ບັນຫາໃບຕາດິນ ໃນລາວ
2011.07.12

ກົດຟັງສຽງ
ເຖິງແມ່ນວ່າ ທີ່ຜ່ານມາ ວຽກງານ ຂອງ ອົງການ ຄຸ້ມຄອງ ທິ່ດິນ ຈະມີຄວາມ ສໍາເຣັດ ໃນຫລາຍໆດ້ານ ກໍຕາມ ແຕ່ບັນຫາ ການອອກ ໃບຕາດິນ ຍັງມີ ຜິດພາດ ຍ້ອນວ່າ ຍັງມີການ ປອມແປງ ເອກກະສານ ໃບຕາດິນ, ດັ່ງນັ້ນ ທາງ ອົງການ ຄຸ້ມຄອງ ທີ່ດິນ ຈຶ່ງຈໍາເປັນຕ້ອງ ໄດ້ສຶກສາ ກວດສອບ ຢ່າງລະອຽດ ກ່ອນທີ່ ຈະອອກ ໃບຕາດິນ ໃຫ້ແກ່ ຜູ້ທີ່ມາ ຂໍໃບ ຕາດິນ ຂອງຕົນ. ທ່ານຄໍາອ້ວນ ບຸບຜາ ຫົວໜ້າ ຫ້ອງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດ ນະຄອນຫລວງ ວຽງຈັນ ກ່າວກ່ຽວກັບ ເຣື້ອງນີ້ ວ່າ:
"ເມື່ອຈະອອກ ໃບຕາດິນ ກໍໄດ້ມີ ຄໍາສັ່ງ ແນະນໍາ ພວກເຮົາ ຕ້ອງໄດ້ ມີການ ພິສູດ ຫລັກຖານ ດິນ ຕອນນັ້ນ ທີ່ມາຂອງ ດິນ ມັນເປັນ ຂອງໃຜ ຫລັງຈາກ ຈັດສັນແລ້ວ ຍັງຕ້ອງ ພິສູດ ຫລັກຖານ ກ່ອນຈະອອກ ເພື່ອຮູ້ ທີ່ມາ ຂອງດິນ ມັນຖືກຕ້ອງ ແລ້ວຫລືບໍ່."
ທ່ານຄໍາອ້ວນ ກ່າວຕໍ່ໄປ ອີກວ່າ ນອກຈາກ ບັນຫາ ທີ່ໄດ້ເວົ້າ ມານີ້ແລ້ວ ຍັງມີ ບັນຫາ ຄ້າງຄາ ຫລາຍຢ່າງ ທີ່ຈະຕ້ອງໄດ້ ແກ້ໄຂ ເຊັ່ນ: ການອະນຸມັດ ໃຫ້ເຊົ່າ ຫລືໃຫ້ ສໍາປະທານ ທີ່ດິນ ເປັນ ບໍລິເວນ ກວ້າງ ໂດຍບໍ່ໄດ້ ຜ່ານການ ຈັດສັນ ວິເຄາະ ວິໄຈ ຢ່າງລະອຽດ ຈຶ່ງໄດ້ ສ້າງຄວາມ ຫຍຸ້ງຍາກ ໃຫ້ຜູ້ທີ່ ສໍາປະທານ ແລະ ຊາວບ້ານ ທີ່ຢູ່ ໃນເຂດ ໃກ້ຄຽງ. ນອກຈາກນັ້ນ ບາງກໍຣະນີ ພື້ນທີ່ ທີ່ໄດ້ຮັບ ອະນຸມັດ ໄປກວມ ເອົາພື້ນທີ່ ປ່າສງວນ ປ່າຫວງຫ້າມ ແລະ ບາງບ່ອນ ກໍມີການ ອະນຸມັດ ຊໍ້າຊ້ອນກັນ ເຮັດໃຫ້ ມີຂໍ້ຂັດແຍ່ງ ເກີດຂຶ້ນ.
ບັນຫາ ຂັດແຍ່ງ ທີ່ດິນ ມີຫລາຍຂຶ້ນ ເທົ່າໂຕ ຍ້ອນວ່າ ປັດຈຸບັນ ຣາຄາ ທີ່ດິນ ແພງຂຶ້ນ ຢ່າງ ຫລວງຫລາຍ. ການແກ້ໄຂ ບັນຫາ ກໍຍັງ ບໍ່ມີ ປະສິດທິພາບ ພຽງພໍ. ຫາກການ ແກ້ໄຂ ບັນຫາ ບໍ່ສາມາດ ດໍາເນີນ ໄປໂດຍໄວ ແລະ ຢ່າງມີ ປະສິດທິພາບ ການບໍຣິຫານ ຄຸ້ມຄອງ ທີ່ດິນ ຂອງ ຣັຖບານ ໃນອະນາຄົດ ກໍຈະເກີດ ບັນຫາ ໃຫຍ່ ຂຶ້ນເລື້ອຍໆ.