ກົດຟັງສຽງ
ເຈົ້າໜ້າທີ່ ກົມໃບຕາດິນ ກໍາລັງອອກໄປເຮັດ ໃບຕາດິນ ໃຫ້ປະຊາຊົນ ທີ່ບໍ່ມີໃບຕາດິນ ຖາວອນ ເພື່ອເປັນການແກ້ໄຂ ຄວາມຂັດແຍ່ງ ເຣື້ອງທີ່ດິນ. ຕາມຄໍາເວົ້າຂອງ ຮອງຫົວໜ້າຫ້ອງການ ປົກຄອງເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ. ທ່ານ ຂັນທະລີ ພາລີວົງ ເຈົ້າເມືອງ ເມືອງຫາດຊາຍຟອງ ກໍເວົ້າວ່າ:
"ສະເພາະເມືອງຫາດຊາຍຟອງ ປັດຈຸບັນ ຖືວ່າໄດ້ມີການ ອອກໃບຕາດິນ ສໍາເຣັດແລ້ວ 48 ບ້ານ, ຍັງຢູ່ 12 ບ້ານບໍ່ທັນໄດ້ອອກ ໃບຕາດິນ ປັດຈຸບັນ ກໍກະກຽມອອກ ໃບຕາດິນໃຫ້ ແກ່ພໍ່ແມ່ປະຊາຊົນ ທີ່ຍັງບໍ່ທັນມີ ໃບຕາດິນຖາວອນ".
ການເລັ່ງອອກໃບຕາດິນ ກໍຍ້ອນວ່າ ເມືອງຫາດຊາຍຟອງ ເປັນເມືອງທີ່ ກໍາລັງໄດ້ຮັບ ຄວາມນິຍົມ ທັງນັກລົງທຶນພາຍໃນ ແລະຕ່າງປະເທດ ແລະເປັນ ການຂຶ້ນບັນຊີ ໃຫ້ເປັນຣະບຽບ, ກວດສອບໄດ້ງ່າຍ ແລະ ປ້ອງກັນການປອມແປງ ໃບຕາດິນນໍາດ້ວຍ.
ເມືອງຫາດຊາຍຟອງ ມີເນື້ອທີ່ 258 ກິໂລແມັດມົນທົນ, ມີຄວາມຍາວຕິດ ກັບແມ່ນໍ້າຂອງ 50 ກິໂລແມັດ, ມີເນື້ອທີ່ກະສິກັມ 12,000 ເຮັກຕາ, ມີ 60 ບ້ານໃນຈໍານວນ 7 ກຸ່ມບ້ານ. ນອກຈາກເມືອງຫາດ ຊາຍຟອງແລ້ວ ແຕ່ລະເມືອງໃນເຂດ ນະຄອນຫຼວງ ວຽງຈັນ ກໍຈະໄດ້ອອກໃບຕາດິນ ແລະ ກວດກາທີ່ດິນ ເພື່ອເຮັດໃຫ້ທີ່ດິນ ທັງໝົດ ເຂົ້າຢູ່ໃນຣະບົບ ອັນດຽວກັນ.