ກົດຟັງສຽງ
ອົງການຄຸ້ມຄອງ ທີ່ດິນ ນະຄອນຫລວງວຽງຈັນ ເປີດເຜີຍວ່າ ໃນລະຍະຜ່ານມາ, ການເກັບພາສີ ຈາກທີ່ດິນຂອງ ນະຄອນຫລວງ ວຽງຈັນ ຍັງບໍ່ໄດ້ ຕາມຄາດໝາຍ ຫລືວ່າ ຕາມເນື້ອທີ່ດິນ ທີ່ສາມາດ ເກັບໄດ້, ອີງຕາມຣາຍງານ ຈາກທ້ອງຖິ່ນ ໃນມື້ວັນທີ 19 ມົກກະຣາ ນີ້.
ບັນຫາ ດັ່ງກ່າວ ມີສາເຫດ ມາຈາກ ຜແນກການເງິນເອງ ທີ່ຍັງບໍ່ທັນໄດ້ ມອບສິດຂາດໂຕ ໃນການເກັບຣາຍຮັບ ດັ່ງກ່າວ ຕາມການຕົກລົງ ຂອງຣັຖມົນຕຣີ ວ່າການ ກະຊວງການຄັງ ທີ່ໄດ້ຣະບຸໄວ້ ເມື່ອເດືອນ ພຶສຈິກາ ຂອງປີ 2009 ຜ່ານມາ. ບັນຫາດັ່ງກ່າວ ເຮັດໃຫ້ ການເກັບຣາຍຮັບ ທີ່ດິນ ຍັງຊໍ້າຊ້ອນກັນ ຣະຫວ່າງ ຜແນກການເງິນ ແລະ ອົງການຄຸ້ມຄອງ ທີ່ດິນ ນະຄອນຫລວງວຽງຈັນ.
ທ່ານໜູກອນ ສິມມະລາວົງ, ຫົວໜ້າອົງການ ດັ່ງກ່າວ, ເປີດເຜີຍວ່າ ສະເພາະໃນໄຕຣມາດ ທີ 1 ຂອງສົກປີໃໝ່ນີ້, ອົງການ ຂອງທ່ານ ສາມາດ ເກັບຣາຍຮັບ ຈາກທີ່ດິນ ໄດ້ພຽງແຕ່ 3 ຕື້ກ່ວາກີບ, ເທົ່າກັບ 10.16 ສ່ວນຮ້ອຍ ຂອງແຜນການປີ ເທົ່ານັ້ນ. ສ່ວນໃນສົກປີ 2009-2010 ຜ່ານມາ, ທົ່ວນະຄອນຫລວງ ວຽງຈັນ, ສາມາດເກັບຣາຍຮັບ ຈາກທີ່ດິນ ໄດ້ພຽງ 38 ຕື້ກີບ.
ຣາຍຮັບດັ່ງກ່າວ ເປັນອັຕຣາສ່ວນ ທີ່ໜ້ອຍຫລາຍ, ເມື່ອທຽບໃສ່ກັບ ເນື້ອທີ່ດິນ ທີ່ມີໃນ ນະຄອນຫລວງວຽງຈັນ. ດັ່ງນັ້ນ, ໃນສົກປີນີ້, ອົງການທີ່ດິນ ນະຄອນຫລວງ ວຽງຈັນ ຈະເລັ່ງໃສ່ ການປັບ, ການຂຶ້ນບັນຊີ ແລະ ຈໍານວນທີ່ດິນ ໃຫ້ຖືກຕ້ອງ ກັບຕົວຈິງ. ສິ່ງສໍາຄັນ, ອົງການນີ້ ຈະພຍາຍາມ ປຶກສາຫາລືກັນ ຢ່າງລະອຽດ ກັບຜແນກການເງິນ ນະຄອນຫລວງວຽງຈັນ ເພື່ອບໍ່ໃຫ້ການ ປະຕິບັດ ໜ້າທີ່ ຊໍ້າຊ້ອນກັນ ຕໍ່ໄປອີກ.
ນັກວິຊາການ ທ່ານນຶ່ງ ຂອງອົງການທີ່ດິນ ນະຄອນຫລວງວຽງຈັນ ໄດ້ຊີ້ແຈງ ໃຫ້ຊາບວ່າ ວຽກງານ ການເກັບພາສີ ຈາກທີ່ດິນ ເປັນວຽກງານນຶ່ງ ທີ່ມີຊ່ອງຫວ່າງ ໃຫ້ພະນັກງານ ທີ່ກ່ຽວຂ້ອງ ໃນຂັ້ນຕ່າງໆ ມີໂອກາດ ສ້າງຜົນປໂຍດ ສ່ວນຕົວໄດ້ສູງ. ສະນັ້ນ, ຈຶ່ງມີຫລາຍໆຄົນ ຕ້ອງການເຂົ້າໄປ ມີສ່ວນກ່ຽວຂ້ອງ ຕລອດມາ ແລະ ເຈົ້າໜ້າທີ່ ທີ່ຮັບຜິດຊອບ ກ່ຽວກັບ ວຽງການນີ້ ມາກ່ອນ, ກໍບໍ່ຢາກ ມອບວຽກນີ້ ໃຫ້ພາກສ່ວນອື່ນ ມາຮັບແທນ.
ປັດຈຸບັນນີ້, ໃນພາກຕົວຈິງ ການມອບ-ຮັບສິດ ແລະ ໜ້າທີ່ ຮັບຜິດຊອບ ໃນການເກັບພາສີ ຈາກທີ່ດິນຢູ່ ນະຄອນຫລວງວຽງຈັນ ຍັງບໍ່ສໍາເຣັດ ຫລຸລ່ວງໄປດ້ວຍດີ ພາຍຫລັງ ທີ່ໄດ້ຍືດເຍື້ອ ມາເປັນເວລາ ຫລາຍກ່ວາ 1 ປີ ແລະ ຍັງບໍ່ຮູ້ວ່າ ຈະແກ່ຍາວ ໄປຮອດເວລາໃດ.