ນາຍົກລາວແລະ ກໍາພູຊາພົບປະກັນ

ນາຍົກ ຣັຖມົນຕຣີ ສປປລາວ ພົບປະກັບ ນາຍົກ ຣັຖມົນຕຣີ ກັມພູຊາ ເພື່ອປຶກສາຫາຣື ກ່ຽວກັບບັນຫາ ການຂຍາຍ ການຮ່ວມມື ຣະຫວ່າງ 2 ຝ່າຍ.
ມະນີຈັນ
2011.03.08

ກົດຟັງສຽງ

ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ສປປລາວ ພົບປະກັບ ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກັມພູຊາ ທີ່ກຸງພະນົມເປັນ ໃນວັນທີ 7 ມີນາ ນີ້. ຂ່າວຊີນຮົວ ຂອງທາງການຈີນ ຣາຍງານ ໂດຍອ້າງ ອີງໃສ່ຄໍາເວົ້າ ຂອງທ່ານ ຂຽວ ກັນຫາຣິດ ໂຄສົກ ຣັຖບານກັມພູຊາ ວ່າ ໃນຣະຫວ່າງການ ພົບປະກັນນັ້ນ ຜູ້ນໍາທັງສອງ ໄດ້ເຈຣະຈາ ກ່ຽວກັບບັນຫາຕ່າງໆ ເພື່ອຂຍາຍການ ຮ່ວມມືຣະຫວ່າງ 2 ປະເທດ ກ່ຽວກັບການຄ້າ ແລະ ການລົງທຶນ, ການຄົມນາຄົມ-ຂົນສົ່ງ ຂ້າມຊາຍແດນ, ຄວາມປອດພັຍ, ການສຶກສາ, ວັທນະທັມ, ການປັກຫລັກ ໝາຍຊາຍແດນ, ໄຟຟ້າ ແລະ ການບໍຣິການ ທາງອາກາດ. ໃນນັ້ນ ນາຍົກທັງ 2 ໄດ້ເຫັນພ້ອມ ນໍາກັນວ່າ ຈະແກ້ໄຂບັນຫາ ຊາຍແດນ ຣະຫວ່າງກັນ ໂດຍສັນຕິວິທີ. ລາວ ແລະກັມພູຊາ ມີຊາຍແດນຮ່ວມກັນ ຍາວ 541 ກິໂລແມັຕ. ພ້ອມດຽວກັນ ທ່ານ ຮຸນແຊັນ ກໍແຈ້ງໃຫ້ ທ່ານ ທອງສິງ ທັມວົງ ຊາບກ່ຽວກັບ ຂໍ້ຄັດແຍ່ງ ຊາຍແດນຣະຫວ່າງ ກັມພູຊາ ແລະໄທ ເລື້ອງ ເຂົາພະວິຫານ  ຊຶ່ງ ທ່ານ ທອງສິງ ວ່າ ສປປລາວ ກໍໄດ້ຕິດຕາມ ບັນຫາ ດັ່ງກ່າວ ຢ່າງໃກ້ສິດ. 

ທ່ານທອງສິງ ທັມມະວົງ ອາດີດປະທານ ສະພາແຫ່ງຊາດ ທີ່ເຂົ້າຮັບ ຕໍາແໜ່ງແທນ ທ່ານ ບົວສອນ ບຸບຜາວັນ ຊຶ່ງລາອອກ ເມື່ອເດືອນທັນວາ ປີ 2010 ຜ່ານມາ ໄດ້ເດີນທາງເຖິງກຸງ ພະນົມເປັນ ໃນຕອນເຊົ້າ ຂອງວັນດຽວກັນນີ້ ເພື່ອຢ້ຽມຢາມ ກັມພູຊາ ຢ່າງເປັນທາງ ການ 2 ວັນ ພາຍຫລັງໄປຢ້ຽມ ຢາມວຽດນາມ ເມື່ອສັປດາທີ່ແລ້ວ ຊຶ່ງເປັນການເດີນທາງ ໄປຕ່າງປະເທດ ຄັ້ງທໍາອິດ ຂອງທ່ານ. 

ທ່ານ ທອງສິງ ມີກໍານົດ ເຂົ້າຢ້ຽມ ປະທານ ສະພາສູງ Chea Sim, ເຂົ້າຢ້ຽມປະທານ ສະພາແຫ່ງຊາດ Heng Samrin ແລະ ເຂົ້າເຝົ້າກະສັດ Norodom Sihamoni.  ລາວ-ກັມພູຊາ ກໍາລັງ ຮ່ວມສລອງ ຄົບຮອບ ການພົວພັນ ທາງການທູດ ຣະຫວ່າງກັນ ປີທີ 55 ຊຶ່ງ ຕາມຂ່າວວ່າ ນາຍົກທັງ 2 ຈະຮ່ວມກັນ ເປັນປະທານ ໃນພິທີເປີດ ດ່ານຊາຍແດນ ດົງກະລໍ ໃນເຂດເມືອງ ຂົງ ແຂວງຈໍາປາສັກ ກັບແຂວງຊຽງແຕງ ຂອງກັມພູຊາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.