ລາວຄຣິສຕຽນ ບ້ານບົວຄຳຖືກກົດຂີ່
2012.01.19
ກົດຟັງສຽງ
ຈາກເຫດການ ທີ່ເກີດຂຶ້ນ ເມື່ອວັນທີ່ 16 ທັນວາ 2011 ທີ່ມີຊາວ ຄຣິສຕຽນ 7 ຄົນ ໃນບ້ານບົວຄຳ ແຂວງ ສວັນນະເຂດ ປະກອບພິທີ ສວດມົນ ໃນວັນບຸນ ຄຣີສມັສ ໄດ້ຖືກຈັບ ຂັງໄວ້ ຈົນຮອດວັນທີ່ 16 ມົກຣາ 2012 ແລະ 6 ຄົນ ໄດ້ຖືກປ່ອຍ ອອກແລ້ວ ແຕ່ຕ້ອງໄດ້ ຈ່າຍເງິນ ຈຳນວນນຶ່ງ ໃຫ້ນາຍບ້ານ ທັ້ງໆທີ່ ທັງໝົດ ບໍ່ໄດ້ເຮັດ ຫຍັງຜິດ ຕາມແຫລ່ງຂ່າວ ໃນພື້ນທີ່ ເປີດເຜີຍວ່າ:
“ຜູ້ໃຫຍ່ບ້ານ ປກສ ແລະ ແນວລາວ ສ້າງຊາຕ ຂໍຕັ້ງລ້ານກີບ ເພາະວ່າກັກຕົວ ກໍນານແລ້ວ ແລະ ຄົນກໍເຍິດ້ວຍ ຈະຍັງໄງ ເຂົາກໍຂໍນ້ຳກິນ ຄວາມຈິງເຂົາ ກໍຢາກໄດ້ ຄົນລະລ້ານ ແຕ່ເຮົາຈ່າຍ ໄມ້ໄດ້ ເພາະວ່າເຣົາ ກໍໄມ້ຜິກ ອາໄຣ ເຂົາຢາກໄດ້ ເງິນເຣົາເປົ່າໆ ແບບໄມ້ຕ້ອງ ອອກແຣງ”.
ນາງກ່າວ ຕໍ່ໄປວ່າ ແທ້ຈິງແລ້ວ ຊາວຄຣິສຕຽນ ທີ່ຖືກຂັງ ທັງໝົດ 7 ຄົນ ມີຜູ້ນຶ່ງ ເປັນໜີ້ວ ຕ້ອງໄດ້ພາໄປ ໂຮງໝໍ ເນື່ອງຈາກ ເວລາ ຢູ່ໃນຄຸກ ເຈົ້າໜ້າທີ່ ໃຫ້ເຂົ້າຫ້ອງນ້ຳ ພຽງມື້ລະເທື່ອ ແລະ ບາງຄັ້ງ ກໍໄດ້ບາມື້ ອາບນ້ຳ ແລະ ເຖິງແມ່ນວ່າ ຈະຕ້ອງຈ່າຍເງິນ ໃຫ້ເຈົ້າໜ້າທີ່ ແຕ່ຊາວ ຄຣິສຕຽນ ກໍຍັງຈະມີ ສັດທາ ໃນພະເຍຊູ ແລະ ຄົງປະກອບພິທີ ຂອງພວກຕົນ ຕໍ່ໄປ.
ຂນະດຽວກັນ ກ່ຽວກັບ ເຣື້ອງດັ່ງກ່າວ ເຈົ້າໜ້າທີ່ ຫ້ອງການ ປົກຄອງ ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ກ່າວວ່າ ອາດເປັນ ກົດຣະບຽບ ຂອງ ບ້ານບົວຄຳ ທີ່ຕ້ອງປັບໄໝ ຜູ້ ກະທຳຜິດ ໃນທຸກ ກໍຣະນີ:
“ມຶ້ນັ້ນ ກໍໄດ້ຍິນຢູ່ ວ່າເຂົາມີ ຣະບຽບບ້ານ ຖ້າຜູ້ໃດ ເຮັດຜິດ ຈະເປັນອີຫຍັງ ກໍຕາມ ຜິດຣະບຽບ ເປັນຮີດຄອງ ບ້ານເຂົາໆຈະມີ ການປັບກັນ ເຂົາກໍມີ ຣະບຽບ ເຂົາຂຽນແລ້ວ ເຂົາກໍປະກາດ ຊຸມຊົນ ທັງໝົດ ເຫັນດີ ແລະ ເຊັນ ແລະພາກັນ ຈັດຕັງ ປະຕິບັດ ຢູ່ທ້ອງຖິ່ນ ພຸ້ນແຫລະ ອັນນີ້ຂໍໃຫ້ ຖາມທ້ອງຖິ່ນ ເຂົາຊະກ່ອນ ວ່າເຂົາໄດ້ປັບ ຫລືບໍ່ ເພາະວ່າເຂົາ ລົງໄປແກ້ກັນ ຢູ່ ບ້ານບົວຄຳ ພູ້ນ”.
ສ່ວນເຈົ້າໜ້າທີ່ ຮັບຜິດຊອບ ວຽກງານ ບ້ານບົວຄຳ ຊ້ຳພັດ ເວົ້າວ່າ ເຣື້ອງທັງໝົດ ບໍ່ມີມູນ ຄວາມຈິງ ແຕ່ຢ່າງໃດ ເນື່ອງຈາກ ທີ່ຜ່ານມາ ບໍ່ເຄີຍມີ ການຈັບ ຊາວຄຣິສຕຽນ ມາຂັງໄວ້ ເປັນພຽງການ ໃສ່ຮ້າຍ ປ້າຍສີ ເພື່ອສ້າງຄວາມ ແຕກແຍກ ຮະຫວ່າງ ປະຊາຊົນ ລາວ ທີ່ນັບຖື ສາສນາພຸທ ແລະ ສາສນາ ເຍຊູ.