ຜົນກະທົບຈາກການ ສັມປະທານທີ່ດິນ

ທາງການລາວ ຍອມຮັບ ເຖິງຜົນ ກະທົບ ທີ່ເກີດຈາກ ການໃຫ້ ສັມປະທານ ທີ່ດິນ.
ຈໍາປາທອງ
2012.03.23

ກົດຟັງສຽງ

ການໃຫ້ ບໍຣິສັດ ຕ່າງໆ ສໍາປະທານ ທີ່ດິນ ຕັ້ງຫລວງຫລາຍ ທັງກວມເອົາ ທີ່ດິນຂອງ ປະຊາຊົນ ນັ້ນ ເປັນບັນຫາ ທີ່ທາງການ ລາວ ບໍ່ສາມາດ ແກ້ໄຂ ໄດ້ງ່າຽໆ ເນື່ອງຈາກວ່າ ຈາກການ ກວດກາ ຂອງແຕ່ລະ ແຂວງ ໃນທົ່ວ ປະເທດ ພົບວ່າມີ ຫລາຍບໍຣິສັດ ສ້າງບັນຫາ ຫຼາຍຢ່າງ ທີ່ສົ່ງຜົນ ກະທົບ ທັງຕໍ່ ສິ່ງແວດລ້ອມ ແລະຕໍ່ ປະຊາຊົນ. ດັ່ງເຈົ້າໜ້າທີ່ ອົງການ ຄຸ້ມຄອງ ທີ່ດິນ ປະຈໍາແຂວງ ສວັນນະເຂດ ເປີດເຜີຍວ່າ:

"ເຣື່ອງມັນມີ ຜົນກະທົບ ຣະຫວ່າງ ປະຊາຊົນ ຫລືວ່າ ຜູ້ປະກອບການ ນີ້ມັນກໍມີ ບໍ່ປາສຈາກ ເຣື່ອງຜົນ ກະທົບ ບໍ່ປະຕິເສດ ກໍບໍ່ໝາຍ ຄວາມວ່າ ຊີ່ບໍ່ມີ ມີຜົນກະທົບ ຕໍ່ສິ່ງແວດລ້ອມ ມີຜົນກະທົບ ຕໍ່ສັງຄົມ ມີຜົນ ກະທົບຕໍ່ ນັກລົງທຶນ ກໍມີ".

ທ່ານເວົ້າ ຕໍ່ໄປວ່າ ນອກຈາກ ຜົນກະທົບ ທີ່ບໍ່ສາມາດ ປະຕິເສດ ໄດ້ນັ້ນແລ້ວ ກໍເປັນເຣື່ອງ ຂອງ ນັກລົງທຶນ ຊຶ່ງສ່ວນຫລາຍ ບໍ່ພໍໃຈ ທີ່ພວກຕົນ ໄດ້ ສໍາປະທານ ເນື້ອທີ່ໜ້ອຍ ຍ້ອນວ່າເຂດ ທີ່ຕ້ອງການນັ້ນ ຈະໄປກວມເອົາ ດິນປ່າສງວນ ເຂດຫວງຫ້າມ ຫລືວ່າ ທີ່ດິນ ຂອງ ປະຊາຊົນ ແລະ ກໍມີ ນັກລົງທຶນ ຈໍານວນນຶ່ງ ບຸກລຸກພື້ນທີ່ ຊະຊາຍ ເພື່ອເຮັດ ທຸຣະກິດ ຂອງຕົນ.

ທີ່ຜ່ານມາ ບາງຄັ້ງ ຣັຖບານລາວ ອະນຸມັດ ໃຫ້ນັກລົງທຶນ ສໍາປະທານ ທີ່ດິນ ໂດຍບໍ່ ປະຕິບັດ ຕາມຂັ້ນຕອນ ຂອງຣະບຽບ ກົດໝາຍ ຄືອະນຸມັດ ໃຫ້ແບບບໍ່ ໄດ້ມີການ ສໍາຣວດ ຈັດສັນແບ່ງເຂດ ຄັກແນ່ ບໍ່ໄດ້ຈັດ ປະເພດດິນ ຢ່າງຊັດເຈນ ອັນເປັນເຫດ ສໍາຄັນ ທີ່ພາໃຫ້ເກີດ ຜົນກະທົບ ຕໍ່ຣະບົບ ນິເວດ ແລະ ສິ່ງແວດລ້ອມ ນັ້ນຖືກ ທໍາລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 26, 2012 01:19 PM

ເຈົ້າໜ້າທີ່ຂອງລັດກຳລັງສ້າງບັນຫາໃຫ້ກັບລະບົບການປົກຄອງຂອງຕົນເອງ ໂດຍ ໂດຍຄຳນຶ່ງພຽງແຕ່ຜົນປະໂຫຍດໄລຍະສັ້ນ...ຖ້າລັກຖະບານຍັງປ່ອຍບັນຫາໃຫ້ມັນຊຳເຮື້ອຢູ່ແບບນີ້ ບໍ່ດົນບ້ານເມືອງ ຈະວຸ້ນວາຍ ຖ້າຮຽນຮູ້ຈາກປະຫວັດສາດ ຫຼື ສະພາບການເມືອງ ປັດຈຸບັນ ເຮົາຈະເຫັນວ່າ ບໍ່ມີເຈົ້າມະຫາຊີວິດອົງໃດ ຫຼື ລັດຖະບານໃດ ຈະຢູ່ ໄດ້ດົນ ເມື່ອ ປະຊາຊົນສ່ວນໃຫຍ່ບໍ່ມັກ. ຕອນນີ້ ຄິດວ່າ ລັດຖະຍັງມີໂອກາດ ດັ່ງນັ້ນພວກທ່ານຄວນເຮັດໃຫ້ປະຊາຊົນມີຄວາມສັດທາໃນຕົວພວກ ທ່ານ ໂດຍບໍ່ຍອມປອດໃຫ້ຕ່າງຊາດ ນັກລົງທຶນມາຖືສິດເໜືອ ພົນລະເມືອງຂອງຕົນເອງ.

Anonymous
Mar 23, 2012 11:00 AM

ເປັນຫຽັງຈຶ່ງນອນລັບທັບສິດ,ບັນຫາຮູ້ເຕັມເອິກ ດ້ວຽເຫດໄດຈຶ່ງປະໄວ້ຮົກເຕັມແຜ່ນດິນ,ມັນກໍ່ເສັຽຊາຕ ເກີດແທ້ໄດ,ຖ້າບໍ່ຮູ້ຕອບບຸນແທນຄຸນ ຂອງແຜ່ນດິນ.