ກົມປ່າໄມ້ຈະເຂັ້ມງວດ ອອກລາດຕະເວນ

ກົມປ່າໄມ້ ກະຕຣຽມ ຈັດຕັ້ງໜ່ວຍ ກວດກາ ລາດຕະເວນ ເພື່ອປ້ອງກັນ ບໍ່ໃຫ້ ປ່າໄມ້ ຖືກທໍາລາຍ.
ໂພໄຊສວັດ
2012.02.09
F-illegal-logs-attapeu ບໍຣິເວນ ທີ່ມີການ ຕັດໄມ້ ໃນແຂວງ ອັດຕະປື ຕາມການ ຣາຍງານວ່າ ໄມ້ທີ່ຕັດລົງ ແມ່ນສົ່ງໄປ ວຽດນາມ (ຮູປຖ່າຍຈາກ ກ້ອງວີດີໂອ ຂອງ ອົງການສືບສວນ ສະພາບແວດລ້ອມ ທີ່ມີ ສໍານັກງານ ຢູ່ປະເທດ ອັງກລິດ ໄດ້ເຮັດ ລາຍງານອອກ ໃນປີ 2008) ຂ.ອັດຕະປື ກໍຢູ່ໃນ ຣາຍການຂອງ ໜ່ວຍກວດກາ ທີ່ຕັ້ງຂື້ນໃໝ່ ຈະໄປ ລາດຕະເວນ ແຕ່ຈະຮອດ ເຂດພື້ນທີ່ ນີ້ຫຼືບໍ່?
Screenshot_EIA_report_video

ກົດຟັງສຽງ

ຫລັງຈາກ ທີ່ລະບົບ ການກວດກາ ປ່າໄມ້ ມີຄວາມບົກພ່ອງ ເຊັ່ນມີ ລັກສນະ ທີ່ບໍ່ໂປ່ງໃສ ຫລາຍຂຶ້ນ ນັບມື້ ຫລາຍກະຊວງ ທີ່ຮັບຜິດຊອບ ແລະ ມີຫລາຍພາກສ່ວນ ເຂົ້າມາ ກ່ຽວຂ້ອງ ທາງຜແນກ ກົມປ່າໄມ້ ຈຶ່ງມີແຜນການ ຈັດລະບົບ ການກວດກາ ລາດຕະເວນ ແນວໃໝ່ຂຶ້ນມາ ເພື່ອເຮັດໃຫ້ ບັນຫານັ້ນ ຫລຸດຜ່ອນລົງ. ລະບົບການ ກວດກາໃໝ່ ໄດ້ຮັບ ງົບປະມານ ການຊ່ວຍເຫລືອ ຈາກ ປະເທດ ຟິນແລນ ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ລະບົບ ການກວດກາ ລາດຕະເວນ ນັ້ນ ປະເດັນໃດ ທີ່ວ່າມັນ ມີຄວາມສ່ຽງຫລາຍ ສົມມຸດວ່າ ເຣື່ອງຂອງ 3 ປະເພດປ່າ ເຣື່ອງໂຮງງານ ໂຮງເລື່ອຍ ເຣື່ອງຂອງການ ນໍາໃຊ້ທີ່ດິນ ໃນການ ປູກຫຍັງຕ່າງໆ ຄັດອອກ ມາເປັນ ອົງປະກອບ ແລ້ວຊິມາເບິ່ງ ຄວາມສ່ຽງ ຂອງແຕ່ລະດ້ານ ແລ້ວເຮົາ ຊິມາຈັດ ວາງເຣື່ອງ ລະບົບ ຂອງການ ກວດກາ ລາດຕະເວນນີ້ ເພື່ອຫລຸດຜ່ອນ ຄວາມສ່ຽງພວກນີ້ ມັນເປັນ ລະບົບ ທີ່ພວກເຮົາ ຕັ້ງຂຶ້ນ ມາໃໝ່".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ການຈັດ ລະບົບດັ່ງກ່າວ ຕ້ອງໄດ້ ສຶກສາ ຢ່າງລະອຽດ ເພື່ອໃຫ້ ການກວດກາ ລາດຕະເວນ ປ່າໄມ້ ໃນແຕ່ລະ ແຂວງ ມີປະສິດທິພາບ ຊຶ່ງແຜນການ ກວດກາຈະເລີ້ມ ຢູ່ແຂວງ ສວັນນະເຂດ ສາລະວັນ ອັດຕະປື ແລະ ແຂວງເຊກອງ ກ່ອນ ຍ້ອນວ່າພາຍ ໃນແຂວງ ເຫລົ່ານີ້ ຍັງມີປ່າໄມ້ ທີ່ປົກຄຸມ ໜາແໜ້ນຢູ່ ຫາກໄດ້ຮັບ ຄວາມສໍາເຣັດ ກໍຈະຂຍາຍ ໄປຕາມແຂວງ ອື່ນໆອີກ.

ການຈັດຕັ້ງ ລະບົບການ ກວດກາ ລາດຕະເວນ ປ່າໄມ້ ພາຍໃນ ປະເທດ ໄດ້ຮັບທຶນ 5 ແສນ ໂດລາ ສະຫະຣັຖ ຈາກຮັຖບານ ຟິນແລນ ຊຶ່ງເປັນ ປະເທດ ທີ່ມີຄວາມ ສົນໃຈ ໃນເຣື່ອງ ການກວດກາ ປ່າໄມ້ ເປັນ ພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.