ສະມາຊິກສະພາ ຂໍໃຫ້ເບັຍລາວ ເພີ້ມການຜລິດ
2011.06.22

ກົດຟັງສຽງ
ນາງ ຄຳຟອງ ພູມວົງໄຊ ສະມາຊິກ ສະພາ ແຫ່ງຊາດ ຈາກ ເຂດນຶ່ງ ນະຄອນຫລວງ ວຽງຈັນ ກ່າວວ່າ ການຜລິດ ເບັຍລາວ ເພິ້ມຂື້ນ ເລື້ອຍໆ ແຕ່ການ ເພິ້ມຂື້ນ ນັ້ນ ມີແຕ່ ເພື່ອບໍຣິໂພກ ພາຍໃນ ປະເທດ. ຊາວລາວ ກິນເບັຍ ດື່ມເບັຍ ຫລາຍຂື້ນ ພາໃຫ້ເກີດ ບັນຫາ ສັງຄົມ ຫລາຍຢ່າງ; ສະນັ້ນ ເພື່ອເພິ້ມ ຣາຍໄດ້ ເຂົ້າ ປະເທດ ແລະ ເພື່ອຫລຸດຜ່ອນ ການດື່ມເບັຍ ພາຍໃນ ປະເທດ ບໍຣິສັດ ເບັຍລາວ ຄວນຜລິດເບັຍ ສຳຣັບ ການສົ່ງອອກ ຫລາຍກວ່າ ຈະໃຊ້ພາຍ ໃນປະເທດ ດັ່ງ ນາງ ຄຳຟອງ ພູມວົງໄຊ ໄດ້ກ່າວຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ເມື່ອວັນພຸດ ນີ້ວ່າ:
“ການຜລິດ ຫລືວ່າການ ເພິ້ມການຜລິດ ເບັຍລາວ ໃຫ້ຫລາຍ ຂື້ນເລື້ອຍໆ ຂໍໃຫ້ເໜັ້ນ ການສົ່ງອອກ ສ່ວນວ່າ ຢູ່ພາຍໃນນີ້ ກໍຄືສິ ທົ່ວເຖິງແລ້ວ ກໍດື່ມກັນ ຫລາຍ ບໍ່ໄດ້ດື່ມ ເປັນກວດ ດຽວນີ້ ດື່ມເປັນລັງ ສະນັ້ນ ຈຶ່ງວ່າ ຄວນສົ່ງເສີມ ການສົ່ງອອກ ໃຫ້ຫລາຍ ທີ່ສຸດ".
ນາງ ຄຳຟອງ ກ່າວອີກວ່າ ຊາວລາວ ດື່ມເບັຍ ໃນປັດຈຸບັນ ບໍ່ພຽງ ແຕ່ ຢູ່ໃນເຂດ ໃນເມືອງ ແຕ່ຢູ່ ໃນເຂດ ຊົນນະບົດ ກໍພາກັນ ດື່ມເບັຍ ຫລາຍຂື້ນ ໂດຍສະເພາະ ໃນຍາມບຸນ. ພຶດຕິກັມ ດັ່ງກ່າວ ເປັນການ ທຳຣາຍ ສຸຂພາບ ຂອງຜູ້ດື່ມ ແລະ ພາໃຫ້ ເກີດບັນຫາ ສັງຄົມ ຂື້ນ ຢ່າງ ຫລວງຫລາຍ ເປັນຕົ້ນ ບັນຫາ ກິນເຫລົ້າເມົາ ແລ້ວຂັບຣົດ ຊຶ່ງພາ ໃຫ້ເກີດ ອຸບັດເຫດ ແລະ ເສັຍຊີວິດ ມາແລ້ວ ຫລາຍຮ້ອຍ ຄົນ ຕໍ່ປີ; ນອກຈາກນັ້ນ ການຕິດເຫລົ້າ ຍັງເປັນ ສາເຫດໃຫຍ່ ທີ່ພາໃຫ້ ມີການ ລັກປຸ້ນຈີ້ ແລະ ຂ້າຕີກັນ.
ໃນຍາມ ບຸນປີໃໝ່ ລາວ ທີ່ຫາ ກໍຜ່ານມາ ມີຄົນເສັຍ ຊີວິດ ເພິ້ມຂື້ນ ເປັນ 50 ກວ່າຄົນ ຍ້ອນການ ກິນເຫລົ້າເມົາ ແລ້ວຂັບຣົດ ຊຶ່ງສ່ວນຫລາຍ ແມ່ນກິນເບັຍ.