ເຂດເສຖກິດພິເສດ ສະເພາະຈີນ

ທາງການລາວ ບໍ່ສາມາດ ກວດສອບ ກິຈກັມຕ່າງໆ ໃນເຂດ ເສຖກິດ ພິເສດ ຂອງຈີນໄດ້.
ໂພໄຊສວັດ
2012.03.22
F-road-to-boten ໝູ່ບ້ານຕາມ ເສັ້ນທາງໄປຫາ ເຂດເສຖກິດ ພິເສດ ສາມຫລ່ຽມຄຳ ປະມານ 60 ກິໂລແມັດ
RFA

ກົດຟັງສຽງ

ຊາວລາວ ໃນເຂດ ພາກເໜືອ ຫລາຍຄົນ ຈົ່ມວ່າ ຢູ່ໃນພື້ນທີ່ ເຂດເສຖກິດ ພິເສດ ສາມຫລ່ຽມຄໍາ ນອກຈາກ ຈະເປີດ ໃຫ້ມີການ ຫລິ້ນການ ພະນັນ ແລ້ວ ບາງພື້ນທີ່ ກໍມີການ ລ້ຽງສັດປ່າ ເພື່ອສົ່ງຂາຍ ຕ່າງປະເທດ. ມີການກັກຂັງ ສັດປ່າ ເຊັ່ນ: ໝີ ແລະ ລີງ ສ່ວນໃຫຍ່ ບໍ່ໄດ້ເບິ່ງແຍງ ໃຫ້ດີ ເທົ່າທີ່ຄວນ ຊໍ້າບໍ່ໜໍາ ສັດບາງໂຕ ຍັງຖືກ ທໍຣະມານ ເຊັ່ນການດູດ ເອົານໍ້າບີ້ໝີ ເພື່ອໃຊ້ເປັນ ຢາພື້ນບ້ານ ຊື່ງສ້າງຄວາມ ເຈັບປວດ ແລະ ທໍຣະມານ ສັດ ແຕ່ເຈົ້າໜ້າທີ່ ທາງການລາວ ກໍບໍ່ສາມາດ ເຂົ້າໄປ ກວດກາໄດ້. ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ຖ້າຖືກ ທໍຣະມານ ເຮົາກໍດໍາເນີນ ການຍຶດ ແຕ່ເຮົາກໍຕ້ອງມີ ໃບອະນຸຍາດ ຈາກທາງການ ຂອງລາວ ຕ້ອງມີແຈ້ງການ ຈາກນາຍົກ ຂອງລາວ ຈຶ່ງຈະເຂົ້າ ໄປໄດ້ ຖ້າຈະໄປເຂດ ໄປກວດ ຖ້າບໍ່ມີແຈ້ງການ ນາຍົກ ກໍເຂົ້າຍໍ່ໄດ້".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ໃນເຂດ ເສຖກິດພິເສດ ທີ່ຈີນ ໄດ້ຮັບ ສໍາປະທານ ຕາມຂໍ້ຕົກລົງ ທັງທາງການລາວ ແລະ ນັກລົງທຶນ ຈະຮ່ວມກັນ ຮັບຜິດຊອບ ເບິ່ງແຍງ ແຕ່ຕາມຄວາມ ເປັນຈິງແລ້ວ ທາງນັກລົງຈີນ ເປັນຜູ້ ບໍລິຫານ ຄວບຄຸມ ແຕ່ພຽງຝ່າຍດຽວ ແລະ ພະນັກງານ ໃນເຂດນັ້ນ ກໍມີແຕ່ຄົນຈີນ ເຈົ້າໜ້າທີ່ລາວ ກໍບໍ່ມີສິດ ໜ້າທີ່ ກ່ຽວຂ້ອງເລີຍ.

ອາດຈະເປັນ ເພາະເຫດ ດັ່ງກ່າວ ທາງການລາວ ຈຶ່ງໄດ້ ປ່ຽນແປງ ລະບົບ ການປົກຄອງ ເຊັ່ນຢູ່ ເມືອງບໍ່ເຕັນ ແດນຄໍາ ຈາກເຂດ ເສຖກິດ ພິເສດ ເປັນເຂດ ເສຖກິດ ສະເພາະ ແທນ ແລະຈາກເຂດ ພື້ນທີ່ ເມືອງ ກາຊີໂນ ເປັນເຂດພື້ນທີ່ ສູນການຄ້າ ແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 22, 2012 10:30 AM

ຮູ້ວ່າພາດແລ້ວຕ້ອງຮັບ,ພິດແລ້ວຕ້ອງແກ້,ປະຊາຊົນທຸກບ່ອນ ໃຫ້ອະໄພໄດ້ສເມີ,ບໍ່ມີໄຜຈະຖືຄົນບ້າ,ຊາຄົນເມົາໄດ້ໂດຽເດັດຂາດ ການປະຕິບັດວຽກງານ ບໍ່ວ່ານ້ອຽຫລືຫລາຍຈະຕ້ອງພິດພາດໄດ້ສເມີ ຖ້າຜູ້ໄດບໍ່ມີຄວາມພິດພາດ ກໍ່ແມ່ນຄົນຜູ້ນັ້ນບໍ່ໄດ້ເຮັດຫຽັງ,ສນັ້ນບັນຫານີ້ ປະໄດ້ ວາງໄດ້ຊົ່ວຄັ້ງ ຊົ່ວຄາວ ເຮົາກໍ່ມີຄວາມສຸຂ.