ທາງກາຣລາວບໍ່ຖືສໍາຄັນ ເຣື່ອງຜົນກະທົບຈາກເຂື່ອນ

ທາງກາຣ ສປປລາວ ບໍ່ໃຫ້ ຄວາມສຳຄັນ ໃນ ກາຣສຶກສາ ສໍາຣວດ ເຣື່ອງ ຜົນກະທົບ ແລະ ຄວາມເສັຍຫາຍ ທີ່ ຈະເກີດຈາກ ໂຄງກາຣ ສ້າງເຂື່ອນ ຕ່າງໆ ແຕ່ຢ່າງໃດ.
ຫວາດ ສີມູນ
2012.04.13

ກົດຟັງສຽງ

ນັກວິຊາກາຣ ດ້ານພລັງງານ ຊາວລາວ ຜູ້ໜຶ່ງວ່າ ໃນຣະຍະ ຜ່ານມາ ມີຫລາຍຄົນ ໄດ້ສຶກສາ ຄົ້ນຄວ້າ ເຖີງຜົລ ກະທົບ ຕໍ່ສີ່ງແວດລ້ອມ ພ້ອມກັບ ຄວາມຄຸ້ມຄ່າ ຂອງໂຄງກາຣ ສ້າງເຂື່ອນ ໃນລາວ ແລະໄດ້ສົ່ງ ຂໍ້ມູລຕ່າງໆ ໃຫ້ກັບ ຣັຖບາລລາວ ແຕ່ສ່ວນຫຼາຍແລ້ວ ທາງກາຣ ກ່ຽວຂ້ອງ ກໍບໍ່ຄ່ອຍຈະ ໃຫ້ຄວາມສົນໃຈ ເທົ່າທີ່ຄວນ ດັ່ງທີ່ທ່ານ ໄດ້ກ່າວວ່າ:

"ພຍາຍາມເຮັດ ບົທຄົ້ນຄວ້າ ກ່ຽວກັບເຣື່ອງ ເຂື່ອນ ແມ່ນໍ້າຂອງ ກາຣນໍາໃຊ້ ໄຟຟ້າ ທັ້ງໄຟຟ້າ ນ້ອຍ ແລະ ໄຟຟ້າໃຫຍ່ ອັນໃດໜ໋າ ຈະເປັນທາງເລືອກ ທີ່ດີກວ່າ ພວກເຮົາກໍໄດ້ ເອົາຜົລຕົວນັ້ນ ໄປສເນີ ໃຫ້ແກ່ ຣັຖບາລ ເນາະ ພວກເຮົາ ກໍສເນີໄດ້ ແຕ່ກາຣ ຕັດສິນໃຈນັ້ນ ຂະເຈົ້າຈະເປັນ ຜູ້ຕັດສິນໃຈ ເອງເນາະ".

ພ້ອມດຽວກັນນີ້ ທ່ານກໍວ່າ ເຖີງແມ່ນ ທາງຣັຖບາລ ໄດ້ເປີດໂອກາສ ໃຫ້ປະຊາຊົນ ຫລືອົງ ກາຣ NGO ສົ່ງຜົລຂອງ ກາຣຄົ້ນຄວ້າ ຫລືຂໍ້ສເນີ ແນະນຳ ກ່ຽວກັບ ໂຄງກາຣ ພັທນາຕ່າງໆ ຂອງ ຣັຖບາລ ແຕ່ບໍ່ປາກົດ ເຫັນວ່າ ທາງຣັຖບາລ ໄດ້ນຳເອົາໄປ ພິຈາຣະນາ ແຕ່ຢ່າງໃດ ເຊັ່ນດຽວກັບ ກາຣແສດງ ຄວາມເຫັນ ໃນເຣື່ອງຂອງ ກາຣສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນປະເທສຈີນ ທີ່ໄດ້ສ້າງ ຜົລກະທົບ ແລະ ມີກາຣປ່ຽນແປງ ຫລາຍຢ່າງ ຕໍ່ສະພາບ ແວດລ້ອມ ພັນປາ ແລະ ວີຖີຊີວີຕ ຂອງ ປະຊາຊົນ ທີ່ອາສັຍຢູ່ ຕາມແຄມຝັ່ງ ແມ່ນໍ້າຂອງ ຕລອດຮອດ ບັນຫາ ຄວາມບົກແຫ້ງ ຂອງ ແມ່ນໍ້າຂອງ ແຕ່ແລ້ວທາງ ຣັຖບາລ ກໍຍັງຈະສືບຕໍ່ ໂຄງກາຣ ສ້າງເຂື່ອນໃສ່ ແມ່ນໍ້າຂອງ ໃນເຂຕຂອງ ຝັ່ງລາວ ຢູ່ຕໍ່ໄປ.

ສະເພາະເຣື່ອງ ຄວາມຄຸ້ມຄ່ານັ້ນ ກາຣສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ທີ່ເປັນ ແມ່ນໍ້າສາຍຫລັກ ກໍຖືວ່າຍັງ ບໍ່ມີຄວາມ ຈຳເປັນ ເພາະສາມາຖ ໃຊ້ເຂື່ອນອື່ນໆ ຜລິຕກະແສ ໄຟຟ້າ ໄດ້ພຽງພໍກັບ ຄວາມຕ້ອງກາຣ ຢູ່ແລ້ວ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 13, 2012 11:37 AM

ທຸກບັນຫາບໍ່ມີການກະທົບ ຂໍໄດ້ພົບແຕ່ໂຊກແລະລາບເຂົ້າຖົງ,ເງິນເຂົ້າມາ ບັນຫາຮ້າຍກໍກັບກາຍເປັນດີໄດ້,ສຳລັບ ສປປລ ແມ່ນເງິນຊື້ໄດ້ໝົດທຸກສິ່ງທຸກຢ່າງຕາມຄາດແລະປາຖນາ.

Anonymous
Apr 18, 2012 03:03 AM

ບໍ່ຕາງຫຽັງກັບຄົນທ້ວງເຮືອບີນຢຸ່ທ້ອງຟ້າ ພັກສປປລ ລາວເພີ່ນເກັ່ງຮອບດ້ານແລ້ວບໍ່ຕ້ອງຂັດຂ້ອງຫັຽງເດີປ່ອຍໃຫ້ເພີ່ນເຮັດຕາມໃຈເດີ

Anonymous
Apr 16, 2012 08:07 AM

ການປົກຄອງແບບຜະເດັດການ ຈະມີຄວາມເຫັນແຄບໆສະເມີ ເພາະບໍ່ມີ
ພັກຂັດຄ້ານ.

Anonymous
Apr 16, 2012 08:26 PM

Please look at the whole forest, don't grance only a tree. Anything is trade off. Building hydropower dam is only alternative for lacking of energy.What's the best choice for all of u.