ຣາຄາໄມ້ຄວນເພີ້ມ ກ່ອນສົ່ງອອກ
2012.08.10
ຜ່ານມາ ສປປລາວ ໄດ້ສົ່ງໄມ້ ເປັນທ່ອນ ອອກໄປຂາຍ ຕ່າງປະເທດ ຍ້ອນວ່າ ແຮງງານລາວ ບໍ່ມີຝີມື ໃນການພັທນາ ໃຫ້ເປັນໄມ້ແປຮູບ ການກະທຳ ດັ່ງກ່າວ ນອກຈາກຈະມີ ຣາຍໄດ້ ນ້ອຍໃຫ້ແກ່ ຣັຖບານລາວແລ້ວ ຍັງເຮັດໃຫ້ ປະຊາຊົນ ທ້ອງຖີ່ນ ບໍ່ມີຣາຍໄດ້ ແລະ ບໍ່ມີວຽກເຮັດ ງານທຳນຳອີກ. ດ່ັງນັ້ນ ຜູ້ປະກອບການ ທຸຣະກິດ ຄ້າໄມ້ ຈື່ງຢາກຮຽກຮ້ອງ ໃຫ້ຣັຖບານ ລາວ ເພີ້ມມູນຄ່າໄມ້ ກ່ອນຈະສົ່ງອອກ ດັ່ງຜູ້ປະກອບ ທຸຣະກິດ ຄ້າໄມ້ ທີ່ແຂວງ ອັດຕະປື ເວົ້າວ່າ:
"ດີຕໍ່ລາຍຮັບ ຂອງຣັຖບານ ຄັນເຮົາໄປເວົ້າ ແນວນັ້ນ ຄືໄມ້ແປຮູບນີ້ ປະຊາຊົນ ກໍມີສ່ວນຮ່ວມ ເຂົາກໍມີວຽກ ເຮັດງານທຳ ຄັນຖ້າເປັນ ສຳເຣັດ ຮູບເລີຍ ປະຊາຊົນ ເຂົາ ກໍມີສ່ວນຮ່ວມ ເຂົາກໍມີ ລາຍຮັບ".
ຜູ້ປະກອບການ ກ່າວຕໍ່ໄປວ່າ ແຂວງອັດຕະປື ສ່ວນຫລາຍ ຈະມີພໍ່ຄ້າໄມ້ ຈາກວຽດນາມ ແລະ ຈີນ ເມື່ອຂະເຈົ້າ ຕັດໄມ້ແລ້ວ ຂະເຈົ້າກໍຈະ ສົ່ງອອກ ໄປປະເທດ ເຂົາໂລດ ແຕ່ຖ້າຣັຖບານ ຫາກມີ ນະໂຍບາຍ ໃຫ້ເຮັດ ເປັນໄມ້ແປຮູບ ຫລືເຮັດເປັນ FURNITURE ແລ້ວ ນັກລົງທືນ ເຫລົ່ານັ້ນ ກໍຈະມາຈ້າງ ແຮງງານລາວ ຊື່ງຖືວ່າ ເປັນການດີ ຕໍ່ຄົນລາວ ທີ່ຈະມີຣາຍໄດ້.
ທີ່ຜ່ານມາ ຣັຖບານກໍໄດ້ໃຊ້ ນະໂຍບາຍ ດ່ັງກ່າວ ແຕ່ກໍຍັງມີການ ຜ່າຜືນ ຈາກກຸ່ມຄ້າໄມ້ຢູ່. ເຈົ້າຫນ້າທີ່ ປ່າໄມ້ລາວ ທ່ານນື່ງເວົ້າວ່າ:
"ເພື່ອເພີ້ມ ມູນຄ່າເພີ້ມ ຈິດໃຈຢາກ ໃຫ້ຜລິດ ໃຫ້ມັນໄດ້ຮັບ ມູນຄ່າເພີ້ມ ມັນຊີ່ມີລາຍຮັບ ເຂົ້າປະເທດຫລາຍ ພວກເຮົາພຍາຍາມ ພັກດັນ ເທົ່າທີ່ ເປັນໄປໄດ້ ໃຫ້ເປັນສຳເຣັດຮູບ ອອກ ມັນຈະໄດ້ມູນຄ່າ ເພີ້ມຫລາຍ ເປັນຕົ້ນ ແມ່ນແກ້ໄຂບັນຫາ ຄວາມທຸກຍາກ ຫລືວ່າແກ້ໄຂ ໃຫ້ ປະຊາຊົນ ມີວຽກເຮັດ ງານທຳ".
ຈາກການສຳຣວດ ຂອງ ທະນາຄານໂລກ ບໍຣິສັດ ປຸງແຕ່ງ ໄມ້ຈາກ ປະເທດເພື່ອນ ບ້ານມີສາຍ ພົວພັນ ຢ່າງໃກ້ຊິດ ກັບກຸ່ມຄ້າ ໄມ້ທ່ອນ ໃນລາວ ທີ່ໃຊ້ສປປລາວ ເປັນແຫລ່ງ ວັດຖຸດີບ ໃນການສົ່ງ ໄມ້ທ່ອນ ອອກໄປໃຫ້ ຂະເຈົ້າ.