ເຂດເສຖກິດພິເສດ ວຽງຈັນເນຣະມິດ

ເຂດວຽງຈັນ ເນຣະມິດ ບ້ານ ດົງໂພສີ ນະຄອນຫລວງ ວຽງຈັນ ໄດ້ ອະນຸມັດ ໃຫ້ສ້າງ ເຂດເສຖກິດ ພິເສດແລ້ວ.
ສົມເນ
2012.02.29

ກົດຟັງສຽງ

ເຂດວຽງຈັນ ເນຣະມິດ ບ້ານດົງ ໂພສີ ເມືອງຫາດ ຊາຍຟອງ ນະຄອນຫລວງ ວຽງຈັນ ຊື່ງມີແຜນ ສ້າງໃຫ້ເປັນ ເຂດເສຖກິດ ສູນການຄ້າ ແລະ ການບໍຣິການ ແບບ ຄົບວົງຈອນ ແຫ່ງທີ່ສອງ ປັດຈຸບັນ ນີ້ ຣັຖບານ ໄດ້ອະນຸມັດ ໃຫ້ສ້າງແລ້ວ ຕາມທີ່ ເຈົ້າໜ້າທີ່ລາວ ເວົ້າວ່າ:

"ວຽງຈັນ ເນຣະມິດ ເພິ່ນອະນຸມັດ ແລ້ວ ມີແຕ່ຊ່ວງນີ້ ແມ່ນຊ່ວງກໍາລັງ ກໍ່ສ້າງ ພື້ນຖານ ໂຄງຮ່າງຢູ່".

ເຈົ້າໜ້າທີ່ ແຈ້ງວ່າ ໂຄງການ ສ້າງເຂດ ເສດຖກິດ ວຽງຈັນ ເນຣະມິດ ດໍາເນີນການ ໂດຍບໍຣິສັດ ເອກກະຊົນ ພາຍໃນ ປະເທດ ໂດຍການ ລະດົມເອົາ ນັກລົງທືນ ຈາກຕ່າງປະເທດ ເຂົ້າຮ່ວມນໍາ. ກ່ອນໜ້ານີ້ ພື້ນທີ່ດິນ ຂອງ ຊາວບ້ານ ດົງໂພສີ ບາງສ່ວນ ຖືກເວນຄືນ ໃຫ້ຣັຖບານ ເພື່ອໃຊ້ເປັນ ສນາມກອຟ ລອງທັນ ຂອງວຽດນາມ ໂດຍທີ່ຊາວບ້ານ ບໍ່ພໍໃຈນໍາ ເພາະຕ້ອງ ໄດ້ຍ້າຍອອກ.

ສໍາລັບພື້ນທີ່ ໂຄງການ ເຂດເສຖກິດ ແຫ່ງທີ່ 2 ນີ້ ປະຊາຊົນ ມີຄໍາຖາມວ່າ ຈະມີການ ເວນຄືນ ທີ່ດິນ ໃຫ້ຣັຖບານ ແລະ ຈະຕ້ອງໂຍກຍ້າຍ ອອກຫລືບໍ່? ເຈົ້າໜ້າທີ່ ລາວ ກໍຕອບວ່າ ພື້ນທີ່ ໂຄງການນີ້ ເປັນທີ່ດິນ ຂອງ ຣັຖບານ ໂດຍບໍ່ມີການ ໂຍກຍ້າຍ ປະຊາຊົນ:

"ບໍ່ມີເຄື່ອນຍ້າຍ ເພິ່ນເຮັດ ຢູ່ຫັ້ນແລ້ວ ເພິ່ນກ່າສືບຕໍ ຂອງເພິ່ນ".

ເຖິງຢ່າງໃດ ກໍດີ ປະຊາຊົນ ບ້ານດົງໂພສີ ຍັງບໍ່ເຂົ້າໃຈ ລາຍລະອຽດ ຄັກແນ່ ໂຄງການທີ່ ຕັ້ງຢູ່ ໃນເຂດ ບ້ານດົງໂພສີ ມີສນາມກອຟ ລອງທັນ ຂອງວຽດນາມ, ວຽງຈັນ ເນຣະມິດ ແລະ ສວນວັທນະທັມ. ສ່ວນໂຄງການ ເຂດເສຖກິດ ພິເສດ ແຫ່ງທີນື່ງ ແມ່ນຕັ້ງຢູ່ໃກ້ ບືງທາດຫລວງ ເຂດບ້ານ ທາດຫລວງ ຊື່ງເວລານີ້ ໄດ້ເລີ້ມສ້າງ ຖນົນຫົນທາງ ໃນບໍຣິເວນ ກໍ່ສ້າງ ນັ້ນແດ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 29, 2012 07:10 AM

ພັດທະນາ ປູກພືດພິເສດ ຈະເປັນການດີ ເພາະໄຜໆກໍ່ຕ້ອງການ ບໍລິໂພກ ພືດພິເສດ ຢູ່ແລ້ວ.

Anonymous
Mar 03, 2012 07:48 PM

ເຂົາຈ້າງເທົ່າໃດໃນການໃສຮ້າຍປ້າຍສີປະເທດຕົນເອງນິ ຄັນເຂົາຈ້າງຫຼາຍຊິໄປເຮັດນໍາ