ແຜນຕ້ານການສໍ້ຣາສ ຂອງພັກຣັດໃນລາວ
2012.09.28

ເມື່ອວັນທີ 26-27 ກັນຍາ ກອງປະຊຸມ ຄນະຣັຖບານ ໄດ້ຕົກລົງ ເຫັນພ້ອມ ຮັບເອົາຮ່າງ ຍຸທສາດ ຕ້ານ ການສໍ້ຣາສບັງຫລວງ ແຫ່ງຊາດ ປະຈຳປີ 2012-2013 ແລ້ວ ພາຍໃຕ້ ການເປັນປະທານ ຂອງ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີລາວ.
ຮ່າງຕ້ານການ ສໍ້ຣາສບັງຫລວງ ສະບັບນີ້ ຫລັງຈາກຖືກອະນຸມັດ ຈາກ ຄນະຣັຖບານແລ້ວ ກ່ອນຈະກາຍເປັນ ກົດຫມາຍໄດ້ ກໍຕ້ອງໄດ້ຜ່ານ ສະພາກ່ອນ. ດັ່ງທ່ານ ສີນລາວົງ ຄຸດໄພທູນ ຣັຖມົນຕຣີ ປະຈຳ ສຳນັກງານ ນາຍົກຣັຖມົນຕຣີ ກ່າວວ່າ:
"ຣັຖບານລາວ ໄດ້ປະກາດ ໃຊ້ກົດຫມາຍ ການສໍ້ຣາສບັງຫລວງ ການທຸຈຣິດດົນແລ້ວ ເມື່ອວານນີ້ແມ່ນ ຍຸທສາດ ຫມາຍເຖີິງ ການກຳນົດ ໃນຣະຍະຍາວ ແລະ ຣະຍະ ຕ່າງໆ ວ່າຈະດຳເນີນ ການຢ່າງໃດ ຜ່ານແລ້ວ ເລີ້ມຈາກປັດຈຸບັນ ຈົນໄປເຖີງປີ 2020 ຫລື ຫລາຍກວ່ານັ້ນ".
ໃນຂນະດຽວກັນ ຄົນລາວ ກໍມີຄວາມຍີນດີ ໃນການອະນຸມັດ ຮ່າງຕ້ານ ການສໍ້ຣາສບັງຫລວງ ດັ່ງກ່າວ ເພື່ອຈະຊຸກຍູ້ ບໍ່ໃຫ້ບັນດາ ອົງການຣັຖບານ ພະນັກງານຣັຖ ສໍ້ໂກງ ປະຊາຊົນ ແລະ ປະເທດຊາດ ແລະເພື່ອໃຫ້ການພັທນາ ສ້າງສາ ປະເທດຊາດ ໃຫ້ມີຄວາມຈະເຣີນ ກ້າວຫນ້າກວ່າເກົ່າ. ແຕ່ຖ້າຮ່າງຍຸທສາຕ ຫາກຜ່ານສະພາ ກາຍເປັນ ກົດຫມາຍ ປາສຈາກ ການບັງຄັບໃຊ້ ຢ່າງຈີງຈັງ ການສໍ້ຣາສບັງຫລວງ ກໍຍັງຈະບໍ່ສີ້ນຊາກ ໄປຈັກເທື່ອ. ດັ່ງຊາວລາວຜູ້ນື່ງ ເວົ້າວ່າ:
"ມີກໍ ເຮັດຫຍັງກໍບໍ່ໄດ້ ເພາະວ່າ ຜູ້ນ້ອຍຜູ້ໃຫຍ່ ເພີ່ນກໍເປັນກັນໄປຫມົດ ໄດ້ຍີນວ່າ ຕໍ່ຕ້ານອີ່ຫຍັງ ບໍ່ໃຫ້ປະພຶດ ຕິແນວນັ້ນ ແນວນີ້ ແຕ່ວ່າຜູຸ້ເວົ້າເອງ ກໍຍັງຄໍຣັບຊັ້ນຢູ່ ບໍ່ຫຼາຍ ກໍຫນ້ອຍ".
ຄົນຜູ້ນີ້ເວົ້າອີກວ່າ ການອອກ ຮ່າງຍຸທສາດ ຕໍ່ຕ້ານການ ສໍ້ຣາສບັງຫລວງ ປະຊາຊົນ ສ່ວນນື່ງ ກໍມີຄວາມຍີນດີ ແລະ ຄາດຫວັງຢາກໃຫ້ ປາກົດການຫຍໍ້ທໍ້ ໃນລາວຫລຸດລົງ ແຕ່ປະຊາຊົນ ສ່ວນຫລາຍຄິດວ່າ ຈະມີຫລືບໍ່ມີ ກົດຫມາຍຕ້່ານການ ສໍ້ຣາສບັງຫລວງ ປາກົດການ ຫຍໍ້ທໍ້ ທາງສັງຄົມ ກໍຈະຍັງຄົງມີ ຢູ່ຕໍ່ໄປ ໃນສປປລາວ ເພາະມີຫລາຍ ກົດຫມາຍ ທີ່ຣັຖບານ ສປປລາວ ບໍ່ສາມາດ ບັງຄັບ ໃຊ້ໄດ້.