ລາວໄດ້ຮັບທຶນແກ້ໄຂ ບັນຫາຂາດແຄນອາຫານ

ຣັຖບານລາວ ໄດ້ເງິນຊ່ວຍເຫລືອ ເກືອບ 15 ລ້ານ ໂດລາ ສະຫະຣັຖ ເພື່ອແກ້ໄຂ ບັນຫາຂາດແຄນ ອາຫານ.

0:00 / 0:00

ກົດຟັງສຽງ

ຣັຖບານ ລາວ ເລີ້ມປະຕິບັດ ໂຄງການ ຮັບປະກັນ ອາຫານ ໃນເຂດພູດອຍ ຫລື LUFSIP ທີ່ໄດ້ຮັບ ການສນັບສນູນ ດ້ານການເງິນ ຈາກອົງການ ຈັດຕັ້ງສາກົນ ຊ່ວຍເຫລືອ ໂດຍກົງ ຫລື IDA ແລະ ສະຫະພາບ ຢູໂຣບ ຫລື EU ໃນຈໍານວນ 14 ລ້ານ 6 ແສນໂດລາ ສະຫະຣັຖ. ຕາມຣາຍງານຂ່າວ ວັນທີ 27 ທັນວາ 2010.

ເປົ້າໝາຍຂອງ ໂຄງການ LUFSIP ຄືການ ຮັບປະກັນ ໃຫ້ມີອາຫານ ການກິນ ໃນຄອບຄົວ ຊາວຊົນນະບົດ ໃນໝູ່ບ້ານທີ່ ທຸກຍາກ ທີ່ໄດ້ເລືອກເອົາ ໃນແຂວງເປົ້າໝາຍ ດ້ວຍການ ສນັບສນູນ ການຜລິດ ກະສິກັມ ແລະ ຊ່ວຍແກ້ໄຂ ຟື້ນຟູ ສະພາບຄອບຄົວ ທີ່ໄດ້ຮັບຜົລ ກະທົບຈາກ ພະຍຸ ໃຕ້ຝຸ່ນ ໃນແຂວງເຊກອງ ສາຣະວັນ ແລະ ແຂວງ ອັຕຕະປື.

ເປົ້າໝາຍຂອງ ໂຄງການນັ້ນ ຈະບັນລຸໄດ້ ໂດຍໃຫ້ການ ສນັບສນູນ ພາກສ່ວນຕ່າງໆ ຄື ສູນກະສິກັມ ແລະ ເພາະປູກພືດ, ຣະບົບການຜລິດ ເປັນຟາມ, ປັບປຸງ ໂຄງສ້າງພື້ນຖານ ໃນເຂດ ຊົນນະບົດ ໃຫ້ດີຂຶ້ນ, ໂຄງການ ປະສານງານ ແລະ ການບໍຣິຫານ.

ວຽກງານ ທີ່ໂຄງການ LUFSIP ຈະດໍາເນີນ ມີທັງການ ສ້າງຕັ້ງຫ້ອງການ ສາງເກັບມ້ຽນ ແລະ ຫ້ອງວິຈັຍ ບ່ອນເພາະປູກ ແລະໂຄງສ້າງ ຊຸມຊົນ ຂນາດນ້ອຍ ຮວມຢູ່ດ້ວຍ. ວັດຖຸສິ່ງຂອງ ທີ່ຈະໃຊ້ໃນ ໂຄງການນີ້ ຈະມີທັງ ອຸປກອນ ການຜລິດ ຝຸ່ນ-ປຸຍ ຢາຂ້າແມງໄມ້ ເຄື່ອງມືການ ເພາະປູກ ອຸປກອນວິຈັຍ ຍານພາຫານະ ແລະ ວັດຖຸປະກອນ ສົ່ງເສີມ ວຽກງານຕ່າງໆ ທີ່ຈໍາເປັນ ຂອງໂຄງການ. ສໍາລັບການ ໃຫ້ຄໍາປຶກສາ ຄາດວ່າ ຈະຢູ່ໃນກຸ່ມ ວຽກງານການ ຄົ້ນຄວ້າ ແລະ ການທົດລອງ ການກວດສອບ ແລະອື່ນໆ ຮວມທັງການ ບໍຣິຫານ ດ້ານການເງິນ ນໍາດ້ວຍ ຊຶ່ງວຽກງານ ສ່ວນໃຫຍ່ ຈະແລ້ວ ໃນຊ່ວງປີ 2010 ຫາປີ 2012.