ເຈົ້າໜ້າທີ່ລາວພົວພັນ ເຣື່ອງເອກສານປອມ

ເຈົ້າໜ້າທີ່ ລາວ ຈໍາພວກນື່ງ ຮັບເຮັດ ໜັງສື ເດີນທາງ ປອມ ເພື່ອໃຫ້ ເດັກນ້ອຍລາວ ທີ່ຍັງບໍ່ເຖິງ ກະສຽນ ສາມາດ ເດີນທາງ ໄປເຮັດວຽກ ຢູ່ຕ່າງ ປະເທດ ໄດ້.
ມະນີຈັນ
2012.03.21

ກົດຟັງສຽງ

ເຈົ້າໜ້າທີ່ ເຫລົ່ານີ້ ອາສັຍ ຕໍາແໜ່ງ ໜ້າທີ່ ເພື່ອ ຜົລປະໂຫຍດ ສ່ວນຕົວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ແຂວງ ອັຕຕະປື ທ່ານໄດ້ກ່າວວ່າ:

"ຈໍາກັດ ຢູ່ແລ້ວ ແຕ່ມັນມີ ຄົນກຸ່ມນຶ່ງ ເປັນຜູ້ວິ້ງເຕັ້ນ ແຫລະ ບັນຫານີ້ນະ ມັນກໍບໍ່ມີ ສິ້ນສຸດແຫລະ ຣະງັບບັນຫາ ນີ້ນະ ກໍນ່າຈະມີ ຄວາມສ່ຽງຢູ່ ມີຄວາມຍາກຢູ່".

ທ່ານກ່າວວ່າ ຢູ່ລາວ ປັຈຈຸບັນ ເຖິງແມ່ນວ່າ ຈະມີການຂຶ້ນ ຄ່າແຮງງານ ຂັ້ນຕໍ່າ ແລ້ວກໍຕາມ ແຕ່ກໍມີ ຄົນງານ ອີກຈໍານວນ ບໍ່ໜ້ອຍ ຕ້ອງການ ໄປເຮັດວຽກ ຢູ່ຕ່າງປະເທດ ເພາະເຫັນວ່າ ມີຣາຍໄດ້ ດີກວ່າ ເຮັດໃຫ້ ເກີດການ ລັກລອບໄປ. ຄົນງານ ຈໍານວນນຶ່ງ ອາຍຸ ບໍ່ເຖິງ 18 ປີ ກໍປອມແປງ ເອກສານ ເພື່ອທີ່ຈະ ສາມາດ ເຮັດວຽດໄດ້ ຢູ່ຕ່າງປະເທດ. ໃນນັ້ນ ຈະຮູ້ຈາກ ການຈັບໄດ້ ໃນຂນະທີ່ ກໍາລັງຂ້າມ ຊາຍແດນ ຫລືຈັບ ໄດ້ຕາມ ສະຖານທີ່ ບັນເທິງຕ່າງໆ ໃນໄທ ຊຶ່ງມີ ຄົນງານລາວ ຖືເອກສານ ຜ່ານແດນ ປອມ ຢູ່ຫລາຍ.

ຢ່າງໃດກໍຕາມ ການກວດກາ ແລະ ຈັບກຸມ ເຈົ້າໜ້າທີ່ ທີ່ຊ່ວຍປອມແປງ ເອກສານ ນັ້ນກໍເປັນໄປ ໄດ້ຍາກ ແລະ ບັນຫາ ການລັກຂ້າມ ຊາຍແດນ ກໍມີຢູ່ ເລື້ອຍມາ. ທາງການລາວ ກໍໄດ້ເຄັ່ງຄັດ ເຣື່ອງຄົນງານ ທີ່ລັກລອບໄປ ເຮັດວຽກໃນໄທ ເພື່ອບັນລຸ ເປົ້າໝາຍ ໃນການປ້ອງກັນ ບໍ່ໃຫ້ຄົນລັກ ໄປເຮັດວຽກ ຢູ່ປະເທດ ເພືອນບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 21, 2012 10:49 PM

ບັນຫານີ້ເກີດມານານແລ້ວ ວ່າແຕ່ເອົາເງິນໃຫ້ເຂົາຈັດການໂລດ ກໍ່ແມ່ນຄົນຢູ່ໃນການຈັດຕັ້ງທັງໝົດນັ້ນແລ້ວ ບາງຄົນອອກຮັບເບັ້ຍບຳນານກໍ່ຍັງສືບຕໍ່ ແລະກໍ່ເປັນ ພວກມີຄວາມຮູ້ ຄວາມສາມາດແທ້ໆໄດ ຝາກບາລະມີໄວ້ ກັບລູກນ້ອງ ແກ້ໄຂຕາມຄວາມຕ້ອງການຕລອດມາ,ຮູ້ຮອດຊື່ ແລະ ນາມສະກຸນ ໂຄດເຊື້ອວົງສາຢ່າງຄົບຖ້ວນດີພຸ້ນແລ້ວ.ເວົ້າໄດ້ເຂົາກໍ່ບໍ່ເຮັດ ແນວໄດກັນດອກ,ປ່ອຍໃຫ້ຟ້າລົງທັນເຂົາເອງ.