ການບຸກລຸກທີ່ດິນ ເກີດຍ້ອນຂາດເອກສານ
2012.08.03
ໃນການ ປະຕິບັດຕາມ ຄໍາສັ່ງ ຂອງຣັຖບານ ທີ່ໃຫ້ແຕ່ລະແຂວງ ກວດກາສັນຍາ ແລະ ການນໍາໃຊ້ທີ່ດິນ ທີ່ີໄດ້ໃຫ້ ສໍາປະທານ ໄປແລ້ວນັ້ນ ຄືນໃໝ່ ຈຶ່ງເຮັດໃຫ້ ແຂວງຫຼວງພຣະບາງ ພົບວ່າ ບາງບໍຣິສັດ ບໍ່ມີເອກກະສານ ຄົບຖ້ວນ ແຕ່ໄດ້ດໍາເນີນ ກິຈການ ຂອງຕົນໄປ ແບບບໍ່ຖືກຕ້ອງ. ດັ່ງເຈົ້າໜ້າທີ່ ຫ້ອງການທີ່ດິນ ແຂວງຫຼວງພະບາງ ເວົ້າວ່າ:
"ບັນຫາກໍແມ່ນເຣື່ອງ ການປະກອບ ເອກກະສານ ຂອງບໍຣິສັດ ບາງເທື່ອ ຍັງບໍ່ທັນຄົບ ພວກເຮົາກໍໄດ້ສເນີ ໃຫ້ຂະເຈົ້າ ໄປປະກອບ ເອກກະສານ ນໍາພາກສ່ວນ ກ່ຽວຂ້ອງຄືນໃໝ່ ສົມມຸດວ່າ ບໍ່ມີທະບຽນ ເຣື່ອງເອກກະສານ ບໍ່ຄົບຖ້ວນເທື່ອ ແລ້ວຂະເຈົ້າ ມາດໍາເນີນກ່ອນ ແລ້ວບັດນີ້ ເພິ່ນບໍ່ໃຫ້ເຮັດເທື່ອ."
ທ່ານວ່າ ຈາກການກວດກາຄືນ ພົບວ່າ ສ່ວນຫລາຍ ມີບັນຫາກັບ ນັກລົງທຶນຈີນ ທີ່ມາສໍາປະທານ ເພື່ອ ບໍຣິການຕ່າງໆ ສໍາປະທານ ທີ່ດິນປູກໄມ້ ອຸດສາຫະກັມ ຢາງພາລາ ທີ່ເຮັດໃຫ້ມີ ຜົນກະທົບ ຫລາຍຢ່າງ ເຮັດໃຫ້ລາວ ເສັຍຜົນປະໂຫຽດ ຢ່າງໜ້າເປັນຫ່ວງ ໂດຍສະເພາະ ເຣື່ອງຊັພຍາກອນ ທັມມະຊາດ ຮວມທັງ ເຮັດເກີນຂອບເຂດ ເນື້ອທີ່ ທີ່ໄດ້ຮັບ ສໍາປະທານ:
"ໜ້າເປັນຫ່ວງ ເຣື່ອງປ່າໄມ້ ມັນຈະໝົດ ໄປຫລາຍ ບາງເທື່ອນີ້ ຂະເຈົ້າກໍລຸກລາມ ໄປກາຍ ສົມມຸດວ່າ ເຮົາອະນຸຍາດໃຫ້ ເທົ່ານີ້ ແລ້ວບາງເທື່ອ ຂະເຈົ້າຖາງອອກໄປ ກາຍຂອບເຂດ ຈຶ່ງໄດ້ ກວດກາຄືນວ່າ ຜູ້ທີ່ອະນຸຍາດໃຫ້ 1 ເຮັກຕາຣ ແລ້ວຂະເຈົ້າໄປເອົາ ຮອດ 5 ເຮັກຕາຣ ບໍ່ຖືກຕາມ ອະນຸຍາດ".
ທ່ານເວົ້າຕື່ມ ອີກວ່າ ຂນະນີ້ ທາງແຂວງ ຫລວງພຣະບາງ ໄດ້ກວດກາຄືນ ຕື່ມອີກ ແລະ ໄດ້ຄົ້ນຄວ້າ ຢ່າງຣະອຽດ ກັບນັກລົງທຶນ ທີ່ໄດ້ຮັບ ສໍາປະທານໄປແລ້ວ ແລະ ຍັງບໍ່ໃຫ້ ສໍາປະທານ ທີ່ດິນໃໝ່ອີກ ແຕ່ຢ່າງໃດ.