ບັນຫາພື້ນທີ່ ສໍາປະທານພາກໃຕ້

ຈາກການ ກວດສອບ ສໍາຣວດ ພື້ນທີ່ ສໍາປະທານ ພົບວ່າ ພາກໃຕ້ ມີບັນຫາ ຫລາຍທີ່ສຸດ
ໂພໄຊສວັດ
2012.03.16

ກົດຟັງສຽງ

ຫລັງຈາກທີ່ ຣັຖບານລາວ ໄດ້ ໂຈະການ ໃຫ້ສໍາປະທານ ພື້ນທີ່ດິນ ເພື່ອກວດສອບ ເຖິງຜົນກະທົບ ທີ່ເກີດຂຶ້ນ ແລະ ໄດ້ພົບວ່າ ການໃຫ້ ສໍາປະທານ ພື້ນທີ່ດິນ ເພື່ອປູກພືດ ອຸດສາຫະກັມ ໃນແຂວງ ພາກໃຕ້ ນັ້ນ ມີບັນຫາ ຕໍ່ສັງຄົມ ຫລາຍທີ່ສຸດ ດັ່ງນັ້ນ ບັນຫາ ທີ່ເກີດຂຶ້ນ ຈຶ່ງຕ້ອງໄດ້ ຊອກຫາຂໍ້ມູນ ເພີ້ມຕື່ມ ແລະ ພຍາຍາມ ຫາທາງແກ້ໄຂ ຢ່າງຮີບດ່ວນ. ດັ່ງເຈົ້າໜ້າທີ່ ລະດັບສູງ ຈາກສູນ ຄົ້ນຄວ້າ ຂໍ້ມູນ ຂ່າວສານ ທີ່ດິນ ກົມທີ່ດິນ ແຫ່ງຊາດ ນະຄອນຫລວງ ວຽງຈັນ ໄດ້ອະທິບາຍ ວ່າ:

"ການໄປຄົ້ນຄວ້າ ເບິ່ງຜົນກະທົບ ທາງດ້ານ ເສຖກິດ ສັງຄົມ ພວກເຮົາ ເຣື່ອງການປູກ ຢາງພາຣາ ຢູ່ພາກໃຕ້ ກໍແມ່ນວ່າ ຄ່ອນຂ້າງ ແນວໂນ້ມ ທີ່ບໍ່ເປັນ ຜົນດີ ສະນັ້ນ ບັນຫານັ້ນ ແກ້ໄຂ ໃຫ້ໄວ ທີ່ສຸດ ເພາະວ່າ ຢາກໄດ້ ເນື້ອທີ່ ທໍາມາຫາກິນ ໃຫ້ ປະຊາຊົນ ເປັນຫລັກ ເປັນຖານ";

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ປັດຈຸບັນ ຢູ່ລາວ ມີໂຄງການ ໃຫ້ ສໍາປະທານ 1,143 ສັນຍາ ຊຶ່ງ ປະມານ 80 ສ່ວນຮ້ອຍ ບໍ່ມີບົດ ວິພາກເສຖກິດ ແລະ ມີແຕ່ບໍ່ເທົ່າໃດ ບໍລິສັດ ທີ່ ໄດ້ເຊັນສັນຍາ ກັບກົມຄຸ້ມຄອງ ທີ່ດິນ ແຫ່ງຊາດ. ຜ່ານມາທາງ ແຂວງພາກໃຕ້ ມີການ ສໍາປະທານ ເພື່ອປູກ ຢາງພາຣາ ຫລາຍທີ່ສຸດ ແຕ່ບໍ່ມີການ ກວດສອບ ຫລືສຶກສາ ເຖິງຜົນກະທົບ ເສັຍກ່ອນ ຈຶ່ງກໍ່ໃຫ້ເກີດ ຄວາມເສັຍຫາຍ ຕໍ່ພື້ນທີ່ ການກະເສຕ ຂອງ ຊາວບ້ານ. ປັດຈຸບັນ ການໃຫ້ເຊົ່າ ສໍາປະທານ ຕ້ອງໄດ້ ປະຕິບັດ ຕາມກົດລະບຽບ ໃໝ່ ເພື່ອໃຫ້ສອດຄ່ອງ ກັບສະພາບ ການໂຕຈິງ ແລະ ໃຫ້ມີຜົນກະທົບ ຕໍ່ສັງຄົມ ໜ້ອຍທີ່ສຸດ. ເຈົ້າໜ້າທີ່ ເວົ້າວ່າ:

"ເຣື່ອງການເຊົ່າ ສໍາປະທານ ຫາກເຮົາ ປະຕິບັດ ຕາມຕົວເກົ່າ ບໍ່ໄດ້ເປັນ ເອກກະພາບ ໃນທົ່ວປະເທດ ບັນຫາເຫລົ່ານີ້ ກໍລ້ວນແລ້ວແຕ່ ມີຜົນກະທົບ ໃຫ້ແກ່ສັງຄົມ".

ທ່ານເວົ້າ ສລຸບວ່າ ຈາກການ ກວດສອບ ໄດ້ພົບວ່າ ບາງບໍລິສັດ ບໍ່ປະຕິບັດ ຕາມສັນຍາ ແລະ ລະບຽບກົດໝາຍ ຍ້ອນເຫັນແກ່ ປໂຍດສ່ວນໂຕ ຫລາຍເກີນຄວນ ເປັນຕົ້ນແມ່ນ ການບຸກລຸກ ພື້ນທີ່ດິນ ຂອງ ຊາວບ້ານ ບຸກລຸກພື້ນທີ່ ປ່າສງວນ ແລະ ບໍ່ຄໍານຶງເຖິງ ຜົນກະທົບ ຕໍ່ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 16, 2012 07:26 PM

ໂຕການກໍ່ແມ່ນບັກແກວ;ວຽດຫົວຂອດນັ້ນແລະຄືບໍ່ກ້າເວົ້າບັກນີ້ມັນກໍ່ຢ້ານບັກແກວຫົວຂອດນໍ1 ຈື່ງບໍ່ກ້າເອີຍເຖິງ

Anonymous
Mar 16, 2012 11:00 PM

ຮູ້ວ່າມີບັນຫາ ກໍ່ຕ້ອງຫາວິທີແກ້ ເພາະແຕ່ລະວຽກງານຕ້ອງພົບກັບບັນຫາຢູ່ແລ້ວ,ພວກທີ່ແກ້ ບັນຫາກໍ່ຄືຄນະນຳພາ ແລະບໍລິຫານປະເທດຢູ່ນັ້ນແລ້ວເປັນຜູ້ແກ້ໄດ້,ບໍ່ແມ່ນເອົາ ຄວາມດີໃສ່ແຕ່ຜູ້ມີອຳນາດ ຄວາມຮ້າຽມອບໃຫ້ແຕ່ ພວກປະຊາຊົນ ມັນກໍ່ຂາດຄວາມເປັນເອກກະພາບຢູ່ ວັນຍັງຄ່ຳຢູ່ ນັ້ນແລ້ວ.

Anonymous
Mar 19, 2012 04:32 PM

ັຜູ້ກະທຳຜິດແມ່ນເຈົ້າໜ້າທີ່ຂອງລັດຫັນລະ ເພະວ່າ ເມື່ອເຫັນບໍລິສັດ ບໍ່ປະຕິບັດຕາມກົດດໝາຍບ້ານເມືອງ ແລະ ລະເມີດ ສິດທິຂອງປະຊາຊົນ, ພວກມັນຍັງບໍ່ເຮັດຫຍັງ ຍ້ອນວ່າມັນ ກິນສິນບົນຈາກບໍລິສັດແລ້ວ. ເຈົ້າເມືອງ ເຈົ້າແຂວງ ເດ ແມ່ນ ພວກທ່ານເຮັດຫຍັງຢູ່ໃສ ຖືກນາຍທຶນ ເຂົາຊື້ໝົດລະວະ ຈຶ່ງບໍ່ເບິ່ງປະຊາຊົນ. ນີ້ລະຄືພວກຂາຍຊາດ ຂາຍແຜ່ນດິນໃຫ້ຕ່າງຊາດຕົວຈິງ. ຄວນປົດມັນລົງ ແລະ ບັງຄັບໃຊ້ກົດໝາຍວ່າດ້ວຍການຕ້ານສໍລາດບັງຫລວງ ໃຫ້ມັນສັກສິດ. ຕອນນີ້ປະຊາຊົນເບື່ອນ່າຍພວກຄົນບໍ່ດີເລົ່ານີ້ຫຼາຍທີ່ສຸດ...