ບັນຫາທີີ່ດີນ ຂອງຊາວບ້ານ ທີ່ເມືອງທ່າແຕງ ແຂວງເຊກອງ ທີ່ເຄີຍມີຂໍ້ ຂັດແຍ່ງ ຈົນມີຊາວບ້ານ ຖືກຈັບກຸມ ເມື່ອເດືອນ ມີຖຸນາ ຜ່ານມາ ຈົນຮອດ ປັດຈຸບັນ ຍັງບໍ່ຍຸຕິ ລົງໄດ້ ເພາະຊາວບ້ານ ຍັງບໍ່ຍອມຮັບ ການແກ້ໄຂ ທີ່ຣັຖບານສເນີໃຫ້ ຍ້ອນເຫັນວ່າ ຂໍ້ແກ້ໄຂດັ່ງກ່າວ ບໍ່ສົມເຫດສົມຜົລ. ດັ່ງຊາວບ້ານ ຜູ້ນື່ງເວົ້າວ່າ:
"ຕົວຜູ້ທີ່ຖືກ ເຈົ້າຫນ້າທີ່ ຈັບໄປຂັງ ກໍບໍ່ຍອມ ມັນບໍ່ສົມເຫດ ສົມຜົລ ເຂົາບໍ່ຍອມຮັບ ບັນຫາມັນກໍແກ່ຍາວ ມາຮອດດຽວນີ້ ກໍຄືວ່າມັນ ໂຍນໄປໂຍນມາ ບໍ່ຮູ້ວ່າຜູ້ໃດ ຊີ່ແກ້ໄຂ ກັນແທ້".
ຊາວບ້ານຄົນນີ້ ກ່າວຕໍ່ໄປວ່າ ຊາວບ້ານ ທີ່ບ້ານຫຍຶບ ຜູ້ທີ່ໄດ້ຮັບ ຄວາມເດືອດຮ້ອນ ໄດ້ເຮັດຫນັງສື ຮ້ອງຮຽນໄປຍັງ ສຳນັກງານ ນາຍົກ ແລະ ຣັຖບານ ໄດ້ສັ່ງໃຫ້ ອົງການ ຄຸ້ມຄອງທີ່ດີນ ຊື່ງເປັນຫນ່ວຍງານ ຮັບຜິີດຊອບ ໃນການແກ້ໄຂ ແລະ ໃນຂະນະດຽວກັນ ບັນຫາ ດັ່ງກ່າວ ກໍເຊື່ອມໂຍງໄປຫາ ກະຊວງກະສິກັມ ປ່າໄມ້ ແລະ ແຜນການ ການລົງທືນ ນຳອີກ ເພາະເປັນຜູ້ໃຫ້ ສຳປະທານ ແກ່ນັກລົງທຶນ ວຽດນາມ ໃນການປູກ ຢາງພາລາ ຈື່ງເຮັດໃຫ້ບັນຫາ ດັ່ງກ່າວຖືກ ໂຍນໄປໂຍນມາ ບໍ່ມີກະຊວງໃດ ຢາກເຂົ້າມາ ແກ້ໄຂ.
ບັນຫານີ້ ເກີດຂື້ນ ໃນປີ 2006 ເມື່ອຣັຖບານ ໄດ້ອະນຸມັດ ໃຫ້ບໍຣິສັດ ບີນີດາ ຂອງ ວຽດນາມ ເຂົ້າມາ ສຳປະທານ ປູກຢາງພາລາ ໃນເຂດບ້ານຫຍຶບ ເມືອງທ່າແຕງ ແຂວງ ເຊກອງ ໃນພື້ນທີ່ 100 ເຮັກຕາ ເຮັດໃຫ້ທີ່ດີນ ຫາຢູ່ຫາກີນ ຂອງຊາວບ້ານ ບາງສ່ວນ ກາຍເປັນສວນ ຢາງພາລາ ຂອງວຽດນາມ ຈື່ງເຮັດຊາວບ້ານ ອອກມາ ຮຽກຮ້ອງ ຂໍທີ່ດີນຄືນ ຫລື ຢ່າງນ້ອຍ ກໍໃຫ້ທີ່ດີນໃຫມ່ ແກ່ຂະເຈົ້າ ເປັນຄ່າຊົດເຊີຍ ແຕ່ບໍ່ຖືກ ອະນຸມັດ ຈາກຣັຖບານ.