ແຜນການລຶບລ້າງແຮງງານ ເດັກນ້ອຍໃນລາວ
2012.08.28
ກະຊວງແຮງງານ ແລະ ສວັດດີການ ສັງຄົມ ໄດ້ຈັດກອງປະຊຸມ ຮ່າງນະໂຍບາຍ ແລະແຜນ ປະຕິບັດງານ ແຫ່ງຊາດ ເພື່ອລຶບລ້າງ ການໃຊ້ ແຮງງານ ເດັກນ້ອຍ ໃນຮູບແບບ ທີ່ທາລຸນ ໃນທົ່ວປະເທດ.
ຍານາງ ເຂັມພອນ ພາວຄໍາແກ້ວ ຣັຖມົນຕຣີ ຊ່ວຍວ່າການ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ໄດ້ກ່າວວ່າ ເດັກນ້ອຍ ເປັນທຶນຮອນ ອັນປະເສີດ ຂອງຊາດ ດັ່ງນັ້ນ ຣັຖບານ ຈຶ່ງມີນະໂຍບາຍ ສນັບສນູນ ສົ່ງເສີມ ໃຫ້ເດັກນ້ອຍ ທຸກເພດ ໄດ້ຮັບການສຶກສາ ໄດ້ຮັບການ ເບິ່ງແຍງເອົາໃຈໃສ່ ຈາກພໍ່ແມ່ ໄດ້ຮັບການ ປົກປ້ອງ ຈາກສັງຄົມ ເປັນຢ່າງດີ ທີ່ສຸດ. ແຕ່ກໍຢາກໃຫ້ ເດັກນ້ອຍ ຮູ້ຮັກການຮຽນ ຮັກການອອກແຮງງານ ແຕ່ບໍ່ໄດ້ ໝາຍຄວາມວ່າ ເດັກນ້ອຍ ຕ້ອງຖືກບັງຄັບ ໃຫ້ອອກ ແຮງງານໜັກ ໃນວັຍເຍົາ.
ເຖິງຢ່າງໃດ ກໍຕາມ ຍັງມີ ເດັກນ້ອຍລາວ ຈໍານວນຫຼວງຫລາຍ ທີ່ຂາດໂອກາດ ໄດ້ຮັບໃນສິ່ງ ທີ່ກ່າວມານີ້ ຍ້ອນຖານະ ຄອບຄົວ ແລະ ຍ້ອນການໃຊ້ຊີວິດ ຢູ່ໃນເຂດຫ່າງໄກ ສອກຫລີກ.
ທ່ານ ຄໍາຂານ ພິນສວັນ ຫົວໜ້າ ກົມຄຸ້ມຄອງແຮງງານ ເວົ້າວ່າ ກົດໝາຍແຮງງານ ຫ້າມເດັກນ້ອຍອາຍຸ 5 ຫາ 13 ປີ ເຮັດວຽກ ໃນຂແນງ ອຸດສາຫະກັມ ແລະ ການກໍ່ສ້າງ ເພາະມັນເປັນ ອັນຕະລາຍ ແຕ່ກໍຍັງມີ ເດັກນ້ອຍ ຈໍານວນຫຼວງຫລາຍ ທີ່ເຮັດວຽກງານ ໃນຂແນງດັ່ງກ່າວ ຍ້ອນຕ້ອງການ ຊ່ວຍເຫຼືອຄອບຄົວ ຈຶ່ງເຮັດໃຫ້ ພວກຂະເຈົ້າ ເສັຍໂອກາດ ໃນການຮໍ່າຮຽນ.
ດ້ວຍເຫດນີ້ ທາງ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ຈຶ່ງຫາທາງ ແກ້ໄຂ ໂດຍການຮ່າງ ນະໂຍບາຍ ແລະແຜນ ປະຕິບັດງານ ຣະດັບຊາດ ເພື່ອ ລຶບລ້າງ ການໃຊ້ ແຮງງານ ເດັກນ້ອຍ ໃຫ້ໝົດສ້ຽງໄປ.