ການສັມປະທານທີ່ດິນ ທີ່ຂາດມາຕຖານ

ນະໂຍບາຍ ການຈັດສັນ ທີ່ດີນ ຂອງຣັຖບານ ລາວ ຂາດມາຕຖານ ເຮັດໃຫ້ເກີດ ຄວາມຂັດແຍ່ງ ຣະຫວ່າງ ນັກລົງທືນ ກັບຊາວບ້ານ.

0:00 / 0:00

ກົດຟັງສຽງ

ເຈົ້າຫນ້າທີ່ ຄຸ້ມຄອງທີ່ດີນ ທີ່ແຂວງ ຜົ້ງສາລີ ກ່າວວ່າ ຍ້ອນການຈັດສັນ ທີ່ດີນ ຂອງຣັຖບານ ບໍ່ໄດ້ມາຕຖານ ເຮັດໃຫ້ນັກລົງທືນ ກັບຊາວບ້ານ ມີຄວາມຂັດແຍ່ງກັນ ເກີດຂື້ນ. ເຖິງແມ່ນວ່າ ທີ່ແຂວງຜົ້ງສາລີ ຈະບໍ່ມີໂຄງການ ສັມປະທານ ຫລາຍເທົ່າໃດກໍ່ຕາມ ແຕ່ນັກລົງທືນ ຕ່າງຊາດ ເຊັ່ນນັກລົງທືນຈີນ ກໍ່ໄດ້ມາລົງທືນ ປູກຢາງພາລາ ໃນພື້ນທີ່ ຫລາຍພັນເຮັກຕາ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ຂັດແຍ່ງຣະຫວ່າງ ບໍຣິສັດ ຈຳນວນນື່ງ ທີ່ມາລົງທືນ ກັບປະຊາຊົນ ເລີ້ມຈາກການຈັດສັນ ເບື້ອງຕົ້ນ ຂອງຝ່າຍເຮົາ ກໍ່ບໍ່ຄjອຍດີ ປານໃດ".

ເຈົ້າຫນ້າທີ່ ທ່ານນັ້ນກ່າວ ຕໍ່ໄປວ່າ ບັນຫາ ເລື້ອງຄວາມຂັດແຍ່ງ ທີ່ພົບເຫັນຫລາຍ ທີ່ສຸດ ກໍແມ່ນເລື້ອງ ການຈ່າຍຄ່າ ທົດແທນທີ່ດີນ ໃຫ້ກັບປະຊາຊົນ ຊື່ງທາງກຸ່ມ ນັກລົງທືນ ຢາກຈ່າຍໃຫ້ໜ້ອຍກວ່າ ຣາຄາປົກກະຕິ ແລະ ປະຊາຊົນ ກໍບໍ່ພໍໃຈ ເພາະເປັນບ່ອນ ທຳມາຫາກິນ ຂອງພວກຂະເຈົ້າ ມາແຕ່ບັນພະບຸຣຸດ. ຂະເຈົ້າຕ້ອງການ ຣາຄາທີ່ເຫມາະສົມ ເພື່ອຈະລ້ຽງຄອບຄົວ ໃນການ ຕັ້ງຕົ້ນຊີວີດໃຫມ່ ຂອງພວກຂະເຈົ້າ.

ທີ່ແຂວງຜົ້ງສາລີ ການສຳປະທານ ທີ່ດີນສ່ວນໃຫຍ່ ກໍ່ແມ່ນໃຊ້ສຳລັບ ປູກຢາງພາລາ ຂອງນັກລົງທືນຈີນ ຊື່ງພື້ນທີ່ ບາງແຫ່ງ ກໍກວມໄປໃສ່ ທີ່ດີນ ຂອງປະຊາຊົນ ແຕ່ໂຄງການອື່ນໆນັ້ນ ບໍ່ມີຫລາຍປານໃດ. ທ່ານກ່າວເພີ້ມອີກວ່າ:

"ບໍ່ມີຫລາຍ ມີເລັກໆນ້ອຍໆ ມີ 2-3 ໂຄງການ ໂຄງການລະ ປະມານ 100 ປາຍເຮັກຕາ ພວກເຮົາກໍ່ພຍາຍາມ ຢາກໃຫ້ ໂຄງການນີ້ ມາຮ່ວມມືກັບ ປະຊາຊົນເຮັດ ເພື່ອແກ້ໄຂ ຄວາມທຸກຈົນ ຕາມແນວທາງ ຣັຖບານ".

ປັດຈຸບັນ ໂຄງການ ປູກຢາງພາລາໃຫຍ່ໆ ຂອງນັກລົງທືນຈີນ ທີ່ແຂວງຜົ້ງສາລີ ກໍ່ມີຣະຫວ່າງ 200-1,000 ເຮັກຕາ ເຮັດແບບຣະບົບ 2+3 ຊື່ງໃຫ້ປະຊາຊົນ ມີສ່ວນແບ່ງ ໃນການປູກຝັງ ແລະ ນັກລົງທືນ ຈະເອົາເບັ້ຽ ແລະ ຝຸ່ນປຸ້ຍມາໃຫ້. ແຕ່ບາງແຫ່ງ ແມ່ນບໍຣິສັດ ເປັນຜູ້ປູກເອງ.