ກົດຟັງສຽງ
ປັດຈຸບັນນີ້ ສູນກາງ ສະຫະພັນ ກັມມະບານ ລາວ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ພິຈາຣະນາ ເພີ້ມອັຕຣາ ຄ່າແຮງງານ ຂັ້ນຕໍ່າ ໃຫ້ກັບ ກັມມະກອນ ເພື່ອໃຫ້ ສອດຄ່ອງກັບ ຄ່າຄອງຊີບ, ໂດຍສະເພາະ ບັນດາ ໂຮງງານຕ່າງໆ ຈະຕ້ອງໄດ້ ປະຕິບັດ ຕາມກົດໝາຍ ແຮງງານ ຢ່າງຖືກຕ້ອງ. ທັ້ງນີ້ ເນື່ອງຈາກວ່າ ມີກັມມະກອນ ຫລາຍຄົນ ຖືກເອົາປຽບ ຄ່າແຮງງານ ດັ່ງທ່ານ ຄໍາຫລ້າ ຫລໍ່ລອນສີ, ຮອງ ປະທານ ສູນກາງ ສະຫະພັນ ກັມມະບານ ລາວ ນະຄອນຫລວງ ວຽງຈັນ ກ່າວວ່າ:
"ໃນຕອນນີ້ ພວກເຮົາ ຍັງຈະໄດ້ ສເນີເພີ້ມ ຕື່ມອີກ ເພື່ອອີງໃສ່ຄ່າ ຄອງຊີບ ອີງໃສ່ ສະພາບການ ເສຖກິດ ການເງິນ ຂອງໂລກ ກໍຄື ພາຍໃນພວກ ເຮົານີ້ ໃຫ້ມີການ ປ່ຽນແປງ. ຈັ່ງຊັ໋ນ ພວກເຮົາມີ ຄວາມຈໍາເປັນ ທີ່ຈະຕ້ອງໄດ້ ປັບປຸງ ກ່ຽວກັບ ເງິນເດືອນ ຕໍ່າສຸດ ຂອງ ກັມມະກອນ ຕື່ມອີກ."
ທ່ານ ຕໍ່ໄປອີກວ່າ ໃນປັດຈຸບັນ ນີ້ ທາງສູນກາງ ສະຫະພັນ ກັມມະບານ ລາວ ໄດ້ສົມທົບກັບ ທາງພາຄີ ສະພາການຄ້າ ແລະ ກະຊວງແຮງງານ ໃນການຄົ້ນຄວ້າ ຢ່າງເປັນ ເອກພາບກັນ ເພື່ອຢື່ນເຣື້ອງສເນີ ການອະນຸຍາດ ຈາກທາງຣັຖບານ ໃນການເພີ້ມ ອັຕຣາແຮງງານ ຂັ້ນຕໍ່າ ໃຫ້ກັບ ກັມມະກອນ ຜູ້ອອກແຮງງານ.
ສໍາລັບ ອັຕຣາແຮງງານ ຂັ້ນຕໍ່າ ຂອງກັມມະກອນ ຕາມກົດໝາຍ ທີ່ໄດ້ກໍານົດໄວ້ ແມ່ນ 5 ແສນກ່ວາກີບ, ຊຶ່ງເປັນເງິນເດືອນ ແລະ ຄ່ານະໂຍບາຍ ຕ່າງໆ, ຊຶ່ງເຈົ້າຂອງ ໂຮງງານ ຈະຕ້ອງໄດ້ ຈ່າຍອັຕຣາ ດັ່ງກ່າວ ໃຫ້ກັບແຮງງານ ດັ່ງທ່ານ ຄໍາຫລ້າ ກ່າວຕື່ມວ່າ:
“ທັງໝັດ ແມ່ນ 5 ແສນ ກ່ວາກີບ ຕໍ່ຄົນ ຕໍ່ເດືອນ, ແມ່ນແຕ່ລະ ໂຮງຈັກໂຮງງານ ຫລືວ່າ ຜູ້ອໍານວຍການ ຜລິດຕ່າງໆ ຈະຕ້ອງໄດ້ ປະຕິບັດ ຕໍ່ກັມມະກອນ ທີ່ອອກແຮງງານ ແມ່ນບໍໃຫ້ ຫລຸດກ່ວານັ້ນ. ຕໍ່ໄປນີ້ ຈະແມ່ນ ຈະໄດ້ເພີ້ມ ຕື່ມເທົ່າໃດ ນັ້ນ ຍັງບໍ່ທັນ ເວົ້າໄດ້ ຍັງກໍາລັງ ຄົ້ນຄວ້າ ສເນີຢູ່.”
ນອກຈາກ ຈະມີການ ພິຈາຣະນາ ການຂຶ້ນເງິນ ເດືອນ ຂັ້ນຕໍ່າ ໃຫ້ກັບ ກັມມະກອນ ແລ້ວ, ຍັງໄດ້ມີການ ປະສານກັບ ພາກສ່ວນຕ່າງໆ ເພື່ອປົກປ້ອງ ການຖືກເອົາປຽບ ດ້ານແຮງງານ ຂອງ ກັມມະກອນ ຜູ້ອອກແຮງງານ, ໂດຍສະເພາະ ໂຮງຈັກໂຮງງານ ແລະ ຜູ້ອໍານວຍການ ຜລິດຕ່າງໆ ເພື່ອໃຫ້ ກັມມະກອນ ໄດ້ຮັບສິດທິ ທີ່ເປັນທັມ.