ຮັບເລືອກຕັ້ງ ກໍໄປໂຄສະນາ ຫາສຽງ ໂດຍຈັດການ ພົບປະກັບ ຜູ້ລົງຄະແນນສຽງ ເລືອກຕັ້ງ, ມີການໂຕ້ວາທີ ກ່ຽວກັບບັນຫາຕ່າງໆ ແລະ ມີການເວົ້າເຖິງ ຍຸທສາດຂອງຕົນ. ໃນຕອນທ້າຍ ພວກນັກຮຽນ ປ່ອນບັດ ໃຫ້ຜູ້ສະໝັກ ຮັບເລືອກຕັ້ງ ຄົນສຸດທ້າຍ 2 ຄົນ ເພື່ອຄັດເອົາຜູ້ຊະນະ ໃນການເລືອກຕັ້ງນັ້ນ.

ໃນຣະຫວ່າງການເລືອກຕັ້ງ ຕົວຢ່າງ ພວກນັກຮຽນ ທັງໄດ້ຮຽນຮູ້ກ່ຽວກັບ ບົດບາດ ຂອງ ສື່ມວນຊົນ ໃນການເລືອກຕັ້ງ, ກ່ຽວກັບການປ່ອນບັດ ລົງຄະແນນສຽງ ແລະທັງກ່ຽວ ກັບພະລັງ ຂອງການໂຄສະນາ ທີ່ມີຜົນກະທົບ ຕໍ່ຄວາມຄິດເຫັນ ຂອງຜູ້ມີສິດ ເລືອກຕັ້ງ.

ເດືອນ ພຶສຈິກາ ທີ່ຈະມາເຖິງນີ້ ຊາວອະເມຣິກັນ ຫລາຍລ້ານຄົນ ຈະໄດ້ປ່ອນບັດ ລົງຄະແນນສຽງ ເພື່ອເລືອກເອົາ ປະທານາທິບໍດີ ສະຫະຣັດ ອະເມຣິກາ ຄົນຕໍ່ໄປ. ການຕັດສິນໃຈ ນັ້ນ ຈະມີຜົນກະທົບໄປ ທົ່ວທັງໂລກ. ດັ່ງນັ້ນ ຈຶ່ງບໍ່ແປກໃຈວ່າ ປະຊາຊົນລາວ ກໍມີຄວາມ ສົນໃຈ ນໍາຜົນ ຂອງການເລືອກຕັ້ງ ປະທານາທິບໍດີ ສະຫະຣັດນັ້ນ. ຜົນຂອງການເລືອກຕັ້ງ ຈະປະກາດ ອອກໃນຕອນເຊົ້າ ຂອງວັນທີ 7 ພຶສຈິກາ.