ທາງການວ່າບໍ່ມີໃຜ ຮ້ອງຮຽນເຣື່ອງໂບຄ
2012.05.10
ກົດຟັງສຽງ
ປະຊາຊົນ ລາວ ທີ່ເມືອງ ໄຊບູຣີ ທີ່ແຂວງ ສວັນນະເຂດ ໄດ້ຍື່ນຫນັງສື ເພື່ອຂໍໂບດ ທີ່ຖືກຢຶດໄປ ນັ້ນຄືນ ແຕ່ເຈົ້າຫນ້າທີ່ ບອກວ່າ ບໍ່ເຄີຍເຫັນ ເອກກະສານ ຮ້ອງຮຽນມາ ແຕ່ຊາວຄຣິສຈຽນ ຄົນນື່ງອອກມາ ຢືນຢັນ ວ່າເຂົາເອງ ເປັນຜູ້ນຳ ເອກກະສານ ນັ້ນໄປໃຫ້ ຂັ້ນເມືອງ ແລະ ເຈົ້າຫນ້າທີ່ ແນວລາວ ສ້າງຊາດ ປະຈຳແຂວງ. ຊາວຄຣິສຈຽນ ເວົ້າວ່າ ທີ່ຈີງແລ້ວ ຂະເຈົ້າ ບໍ່ຢາກໃຫ້ ເປີດໂບດຄືນ ຈື່ງໃຫ້ເຫດຜົລ ແບບນັ້ນ:
"ເຂົາຫາກເວົ້າ ຢ່າງນັ້ນ ແທ້ຈິງເອກກະສານ ໄດ້ສົ່ງເຖິງ ແນວລາວ ສ້າງຊາດແຂວງ ດົນແລ້ວ ແນວລາວ ສ້າງຊາດເມືອງ ເຊັນບໍ່ໃຫ້ມີ ຄຣິສຈຽນ ຈັກຄົນ ບໍ່ໃຫ້ມີໂບດ ຢູ່ໃນເມືອງ ໄຊບູຣີ ໃຫ້ມີແຕ່ ແຫ່ງດຽວ ແນວລາວ ສ້າງຊາດເມືອງ ຜູ້ດູແລ ສາສນາ ກໍເຊັນແລ້ວ ແລະ ສົ່ງໄປຫາເຈົ້າເມືອງ ເຈົ້າເມືອງ ບໍ່ໄດ້ເຊັນ ຫຍັງ ບອກວ່າໃຫ້ຖ້າ ເອກສານຢູ່ ໃນຫ້ອງການແນວລາວສ້າງຊາດເມືອງ".
ແຕ່ຫນ່ວຍງານ ທີ່ກ່ຽວຂ້ອງ ອີກຫນ່ວຍງານນື່ງ ຄືແນວລາວ ສ້າງຊາດ ປະຈຳເມືອງ ໄຊບູຣີ ກໍເວົ້າວ່າ ມີຊາວຄຣິສຈຽນ ມາຍື່ນຫນັງສື ຂໍເປີດໂບດ 3 ແຫ່ງຄືນແທ້ ແຕ່ວ່າທາງ ຫ້ອງການແນວລາວ ສ້າງຊາດ ບໍ່ມີ ອຳນາດໃນການ ຕັດສີນໃຈ ຈື່ງໄດ້ສົ່ງ ເອກກະສານ ດ່ັງກ່າວ ໄປຍັງອຳນາດ ການປົກຄອງ ຂັ້ນເມືອງ ແລະ ແຂວງເພື່ອໃຫ້ ຄນະທີ່ກ່ຽວຂ້ອງ ພິຈາຣະນາ ແຕ່ກຸ່ມ ດ່ັງກ່າວບອກວ່າ ບໍ່ໄດ້ຮັບ ແລະ ໃນຂນະທີ່ ລໍຖ້າ ຢູ່ນີ້ ຊາວຄຣີສຈຽນ ກໍບໍ່ສາມາດ ດຳເນີນ ກິຈວັດທາງສາສານ ໃນໂບດ 3 ແຫ່ງ ດັ່ງກ່າວໄດ້ເທື່ອ. ເຈົ້າຫນ້າທ່ີ່ ແນວລາວສ້າງຊາດ ທ່ານນື່ງເວົ້າວ່າ:
"ດຽວນີ້ ກໍຍັງມີຢູ່ ແຕ່ວ່ານຳສເນີ ຂັ້ນເທີງແລ້ວ ເພີ່ນຈະຄົ້ນຄວ້າ ທາງເຈົ້າເມືອງ ສົ່ງຄນະການປົກຄອງ ແລ້ວກໍສເນີ ທາງເຈົ້າເມືອງເພີ່ນ ເພີ່ນຄົ້ນຄວ້າ ພິຈາຣະນາ ເພີ່ນກຳລັງຄົ້ນຄວ້າ ກັນຢູ່ ເພີ່ນວ່າເພີ່ນເອງ ກຳລັງ ຄົ້ນຄວ້າ ຖືວ່ານຳສເນີແລ້ວ ເຈົ້າເມືອງເປັນ ຜູ້ຕັດສີນໃຈ".
ເຖິງຢ່າງໃດ ກໍຕາມ ຊາວຄຣິສຈຽນ ທ່ານນັ້ນ ບອກວ່າ ເພີ່ນຈະປະຕິເສດ ໄປຕຣອດວ່າ ບໍ່ໄດ້ຮັບ ເອກກະສານ ເພາະບໍ່ຢາກ ໃຫ້ເປີດໂບດ ຄືນໃຫມ່.