ຜົລກະທົບຂອງເຂື່ອນ ທີ່ທາງການຫຼຽວຂ້າມ

ຣັຖບານລາວ ບໍ່ໃຫ້ ຄວາມສໍາຄັນ ເຣື້ອງ ຜົລກະທົບ ຈາກເຂື່ອນ ໄຊຍະບູຣີ ທີ່ນັກ ຊ່ຽວຊານ ສເນີແນະ.
ຈເຣີນສຸກ
2012.10.29

ໃນລະຍະຜ່ານມາ, ພາຍຫລັງ ທີ່ມີຂ່າວ ວ່າ ຣັຖບານ ລາວ ຕ້ອງການ ທີ່ຈະກໍ່ສ້າງ ເຂື່ອນໄຊຍະບູຣີ ຊຶ່ງເປັນເຂື່ອນ ແມ່ນໍ້າຂອງ ແຫ່ງທໍາອິດ ໃນລາວ ແລະ ໃນເຂດ ແມ່ນໍ້າຂອງ ຕອນລ່າງ, ເຮັດໃຫ້ ເກີດກະແສຄັດຄ້ານ ຈາກຫລາຍປະເທດ ເນື່ອງຈາກວ່າ ປະເທດດັ່ງກ່າວ ມີຄວາມເປັນຫ່ວງ ວ່າ ເຂື່ອນແຫ່ງນີ້ ຈະກໍ່ໃຫ້ເກີດ ຜົລກະທົບ ຕໍ່ສະພາບແວດລ້ອມ ແລະ ບໍ່ແມ່ນ ສະເພາະ ຕ່າງຊາຕ ເທົ່ານັ້ນ ທີ່ຄັດຄ້ານ ໂຄງການນີ້, ແຕ່ຍັງມີຊາວລາວ ບາງກຸ່ມ ຢາກໃຫ້ຣັຖບານລາວ ທົບທວນ ຄວາມຄຸ້ມຄ່າ ຂອງການກໍ່ສ້າງ.

ນັກວິຊາການ ແລະ ນັກວິໃຈ ເຫລົ່ານັ້ນ ໄດ້ພະຍາຍາມ ສເນີແນະ ຜົລວິໃຈ ແລະ ຜົລການສຶກສາ ໃຫ້ຣັຖບານ ພິຈາຣະນາ ເພື່ອຕັດສິນໃຈໃໝ່, ແຕ່ ທີ່ຜ່ານມາ ຖືວ່າ ຣັຖບານລາວ ບໍ່ໄດ້ ໃຫ້ຄວາມສົນໃຈ ກັບການສເນີແນະ ຫລື ການຄັດຄ້ານ ເລີຍ, ແລະ ຍັງຢືນຢັນ ວ່າ ຈະດໍາເນີນ ການກໍ່ສ້າງ ສໍາເຣັດ ໃຫ້ໄດ້ ດັ່ງເຈົ້າໜ້າທີ່ ຜູ່ກ່ຽວຂ້ອງ ກ່າວໃນຕອນນຶ່ງ ວ່າ:

”ອັນນີ້ ເພິ່ນອາດຈະມອງໂລກ ໃນແງ່ດີ ຮັ໋ນແຫລະ, ເພິ່ກໍຄິດວ່າ ມັນດີ ທຸກສິ່ງທຸກຢ່າງແຫລະ ດົນໆມາແລ້ວ ເຮົາຕິດຕາມ ຕລອດ, ເຮົາສເນີແນະ ທາງຣັຖບານ ເພິ່ນກໍວ່າ ເຮັດດີມາຕລອດແຫລະ ເພິ່ນບໍ່ໄດ້ເບິ່ງ ຜົລກະທົບ ຈຸດນ້ອຍໆ ເພິ່ນ ຈະເບິ່ງຂ້າມໄປຮັ໋ນນ໋ະ. ເພິ່ນຈະບໍ່ໄດ້ເວົ້າ ເຣື້ອງຜົລກະທົບ ຈຸດນ້ອຍໆ.”

ທ່ານ ກ່າວຕື່ມວ່າ ຣັຖບານ ມັກຈະເວົ້າ ວ່າ ການກໍ່ສ້າງ ເພື່ອການພັທນາ ຂອງປະເທດ ເພື່ອຫລຸດຜ່ອນ ຄວາມທຸກຍາກ, ແຕ່ຖ້າຫາກ ເບິ່ງໂຕຈິງແລ້ວ ຜົລກະທົບ ມັນກໍມີຢູ່. ອົງການ ຣະດັບສາກົນ ແລະ ໃນປະເທດ ຈະສເນີແນະ ຢ່າງໃດ, ຣັຖບານ ກໍຍັງ ຢືນຢັນ ວ່າ ເພື່ອການພັທນາ ຂອງປະເທດ, ຊຶ່ງບໍ່ໄດ້ໃຫ້ຄວາມສໍາຄັນ ກັບບັນຫາ ຂອງປະຊາຊົນ ທີ່ຕ້ອງອົພຍົບ ແລະ ໄດ້ຮັບຜົລກະທົບ ຫລືວ່າ ປາຈະໜ້ອຍລົງ, ຊາວບ້ານ ຈະຈັບປາ ບໍ່ໄດ້ ເພິ່ນກໍບໍ່ສົນໃຈ ບັນຫານີ້.

ທ່ານ ກ່າວສລຸບ ວ່າ ໃນເມື່ອການສເນີແນະ ບໍ່ໄດ້ຜົລ, ການຮຽກຮ້ອງ ຫລື ຄັດຄ້ານ ກໍເຮັດບໍ່ໄດ້, ຜູ້ຊ່ຽວຊານ ຫລື ນັກວິຊາການ ສ່ວນຫລາຍ ໃນລາວ ຈຶ່ງໄດ້ພຽງແຕ່ ເຝົ້າຕິດຕາມ ການເຄື່ອນໄຫວ ເບິ່ງຂ່າວ ແລະ ຝາກໃຫ້ເພື່ອນບ້ານ ຮຽກຮ້ອງ ແທນເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.