ກຸ່ມຄາໂຕລິກຢູ່ລາວ ຕ້ອນຮັບຄຸນພໍ່ຄົນໃຫມ່

ກຸ່ມສາສນາ ຄາໂຕລິກ ໃນລາວ ມີຄວາມຍີນດີ ທີ່ຈະມີ ການຕ້ອນຮັບ ເອົາຄຸນພໍ່ ຄົນໃຫມ່ ທີ່ຫາກໍ່ບວດ ໃນເຂດ ສັງຄະມົນທົນ ພາກເຫນືອ ຂອງລາວ ຫລັງຈາກ 30 ກວ່າປີ ທີ່ບໍໍ່ມີ ການບວດ ຄຸນພໍ່.
ສິດນີ
2011.02.01

ກົດຟັງສຽງ

ຄຸນພໍ່ Pierre Bountha Silaphet ບວດເປັນຄຸນພໍ່ ສາສນາ ຄຣິສຕຽນ ນິກາຍຄາໂຕລິກ ໃນເຂດ ສັງຄະມົນທົນ ຫລວງພຣະບາງ ໃນວັນທີ 29 ເດືອນມົກກະຣາ ປີນີ້ ດ້ວຍສັງຄະນາຍົກ Louise Marie MangkhaneKhoun ຈາກສັງຄະມົນທົນ ປາກເຊ ເປັນຜູ້ບວດໃຫ້. ພິທີດັ່ງກ່າວ ມີຊາວຄາໂຕລິກ ເຂົ້າຮ່ວມກວ່ານຶ່ງ ພັນຄົນ. ອິງຕາມລາຍງານ. ແຫລ່ງຂ່າວຈາກ ອົງການສາສນາ ຄຣິສຕຽນ ລາຍງານວ່າ ສັງຄະມົນທົນ ຫລວງພຣະບາງ ບໍ່ມີການ ບວດຄຸນພໍ່ ມາເປັນເວລາກວ່າ 30 ປີແລ້ວ.

ຄຸນພໍ່ ບຸນທາ ອາຍຸ 34 ປີ ເປັນຄົນແຂວງ ໄຊຍະບຸຣີ ເປັນຄຸນພໍ່ ຊາວເຜົ່າຂະມຸ ແລະ ກໍ່ເປັນລູກຄົນ ສຸດທ້າຍ ໃນຈຳນວນອ້າຍນ້ອງ 7 ຄົນ ໃນຄອບຄົວ ຊາວນາ. ຫລັງຈາກຈົບ ການສຶກສາດ້ານ ສາສນາຄຣິສຕຽນ ທີ່ໂບດ ST.PAUL VIANNEY ທີ່ເມືອງທ່າແຂກ ແຂວງຄຳມ່ວນ ຮ່ວມດ້ວຍ ການໄປຮຽນພາສາ ອັງກິດ ທີ່ປະເທດ ຟີລີປີນ 1 ປີ ທ່ານກໍ່ກັບມາ ບ້ານເກີດເມືອງນອນ ທີ່ສັງຄະມົນທົນ ຫລວງພຣະບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.