ບາດຫລວງ ຢູ່ ສປປລາວ ເປີດເຜີຍວ່າ ທ່ານພ້ອມ ຄະນະ ມີຄວາມຢ້ານກົວ ໃນການເຜີຍແພ່ ສາສນາ ຄຣິສຕຽນ ເນື່ອງຈາກ ທີ່ຜ່ານມາ ນັກເຜີຍແພ່ ສາສນາ ໄດ້ພົບພໍ້ ກັບບັນຫາຕ່າງໆ ໂດຍສະເພາະ ແມ່ນຢູ່ໃນ ຕົວເມືອງນ້ອຍ ທີ່ທາງສູນກາງ ປົກຄອງ ຈະບໍ່ສາມາດ ຄວບຄຸມໄດ້ ເຖິງແມ່ນວ່າ ຈະມີກົດໝາຍ ຮັບປະກັນ ສິດ ເສຣີພາບ ໃນການເຊື່ອຖື ສາສນາ ກໍຕາມ. ແຕ່ກໍຍັງມີ ບາງກຸ່ມ ທີ່ຍັງຕໍ່ຕ້ານ ສາສນາ ຄຣິສຕຽນ ນັ້ນຢູ່. ທ່ານບາດຫລວງ ເວົ້າວ່າ:
"ເສຣີພາບ ໃນການເຊື່ອຖື ແຕ່ບາງບ່ອນ ກໍຍັງລໍາບາກຢູ່ ເພາະວ່າ ໃນຖານະ ຜູ້ທີ່ເປັນ ອາຈານສອນ ຄຣິສຕຽນ ເວລາ ເຮົາສົນທະນາ ເຮົາຕ້ອງ ຣະມັດຣະວັງ ຜູ້ຮັບໃຊ້ ຂະເຈົ້າ ເຂົາສ່ວນຫລາຍ ກໍພະຍາຍາມ ຕິດຕາມຕລອດ ຜູ້ຮັບໃຊ້ ພະເຈົ້າມີບັນຫາ ສິ່ງເຫລົ່ານີ້ ເຮົາມີບັນຫາ ຢ້ານທີ່ສຸດ ກໍຄືສິ່ງເຫລົ່ານີ້".
ທ່ານເວົ້າ ຕໍ່ໄປວ່າ ສູນກາງ ຂອງຣັຖບານ ທີ່ມີໜ້າທີ່ ໃຫ້ຄວາມຍຸຕິທັມ ແກ່ວຽກງານ ສາສນາ ກໍລະເລີຍ ໃນການປົກປ້ອງ ສິດທິ ຂອງ ນັກປະຕິບັດ ສາສນາ ໃນເວລາທີ່ ຜູ້ເຊື່ອຖື ຄຣິສຕຽນ ຫລື ຜູ້ເຜີຍແພ່ ຖືກລ່ວງຣະເມີດ ສິດທິ.
ໃນບາງຄັ້ງ ເມື່ອມີອົງການ ຈັດຕັ້ງ ຕ່າງປະເທດ ເຂົ້າມາຊ່ວຍເຫຼືອ ເຈົ້າໜ້າທີ່ ຂອງຣັດ ກໍບໍ່ກ້າ ເຮັດຮຸນແຮງ ພໍເທົ່າໃດ ຍ້ອນບໍ່ຢາກໃຫ້ ນາໆຊາດເຫັນ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ທີ່ບໍ່ປະຕິບັດ ຕາມຣະບຽບ ກົດໝາຍ ທີ່ວາງໄວ້.
ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ແນວລາວສ້າງຊາດ ກໍເຄີຍເວົ້າ ຜ່ານມາວ່າ ຜູ້ນັບຖື ພຣະເຈົ້າ ກໍແມ່ນຄົນລາວ ດັ່ງນັ້ນ ການປົກປ້ອງ ຄົນຄຣິສຕຽນ ໃນລາວ ຈຶ່ງບໍ່ໄດ້ມີການ ຈໍາແນກ ແຕ່ຢ່າງໃດ:
"ມັນກໍມີ ເຂົາກໍປົກປ້ອງກັນ ຖ້າບໍ່ຜິດຕໍ່ ກົດໝາຍ ບ້ານເມືອງ ຂະເຈົ້າ ກໍປົກປ້ອງ ຄືກັນກັບ ຄົນລາວຄືກັນ ກໍແມ່ນກັບ ຣັຖບານ ພຸ້ນແຫລະ ຄັນບໍ່ຄັກບໍ່ແນ່ ບໍ່ຖືກບໍ່ຕ້ອງ ເພີ່ນກໍແນະນໍາ ບໍ່ແມ່ນວ່າ ຈັບກຸມຄຸມຂັງ ກໍແນະນໍາ ບໍ່ແມ່ນວ່າ ຊີ່ເອົາໄປຮ້າຍ ໄປຂາດ ໄປດ່າໄປຕີ ບໍ່ແມ່ນດອກ".
ທ່ານວ່າ ສ່ວນຫລາຍ ທີ່ຜູ້ເຜີຍແພ່ ສາສນາ ຖືກຈັບນັ້ນ ແມ່ນຍ້ອນຂະເຈົ້າ ເຮັດຜິດ ກົດຣະບຽບ ບ້ານເມືອງ ແຕ່ກໍບໍ່ໄດ້ ໝາຍຄວາມວ່າ ມີຄະດີ ຫລື ບໍ່ໄດ້ຮັບການ ປົກປ້ອງ ຄືກັນກັບ ຜູ້ທີ່ນັບຖື ສາສນາ ອື່ນໆ.