ດິນສຳປະທານ ສ້າງບັນຫາ ໃນທ້ອງຖິ່ນ
2011.10.18

ກົດຟັງສຽງ
ໃນ ປັດຈຸບັນ ທິ່ແຂວງ ຜົ້ງສາລີ ມີໂຄງການ ສຳປະທານ ທິ່ດິນ ຫລື ການເຊ່ົ່າ ທິ່ດິນ ຈາກຣັຖ ກວ່າ 60 ໂຄງການ ໃນ 7 ຂແນງ ທຸຣະກິຈ ເຊັ່ນ ການກະສີກັມ, ອຸດສາຫະກັມ, ການຄ້າ ບໍ່ແຮ່ ຄົມມະນາຄົມ ບໍຣິການ ແລະ ກໍ່ສ້າງ ໃນພຶ້ນທິ່ ປະມານ 20 ພັນກວ່າ ເຮັກຕາ.
ເຖິງແມ່ນວ່າ ການໃຫ້ ສຳປະທານ ໃນໂຄງການ ເຫລົ່ານັ້ນ ຈະເປັນການ ດຶງດູດ ນັກລົງທຶຶນ ຈາກ ພາຍໃນ ແລະ ຕ່າງປະເທດ ຫລາຍປານໃດ ກໍຕາມ ແຕ່ເມຶ່ອ ມາເບິ່ງ ທາງດ້ານ ຜົລປໂຍດ ແລ້ວ ປະຊາຊົນ ທ້ອງຖິ່ນ ບໍ່ໄດ້ຮັບ ຜົລປໂຍດ ພໍເທົ່າໃດ ຈາກໂຄງການ ເຫລົ່ານັ້ນ.
ການລົງທຶນ ໃນໂຄງການ ດ່ັງກ່າວ ສ່ວນຫລາຍ ຈະໃຊ້ ນະໂຍບາຍ 2 ບວກ 3 ດິນ ປະຊາຊົນ ແຮງ ປະຊາຊົນ ເຄຶ່ອງປູກ ແລະ ການລົງທຶນ ແມ່ນ ຂອງ ນາຍທຶນ ເພຶ່ອຢາກໃຫ້ ຊາວກະສິກອນ ມີສ່ວນຮ່ວມ ທາງດ້ານ ທຸຣະກິດ ແຕ່ໃນ ສະພາບ ຕົວຈິງ ແລ້່ວ ປະຊາຊົນ ເປັນຜູ້ ເສັຽຫາຍ ຫລາຍກວ່າ ເພາະການ ປະຕິບັດ ວຽກງານ ບໍ່ເປັນ ໄປຕາມ ທິ່ຄາດໄວ້, ດັ່ງ ຕົວຢ່າງ ໃນກໍຣະນີ ສວນຢາງ ປະຊາຊົນ ຕ້ອງໄດ້ ຮັກສາ ສວນຢາງ ດ້ວຍຕົວເອງ ຫລັງຈາກທິ່ ນັກລົງທຶນ ເອົາເບັ້ຽ ມາໃຫ້ປູກ ຊຶ້ຝຸ່ນປຸຍ ເອົາເອງ ແລະ ປະຊາຊົນ ກໍບໍມີ ຄວາມຮູ້ ດ້ານ ປູກຢາງພາລາ ມາກອ່ນ.
ກຸ່ມນັກ ລົງທຶນ ສ່ວນໃຫຍ່ ກໍຈະຖ້າ ເອົາແຕ່ ຜົລປໂຍດ ເທົ່ານັ້ນ ຖ້າສວນຢາງ ບໍ່ໄດ້ຜົລ ຂະເຈົ້າ ກໍໜີຫນ້າ ໄປ ສ່ວນຊາວ ກະສິກອນ ຜູ້ອອກແຮງ ແລະ ຊັພສິນ ໃນການ ຮັກສານັ້ນ ກໍເສັຽ ປໂຍດລ້າໆ ຖ້າຕົ້ນຢາງ ບໍ່ອອກ ຫມາກຜົລ.