ກາຣບິນລາວ ຊື້ຍົນຈາກຄານາດາ
2011.05.06

ກົດຟັງສຽງ
ຣັຖວິສາຫະກິຈ ສາຍກາຣບິນ ລາວ ຊຶ່ງເປັນ ຜູ້ໃຫ້ ບໍຣິກາຣ ພາຍໃນ ປະເທສ ໄດ້ຊື້ ເຮືອບິນ ຕື່ມອີກ 2 ລຳ ຈາກ ບໍຣິສັທ ຂອງ ປະເທສ ຄານາດາ ຊຶ່ງລຳທຳອິດ ຖືກສົ່ງມອບ ໃຫ້ແກ່ ທາງກາຣລາວ ໃນຄາວມີ ກາຣສລອງ ບຸນປີໃໝ່ ແຕ່ມື້ວັນ ທີ່ 13 ເມສາ 2011.
ເຮືອບິນ ທີ່ທາງ ຣັຖວິສາຫະກິຈ ໄດ້ສັ່ງຊື້ ຈາກ ບໍຣິສັທ ຄານາດາ ດັ່ງກ່າວ ເປັນເຮືອບິນ ຊນິດ DHC-6-30 Twin Otter ຂນາດ 19 ທີ່ນັ່ງ ແລະ ຄາດວ່າ ລຳ ທຳອິດ ທີ່ສົ່ງມອບ ແຕ່ມື້ວັນທີ່ 13 ເມສາ ຜ່ານມາ ຈະນຳອອກ ໃຊ້ ບໍຣິກາຣ ໃນໄວໆນີ້ ແລະລຳ ທີ່ 2 ກໍຄາດວ່າ ຈະຖືກນຳສົ່ງ ໃຫ້ທາງ ສາຍກາຣບິນ ລາວ ໃນໄວໆນີ້ ເຊັ່ນກັນ. ທັງສອງລຳ ເປັນເຮືອບິນ ທີ່ຫາກໍ່ ຜລິຕອອກໃໝ່.
ຢ່າງໃດກໍຕາມ ຣັຖວິສາຫະກິຈ ສາຍກາຣບິນ ລາວ ມີເຮືອບິນ ຂນາດນ້ອຍ ສຳຫລັບ ບໍຣິກາຣ ຈາກ ນະຄອນຫລວງ ວຽງຈັນ ໄປຍັງເຂຕ ພາຄເໜືອ ຂອງລາວເຊັ່ນ: ແຂວງ ຜົ້ງສາລີ ຫົວພັນ ແລະ ໄຊຍະບູຣີ ຊຶ່ງສ່ວນຫລາຍ ກໍແມ່ນພວກ ນັກທ່ອງທ່ຽວ ທີ່ພາກັນ ເໝົາໄປ ໃນແຕ່ລະມື້ ແລະ ກໍມີຄວາມ ສະດວກ ເພາະບໍ່ຈຳເປັນ ຈະຕ້ອງໄດ້ ໃຊ້ສນາມບິນ ອັນກວ້າງໃຫຍ່ ພໍເທົ່າໃດ.
ທາງໜັງສືພີມ ທາງກາຣ ຂອງລາວ ວ່າ ເຮືອບິນ ຊນິດ DHC-6-30 Twin Otter ຫລືເຮືອບິນ ໝາກປິ່ນ ດັ່ງກ່າວ ແມ່ນບໍຣິສັທ De Haviland ເປັນຜູ້ຜລິຕ ຢູ່ປະເທສ ຄານາດາ ແລະວ່າ ມີການນິຍົມ ກັນໃຊ້ ຢ່າງຫລວງຫລາຍ ໃນທົ່ວໂລກ.