ກົດຟັງສຽງ
ປະຊາຊົນລາວ ຢູ່ໃນເຂດ ຊົນນະບົດ ຕຣອດຮອດເມືອງໃຫ່ຽ ບໍ່ມີໃບຕາດິນ ທີ່ຢັ້ງຢືນ ເຖິງກັມມະສິດ ທີ່ດິນ ຈື່ງເຮັດໃຫ້ເກີດ ບັນຫາຂັດແຍ່ງກັນ ແລະ ເຮັດໃຫ້ການ ຕັດສີນ ຄະດີຂອງສານ ໄດ້ຮັບຄວາມ ຫຍຸ້ງຍາກ ດັ່ງທີ່ທ່ານ ລັງສີ ສີບຸນເຮືອງ ຮອງອັຍການ ປະຊາຊົນ ສູງສຸດ ນະຄອນຫລວງ ວຽງຈັນ ໄດ້ກ່າວ:
"ຢູ່ຊົນນະບົດ ເກືອບບໍ່ມີຈັກຄົນ ປະຊາຊົນ ມີດິນໃຮ່ດິນນາ ບໍ່ທັນມີໜັງສື ມີແຕ່ວ່າ ກໍສືບ ມໍຣະດົກກັນໄປ ອັນນີ້ພໍ່ ກໍສືບໃຫ້ລູກ ໃຫ້ຫລານໄປ ຈາກນັ້ນມາ ບາງເທື່ອ ລູກສືບ ມໍຣະດົກ ກັນເອງ ແລ້ວໄປຟ້ອງ ກັນເອງ ມັນບໍ່ມີໜັງສື ຢັ້ງຢືນ ບັດນີ້ນະ ມັນຈື່ງບໍ່ແຈ້ງ ຫັ້ນນ໋າ".
ທ່ານ ລັງສີ ວ່າບັນຫາການ ຂັດແຍ້ງທີ່ດິນ ນີ້ ເປັນບັນຫາ ທີ່ກໍ່ໃຫ້ເກີດ ຄວາມສລັບສັບຊ້ອນ ແກ່ການ ຕັດສີນຄະດີ ຍ້ອນວ່າ ພຍານທັງສອງຝ່າຍ ຈະເຂົ້າຂ້າງ ຕົນເອງ. ການທີ່ບໍ່ມີ ໃບຕາດິນເປັນ ຫລັກຖານນັ້ນ ເຮັດໃຫ້ສານ ບໍ່ສາມາດຕັດສີນ ຢ່າງເດັດຂາດ ໄດ້ວ່າ ທີ່ດິນນັ້ນ ເປັນກັມມະສິດ ຂອງຜູ້ໃດແທ້ ຫລືວ່າເມື່ອ ຕັດສີນໄປແລ້ວ
ເຈົ້າຄວາມກໍບໍ່ ປະຕິບັດ, ບັນຫາຈິ່ງບໍ່ ສິ້ນສຸດເປັນ.
ການຂັດແຍ້ງ ທີ່ດິນໃນລາວ ເປັນບັນຫາໃຫ່ຽ ຂອງສັງຄົມ ແລະ ເປັນບັນຫາ ທີ່ແກ້ໄດ້ຍາກ, ເພາະມັນເປັນການ ຂັດແຍ້ງ ລະຫ່ວາງ ໂຄງການພັທນາ, ພາກສ່ວນຣັດ ກັບທີ່ດິນ ປະຊາຊົນ, ໂຄງການ ເອກກະຊົນ ກັບທີ່ດິນ ຂອງປະຊາຊົນ. ທັງໝົດນີ້ເຮັດໃຫ້ ສັງຄົມລາວ ເກີດຄວາມສງົບ.